ການນຳແຂວງຄຳມ່ວນມອບເຄື່ອງຊ່ວຍເຫຼືອ ໃຫ້ຄອບຄົວທີ່ຂໍ້ຫຍຸ້ງໃນຊ່ວງໂຄວິດ-19

0
911

ການນຳແຂວງຄຳມ່ວນສືບຕໍ່ມອບເຄື່ອງຊ່ວຍເຫຼືອບັນເທົາທຸກໃຫ້ຄອບູຄົວທີ່ປະສົບບັນຫາຫຍຸ້ງຍາກຊ່ວງປະຕິບັດມາດຕະການປ້ອງກັນໂຄວິດ-19 ຊຸດທີ 01

ໃນຕອນບ່າຍ ຂອງວັນທີ 20 ກັນຍາ 2021 ທີ່ຜ່ານມາ ຄະນະສະເພາະກິດຂັ້ນແຂວງເພື່ອປ້ອງກັນ,ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຈໍານວນ 05 ຄະນະໄດ້ແບ່ງຄວາມຮັບຜິດຊອບກັນລົງເຄື່ອນໄຫວມອບເຄື່ອງຊ່ວຍ ເຫຼືອບັນເທົາທຸກໃຫ້ຄອບຄົວທີ່ປະສົບບັນຫາຫຍຸ້ງຍາກຊ່ວງປະຕິບັດມາດຕະການປ້ອງກັນໂຄວິດ-19 ເຊິ່ງລວມມີ 08 ບ້ານ, 123 ຄອບຄົວ ແລະ ປະກອບມີ 05 ຈຸດຄື :

ຈຸດທີ 01 ຫ້ອງການບ້ານທ່າແຂກໃຕ້ນໍາໂດຍທ່ານ ປອ.ແກ້ວອຸດອນ ບຸດສິງຂອນ ຄະນະປະຈໍາພັກແຂວງ ຮອງເຈົ້າແຂວງໆຄໍາມ່ວນພ້ອມດ້ວຍຄະນະ, ສະເພາະຈຸດນີ້ລວມມີທັງໝົດ 02 ບ້ານ 20 ຄອບຄົວຄື : ບ້ານທ່າແຂກໃຕ້ 14 ຄອບຄົວ ແລະ ບ້ານຈອມແຈ້ງ 06 ຄອບຄົວ.

ຈຸດທີ 02 ຫ້ອງບ້ານສົມສະນຸກນໍາໂດຍທ່ານ ສົມພົງ ວັນໄພທອງ ຄະນະປະຈໍາພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງພ້ອມດ້ວຍຄະນະ , ສະເພາະຈຸດນີ້ລວມມີທັງໝົດ 01 ບ້ານ 25 ຄອບຄົວຄືບ້ານສົມສະນຸກ.

ຈຸດທີ 03 ບ້ານດອນເຄື່ອນຊ້າງນໍາໂດຍທ່ານ ແກ້ວລັນດອນ ຈັນທະປານີ ຄະນະປະຈໍາພັກແຂວງ ເຈົ້າເມືອງໆທ່າແຂກພ້ອມດ້ວຍຄະນະ , ສະເພາະຈຸດນີ້ລວມມີທັງໝົດ 01 ບ້ານ 13 ຄອບຄົວຄືບ້ານດອນເຄື່ອນຊ້າງ.

ຈຸດທີ 04 ຫ້ອງການບ້ານໜອງບົວຄໍາເຊິ່ງນໍາໂດຍທ່ານ ນາງ ບັງອອນ ໄຊຍະສິດ ຄະນະປະຈໍາພັກແຂວງພ້ອມດ້ວຍຄະນະ , ສະເພາະຈຸດນີ້ລວມມີທັງໝົດ 01 ບ້ານ 26 ຄອບຄົວຄືບ້ານໜອງບົວຄໍາ.

ຈຸດທີ 05 ຫ້ອງການບ້ານເລົ່າໂພຄໍາເຊິ່ງນໍາໂດຍທ່ານ ປອ. ສົມສະອາດ ອຸ່ນສີດາ ກໍາມະການພັກແຂວງ ຮອງເຈົ້າແຂວງໆຄໍາມ່ວນພ້ອມດ້ວຍຄະນະ , ສະເພາະຈຸດນີ້ລວມມີທັງໝົດ 03 ບ້ານ 21 ຄອບຄົວຄື : ບ້ານເລົ່າໂພໄຊ 27 ຄອບຄົວ, ບ້ານເລົ່າໂພຄໍາ 09 ຄອບຄົວ ແລະ ບ້ານໜອງໝ້ຽງ 03 ຄອບຄົວ.

ການລົງເຄື່ອນໄຫວມອບເຄື່ອງຊ່ວຍເຫຼືອຂອງຄະນະສະເພາະກິດຂັ້ນແຂວງໃນຄັ້ງນີ້ແມ່ນໄດ້ຮັບຟັງການລາຍງານສະພາບການຈັດຕັ້ງປະຕິບັດມາດຕະການຕ່າງໆທີ່ຂັ້ນແຂວງ,ຂັ້ນເມືອງວາງອອກໃນຊ່ວງລ໊ອກດາວພ້ອມທັງຂໍ້ສະດວກ,ຂໍ້ຫຍຸ້ງຍາກໃນການຈັດຕັ້ງປະຕິບັດໃນໄລຍະຜ່ານມາລວມເຖິງຂໍ້ສະເໜີບາງດ້ານຈາກຂັ້ນບ້ານເພື່ອໃຫ້ຂັ້ນເທິງໄດ້ຄົ້ນຄວ້າພິຈາລະນາຕື່ມອີກ.

ສໍາລັບເຄື່ອງຊ່ວຍເຫຼືອບັນເທົາທຸກທີ່ທາງການນໍາຂັ້ນແຂວງພ້ອມດ້ວຍຄະນະນໍາໄປມອບໃຫ້ຄອບຄົວທີ່ປະສົບບັນຫາຫຍຸ້ງຍາກຊ່ວງປະຕິບັດມາດຕະການປ້ອງກັນໂຄວິດ-19 ໃນ 05 ຈຸດດັ່ງກ່າວລວມມີຈໍານວນທັງໝົດ 123 ຊຸດ ເຊິ່ງແຕ່ລະຊຸດປະກອບມີເຂົ້າສານ 10-20 ກິໂລ,ໝີ່ໄວໆ 01 ແກັດ, ປາກະບ໋ອງ 01 ແພັກ (ຄອບຄົວໃດທີ່ມີຈໍານວນຄົນ 05 ຄົນລົງມາແມ່ນໄດ້ຮັບເຂົ້າສານ 10 ກິໂລ, ຄອບຄົວໃດທີ່ມີຈໍານວນຄົນ 06 ຄົນຂຶ້ນໄປແມ່ນໄດ້ຮັບເຂົ້າສານ 20 ກິໂລ).

LEAVE A REPLY

Please enter your comment!
Please enter your name here