ປະທານສະມາຄົມອຸດສາຫະກໍາຕັດຫຍິບລາວ ຊີ້ແຈງກ່ຽວກັບການຕິດເຊື້ອພະຍາດໂຄວິດ-19 ຢູ່ໂຮງງານອານປີລາວ

0
17808

ປະທານສະມາຄົມອຸດສາຫະກໍາຕັດຫຍິບລາວ ຊີ້ແຈງກ່ຽວກັບການຕິດເຊື້ອພະຍາດໂຄວິດ-19ຢູ່ໂຮງງານອານປີລາວ.

ຈາກກໍລະນີທີ່ມີສື່ສັງຄົມອອນລາຍ ອອກຂ່າວເມື່ອບໍ່ດົນມານີ້ວ່າ ໂຮງ ງານອານປີລາວຢູ່ບ້ານໜອງທາເໜືອ, ເມືອງຈັນທະບູລີ, ນະຄອນ ຫລວງວຽງຈັນ ໄດ້ນໍາເອົາຊ່າງຈັກຈາກໄທເພື່ອເຂົ້າມາສ້ອມແປງຈັກຂອງໂຮງງານແຕ່ບໍ່ໄດ້ຈຳກັດບໍລິເວນຕົນເອງ 14 ວັນ ຈົນເຮັດໃຫ້ກາຍ ເປັນສາເຫດສໍາຄັນໃນການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ໂຮງງານດັ່ງກ່າວ.

ຕໍ່ບັນຫານີ້ ທ່ານ ໄຊບັນດິດ ຣາຊພົນ, ປະທານສະມາຄົມອຸດສາຫະກໍາຕັດຫຍິບລາວ ໄດ້ຊີ້ແຈງຜ່ານລາຍການຮອບບ້ານຜ່ານເມືອງຂອງວິທະຍຸກະຈາຍສຽງແຫ່ງຊາດລາວໃນວັນທີ 21 ກັນຍາ 2021ວ່າ:

ເນື່ອງຈາກສາ ເຫດຂອງການຕິດເຊື້ອພະຍາດໂຄວິດ-19 ຢູ່ໂຮງງານອານປີລາວໃນຄັ້ງນີ້ ແມ່ນຍ້ອນນາຊ່າງຂອງໂຮງງານທີ່ເປັນຄົນລາວ ໃນເວລາກັບບ້ານໄດ້ໄປຊຸມແຊວກັບນາຍຊ່າງຄົນໄທ 2 ຄົນທີ່ເຮັດວຽກຢູ່ໂຮງງານອິນທິເມດ ເຊີ່ງຕໍ່ມາຖືກກວດພົບວ່າຕິດເຊື້ອພະຍາດໂຄວິດ-19 ຈິ່ງເຮັດໃຫ້ນາຍຊ່າງຈາກໂຮງ ງານອານປີລາວຕິດເຊື້ອດັ່ງກ່າວນໍາ. ຢ່າງໃດກໍ່ຕາມ ນາຍຊ່າງຄົນໄທຢູ່ໂຮງງານອິນທິເມດທັງສອງ, ຄົນໜຶ່ງເຮັດວຽກມາໄດ້ 8 ປີ ແລະ ອີກໜຶ່ງຄົນເຮັດວຽກໄດ້ 2 ປີ ເຊີ່ງທັງສອງບໍ່ໄດ້ເດີນທາງກັບບ້ານເລີຍນັບແຕ່ເກີດການແຜ່ລະບາດຂອງພະຍາດໂຄວິດ-19 ເປັນຕົ້ນມາ.

ສະນັ້ນ ຂ່າວທີ່ອອກຜ່ານສື່ອອນລາຍວ່າໂຮງງານອານປີລາວນໍາເຂົ້າແຮງງານຈາກໄທໂດຍບໍ່ຈຳກັດບໍລິເວນ 14 ວັນນັ້ນ ແມ່ນບໍ່ມີມູນຄວາມຈິງແຕ່ຢ່າງໃດ.

ປະທານສະມາຄົມອຸດສາຫະກໍາຕັດຫຍິບລາວ ຍັງໄດ້ຮຽກຮ້ອງມາຍັງສັງຄົມຈົ່ງບໍລິໂພກຂໍ້ມູນຂ່າວສານຜ່ານສື່ອອນລາຍຢ່າງມີສະຕິ, ຂະນະດຽວ ກັນ ຮຽກຮ້ອງມາຍັງບັນດາສື່ອອນລາຍຈົ່ງນໍາສະເໜີຂ່າວສານທີ່ຖືກຕ້ອງ ແລະ ເປັນປະໂຫຍດແກ່ສັງຄົມ ເພາະການນໍາສະເໜີຂ່າວທີ່ບໍ່ມີມູນຄ້ວາມຈິງມີແຕ່ຈະສ້າງຄວາມບໍ່ສະຫງົບ ແລະ ຄວາມແຕກຕື່ນໃນສັງຄົມ, ທັ້ງນີ້ ເພື່ອໃຫ້ທຸກພາກສ່ວນໃນສັງຄົມສາມາດຜ່ານຜ່າວິກິດທີ່ເກີດຂຶ້ນຈາກການລະບາດຂອງພະຍາດໂຄວິດ-19 ໃນຄັ້ງນີ້ໄປດ້ວຍກັນ.

ຂໍ້ມູນ: ສື່ເພື່ອສັງຄົມ ALL in ALL

LEAVE A REPLY

Please enter your comment!
Please enter your name here