ຂົວຟຸຍຂ້າມນໍ້າມ່າ ບ້ານແຜ້ ເມືອງແອດ ແຂວງຫົວພັນ

0
3676

ປະຊາຊົນບ້ານແຜ້ສຳເລັດການສ້າງຂົວຟຸຍຂ້າມນໍ້າມ່າ

ຕອນເຊົ້າວັນທີ 20 ກັນຍາ 2021 ຜ່ານມານີ້ ຄະນະພັກ – ອຳນາດການປົກຄອງບ້ານແຜ້ ເມືອງແອດ ແຂວງຫົວພັນ ໄດ້ນຳພາປະຊາຊົນພາຍໃນບ້ານຂອງຕົນ ອອກແຮງງານສ້າງຂະບວນການດ້ວຍການສ້າງຂົວຂ້າມນໍ້າມ່າ ຂົວແຫ່ງນີ້ເຮັດດ້ວຍຟຸຍລອຍນໍ້າຈຳນວນ 32 ຄູ່ ໜ້າຂົວສ້າງດ້ວຍແຕະໄມ້ໄຜ່, ດຶງດ້ວຍສາຍກາບ, ມີຄວາມຍາວ 180 ແມັດ ກ້ວາງ 1, 70 ຊັງຕີແມັດ ໃຊ້ແຮງງານປະຊາຊົນ 78 ແຮງງານ ໃຊ້ເວລາສ້າງ 1 ວັນຈິ່ງສຳເລັດ.

ການສ້າງຕັ້ງຂົວຟຸຍຢູ່ຈຸດບ້ານແຜ້ປະຊາຊົນໄດ້ສາມັກຄີກັນສ້າງຂື້ນແຕ່ລະປີພາຍຫຼັງສິ້ນສຸດລະດູຝົນ. ການສ້າງຂົວຟຸຍປີນີ້ຄະນະພັກ – ອຳນາດການປົກຄອງບ້ານໄດ້ລະດົມບ້ານໃກ້ຄຽງທີ່ໄດ້ຊົມໃຊ້ຂົວປະກອບວັດຖຸອຸປະກອນຈຳນວນໜື່ງທັງນີ້ກໍ່ເພື່ອອຳນວຍຄວາມສະດວກໃຫ້ແກ່ພໍ່ແມ່ປະຊາຊົນຜູ້ທີ່ສັນຈອນໄປມາໃນເຂດນີ້ ແລະ ຫຼານນ້ອຍນັກຮຽນໄປໂຮງຮຽນ ແລະ ໄປມາຫາສູ່ກັນມີຄວາມສະດວກດີຂຶ້ນ.

LEAVE A REPLY

Please enter your comment!
Please enter your name here