ຊຽງຂວາງພົບຜູ້ຕິດເຊື້ອເພີ່ມ! ລວມປະຫວັດຜູ້ຕິດເຊື້ອຊຸມຊົນມື້ນີ້ ໃນບັນດາແຂວງຕ່າງໆ

0
3053

ລາຍງານປະຈຳວັນທີ 21 ກັນຍາ 2021 ມີຜູ້ຕິດເຊື້ອ ໃນຊຸມຊົນ 296 ຄົນ ເຊິ່ງ ລາຍລະອຽດ ດັ່ງຕໍ່ໄປນີ້:

1.ຊຽງຂວາງ 8 ຄົນ: ຈາກຊຸມຊົນ ເປັນກໍລະນີສໍາຜັດ ຈາກຜູ້ຕິດເຊື້ອທີ່ລາຍງານກ່ອນຫນ້ານີ້ (ມີຄອບຄົວ ແລະ ຜູ້ທີ່ມາຮ່ວມງານສົບ ທີ່ເດີນທາງ ໄປຈາກ ນະຄອນຫຼວງວຽງຈັນ ແລະຈໍາປາສັກ)

2.ສະຫວັນນະເຂດ 7 ຄົນ:

– ພະນັກງານແພດ ມີ 02 ຄົນ (ເພດຊາຍ, ອາຍຸ 39 ປີ ເປັນທ່ານຫມໍ ແລະ ເພດຍິງ ອາຍຸ 34

ປີ ເປັນພະຍາບານ) ເຮັດວຽກຢູ່ເມືອງພະລານໄຊ, ແຕ່ໄດ້ມາປະຈໍາການຢູ່ສູນອັບເກນ ໃນວັນ ທີ 9 ສີງຫາ 2021 ແລະ ອອກຈາກສູນ ໃນວັນທີ 2 ກັນຍາ 2021 ແລ້ວໄປກັກໂຕ ຢູ່ ໂຮງແຮມ ແລະ ໃນວັນທີ່ 15 ກັນຍາ 2021 ໄດ້ກັບໄປເມືອງ ແລະ ໃນວັນທີ 19 ກັນຍາ 2021 ທັງສອງຄົນ ມີອາການໄຂ້ ແລະ ໄອ ຊຶ່ງກວດດ້ວຍ RDT ກໍ່ແມ່ນໃຫ້ຜົນບວກ ແລະ ມາກວດດ້ວຍ PSR ກໍ່ໃຫ້ຜົນບວກເຊັ່ນດຽວກັນ.

– ພະນັກງານຕໍາຫລວດ ຢູ່ຄ້າຍຄຸມຂັງຫຼັກ ມີ 02 ກໍລະນີ (ກັກໂຕຢູ່ສູນຫົວເມືອງ) ແລະ

ນັກໂທດ ຢູ່ຄ້າຍຄຸມຂັງຫຼັກ 6 ມີ 01 ກໍລະນີ (ກວດຄັ້ງທີ່ 03) – ມີ 01 ກໍລະນີ ທີ່ເປັນພະນັກງານບໍລິສັດເອຄອນ ທີ່ໄດ້ພົວພັນໃກ້ຊິດກັບພະນັກງານທີ່ເຮັດວຽກ

ບ່ອນດຽວກັນຕິດເຊື້ອ ທີ່ຂື້ນກັບສະຫວັນປາກ

– ມີ 01 ກໍລະນີ ເປັນຄົນຫລວຽດ ຂັບລົດຂົນສົ່ງສິນຄ້າ

3.ຈໍາປາສັກ 59 ຄົນ:

– ເມືອງບາຈຽງ 12 ຄົນ

– ນະຄອນປາກເຊ 20 ຄົນ

– ເມືອງປະທຸມພອນ 23

– ເມືອງ ໂພນທອງ (ສູນກັກໂຕ ເກົ່າເກັ່ງ) 01 ຄົນ

4.ຄໍາມ່ວນ 28 ຄົນ:

– ທ່າແຂກ 24 ຕົວຢ່າງ – ຍົມະລາດ 2 ຕົວຢ່າງ

– ເຊບັ້ງໄຟ 3 ຕົວຢ່າງ

– ຫນອງບົກ 4 ຕົວຢ່າງ

– ຫີນບູນ 1ຕົວຢ່າງ

– ໄຊບົວທອງ 1 ຕົວຢ່າງ

5.ສາລະວັນ 3 ຄົນ: (ບ້ານຫນອງເຜີ້ງ, ບ້ານຫຼັກ ສອງ ແລະ ບ້ານນາເຫຼັກ ມີບ້ານລະ 01 ກໍລະນີ ແລະ ທັງຫມົດເປັນພະນັກງານ ຊື່ງກັກໂຕຢູ່ບ້ານ ແລະ ໄດ້ເກັບຕົວຢ່າງເປັນຄັ້ງທີ່ 02 ໃນວັນທີ 18 ກັນຍາ 2021 ແລະ ຜົນກວດອອກທີ່ 20 ກັນຍາ 2021 ແລະ ໄດ້ສໍາຜັດໃກ້ຊິດກັບພະນັກງານຕິດເຊື້ອທີ່ເຮັດວຽກບ່ອນດຽວກັນ.

6.ບໍ່ແກ້ວ 3 ຄົນ: ຈາກເຂດເສດຖະກິດພິເສດ ແລະ ຄົນຈາກ ເມືອງຕົ້ນເຜິ້ງ.

7.ວຽງຈັນ 6 ຄົນ: ເຈົ້າຫນ້າທີ່ ຕໍາຫລວດ ພ້ອມຄອບຄົວ ໄປຍາມພີ່ນ້ອງ ຢູ່ບ້ານໂພນຊູ, ເມືອງວັງ ວຽງ ແລະ ໃນວັນທີ 14 ກັນຍາ 2021 ພີ່ນ້ອງ ໄດ້ໂທມາແຈ້ງວ່າກວດພົບເຊື້ອ; ດັ່ງນັ້ນ, ໃນວັນ ທີ 19 ກັນຍາ 2021, ທັງຫມົດ 06 ຄົນ ຈື່ງໄດ້ໄປເກັບຕົວຢ່າງ ແລະ ວັນທີ 20 ກັນຍາ 2021 ຜົນກວດອອກມາພົບເຊື້ອ.

8.ຫຼວງພະບາງ 6 ຄົນ: ແມ່ນໄດ້ຈາກການລົງຄົນຫາກໍລະນີ ສໍາຜັດໃກ້ຊິດ

9.ນະຄອນຫຼວງ 176 ຄົນ:

ກຸ່ມ ໂຮງງານ ອານພີ ລາວ(ເກັບຈາກ ຈາກໂຮງງານ 191 ຕົວຢ່າງ) ໃຫ້ຜົນບວກ 72 ຕຢ; positive rate ເທົ່າ ກັບ 37.6% (72/191).

ຈຸດເກັບຕົວຢ່າງ ຈາກບືງຂະຫຍອງ : ໃຫ້ຜົນບວກ 25 ຄົນ (ຕົວຢ່າງຄ້າງ 04ຕົວຢ່າງ ຂໍ ກວດຄືນໃຫມ່)

ໂຮງຫມໍເຊດຖາທິລາດ ແລະ ໂຮງຫມໍ ເດັກ (ກວດຢູ່ IPL) ໃຫ້ຜົນບວກ 19 ຄົນ (ໂຮງຫມໍ ເດັກ

01 ແລະ ເສດຖາ 18) ຄື:

– ຈາກ ເມືອງສີໂຄດຕະບອງ ມີ 05 ຄົນ ( 05ບ້ານ) – ເມືອງ ຈັນທະບູລີ ມີ 03 ຄົນ (ຈາກ 03 ບ້ານ)

Page 6 of 19

– ເມືອງ ສີສັດຕະນາກ ມີ 3 ຄົນ (02 ບ້ານ) – ເມືອງຫາດຊາຍຟອງ 01 ຄົນ (ບ້ານສົມຫວັງໄຕ້) – ເມືອງໄຊທານີ 4 ຄົນ ( ມີ 03 ບ້ານ)

– ເມືອງໄຊ ເສດຖາ ມີ 02 ຄົນ (02 ບ້ານ) – ເມືອງ ນາຊາຍທອງ 01 (ບ້ານ ນາຄູນນ້ອຍ) 4) ຈຸດມໍປາຍ ສີໂຄດ ແລະ ໂຮງຫມໍມະໂຫສົດ (ກວດຢູ່ ລົມຣູ ມະໂຫສົດ): ໃຫ້ຜົນບວກ 12 ຄົນ, 10 ຄົນ ຈາກຈຸດມໍປາຍສີໂຄດ ແລະ 02 ຄົນ ຈາກ ໂຮງຫມໍ ມະໂຫສົດ. 5). ເມືອງນາຊາຍທອງ (ທີມ1 ແລະ 2) ໃຫ້ຜົນບວກ 37ຄົນ ອັດຕາຜົນບວກ 25,8% (37/143); ກຸ່ມນີ້ແມ່ນ ເກັບຈາກກຸ່ມສໍາຜັດ C1 ທີ່ພົວພັນກັບ ໂຮງງານ ຕັດຫຍິບ ອັນພີລາວ ແລະ ໂຮງງານ ຕັດຫຍິບ ທີໂອ (ຊື່ງກ່ອນຫນ້າ ນີ້ ແມ່ນ ມີແມ່ຄ້າ ຂາຍເຄື່ອງຫນ້າໂຮງງານ ຕິດເຊື້ອ).

LEAVE A REPLY

Please enter your comment!
Please enter your name here