ຖ້າຍັງຖືເບົາ ເຊື້ອກໍຍັງຈະແຜ່ເປັນວົງກ້ວາງ ລາຍລະອຽດຜູ້ຕິດເຊື້ອໃໝ່ມື້ນີ້

0
5424

ຕາມການລາຍງານ ຂອງຄະນະສະເພາະກິດ ປະຈຳວັນທີ 20 ກັນຍາ 2021 ໃຫ້ຮູ້ວ່າ: ໄດ້ກວດວິເຄາະທັງໝົດ 5,117 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 214 ຄົນ: ກໍລະນີນໍາເຂົ້າ ມີ 52 ຄົນ ຈາກ ແຂວງ ສະຫວັນນະເຂດ 32 ຄົນ, ສາລະວັນ 12 ຄົນ, ຈໍາປາສັກ 4 ຄົນ, ນະຄອນຫຼວງວຽງຈັນ 2 ຄົນ ແລະ ຄໍາມ່ວນ 2 ຄົນ ເຊິ່ງກວດພົບຈາກແຮງງານລາວ ຫຼື ຜູ້ທີ່ເດີນທາງມາຈາກຕ່າງປະເທດ ເຂົ້າມາຕາມຈຸດຜ່ານແດນສາກົນ.

ສຳລັບ ການຕິດເຊື້ອໃນຊຸມຊົນ ມີ 162 ຄົນ ລາຍລະອຽດ ດັ່ງຕໍ່ໄປນີ້:

– ນະຄອນຫຼວງວຽງຈັນ 77 ຄົນ:
1). ກຸ່ມໂຮງງານ ອານພີ ລາວ 42 ຄົນ, ເກັບຕົວຢ່າງ ຢູ່ສູນດົງໂດກ ໃຫ້ຜົນບວກ 40 ຄົນ, ເກັບຢູ່ໂຮງງານ 2 ຄົນ
2). ຈຸດເກັບ ຕົວຢ່າງ ຈາກບືງຂະຫຍອງ : ໃຫ້ຜົນບວກ 29 ຄົນ

-ຈໍາປາສັກ 33 ຄົນ: ເມືອງບາຈຽງ 3 ຄົນ ແລະ ນະຄອນປາກເຊ 30 ຄົນ

-ຄຳມ່ວນ 28 ຄົນ:​

  • ທ່າແຂກ 11 ບ້ານ
  • ບົວລະພາ 1 ບ້ານ
  • ​ຫີນບູນ 1 ບ້ານ
  • ບໍ່ແກ້ວ 12 ຄົນ: ທັງ 12 ຄົນ ແມ່ນຢູ່ ເຂດພິເສດຂອງເມືອງຕົ້ນເຜື້ອງ (ລາວ 01 ຄົນ, ພະມ້າ 06 ຄົນ ແລະ ຈີນ 05 ຄົນ).
  • ສະຫວັນນະເຂດ 9 ຄົນ:
  • ນັກສຶກສາແພດ ມີ 02 ຄົນ
  • ​ບ້ານໂນນສະຫວາດ, ບ້ານບ້ານສະໜາມໄຊ, ບ້ານໄຊຍະພູມ ແລະ ບ້ານນາເຕີ້ຍ, ບ້ານລະ 01 ຄົນ
  • ​ບ້ານທ່າເດື່ອ, ເມືອງສອງຄອນ ມີ 01 ຄົນ
  • ​ຄົນຫວຽດ ມີ 02 ຄົນ, ແຕ່ບໍ່ຮູ້ແຫລ່ງທີ່ມາ ຂອງການຕິດເຊື້ອ

-ຊຽງຂວາງ 2 ຄົນ: ທັງສອງຄົນເປັນເອື້ອຍນ້ອງກັນ (ເພດຍິງ, ອາຍຸ 42 ປີ ອາຊິບ: ກໍາມະກອນຕັດຫຍິບໂຮງງານອານປີລາວ ແລະ ເພດຍິງ, ອາຍຸ 34 ປີ, ອາຊີບ: ຄ້າຂາຍ).ເຫດຜົນເດີນທາງໄປແຂວງຊຽງຂວາງ ຍ້ອນວ່າໄປສົ່ງສະການພໍ່ເສຍຊີວິດ ຢູ່ບ້ານຫໍສິມ, ເມືອງຜາໄຊ.

  • ​ວັນທີ 14 ກັນຍາ 2021 ໄດ້ເດີນທາງຈາກນະຄອນຫລວງວຽງຈັນ ໄປຮອດແຂວງຊຽງຂວາງ
  • ​ງານສົບຈັດແຕ່ວັນທີ 14-17 ກັນຍາ 2021
  • ວັນທີ 17 ກັນຍາ 2021 ໄດ້ສົ່ງສະການພໍ່
  • ທາງແຂວງຊຽງຂວາງ ໄດ້ປະກາດ ໃຫ້ພໍ່ແມ່ປະຊາຊົນ ຜູ້ໃດໄດ້ຮ່ວມງານສົບ ໃຫ້ໄປເກັບຕົວຢ່າງ ພ້ອມທັງຈຳກັດບໍລິເວນ

-ບໍລິຄໍາໄຊ 1 ຄົນ: ເປັນຄົນທີ່ມີອາການທາງລະບົບຫາຍໃຈ

ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 19,399 ຄົນ, ເສຍຊີວິດສະສົມ 16 ຄົນ ແລະ ຄົນເຈັບກໍາລັງປິ່ນປົວ ທັງໝົດ 4,255 ຄົນ.

LEAVE A REPLY

Please enter your comment!
Please enter your name here