ທັງເສບຢາ ທັງຕິດເກມເຊີ ແລ້ວຊອກລັກສັບພົນລະເມືອງ

0
2470

ເສບຢາ ຊອກຫາລັກເປັນອາຈິນ

ຕາມປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ເວລາ 9:45 ໂມງ ຂອງວັນທີ 16 ກັນຍາ 2021 ເຈົ້າໜ້າທີ່ ປກສ ກຸ່ມ ໂຄກສີວິໄລ ເມືອງໄຊທານີ ນວ, ໄດ້ກັກຕົວ ທ້າວ ຄຳແພງ ຫຼື ແດງ ອາຍຸ 15 ປີ ປະຊາຊົນ ຢູ່ບ້ານ ນາລ້ອມ ເມືອງໄຊທານີ ໃນຂໍ້ຫາລັກຊັບພົນລະເມືອງ ມາດໍາເນີນການສອບສວນ. ຜ່ານການສອບສວນເບື້ອງຕົ້ນ ທ້າວ ຄຳແພງ ຫຼື ແດງ ຮັບສາລະພາບວ່າ: ຜ່ານມາ ຕົນເອງໄດ້ເຄື່ອນໄຫວ ລັກຊັບມາແລ້ວ 5 ຄັ້ງ;

ໃນນີ້ ຄັ້ງ 1-2-3 ແມ່ນລັກຊັບຢູ່ໂຮງຮຽນປະຖົມ ບ້ານນາລ້ອມ ໄດ້ສາຍໄຟ, ພັດລົມ 3 ໜ່ວຍ, ຕູ້ເຢັນ 1 ໜ່ວຍ ແລະ ໂຕະເຫຼັກ 1 ໜ່ວຍ, ຄັ້ງທີ 4 ໄດ້ລັກເຫຼັກ 2 ເສັ້ນ ແລະ ຝາທໍ່ເຫຼັກມົນ 1 ຝາ ຢູ່ໂຮງງານ ຕັງຈະເລີນ ເມືອງໄຊທານີ , ຄັ້ງທີ 5 ລັກເອົາສັງກະສີ ຢູ່ຖຽງນາ ຂອງປະຊາຊົນ ຢູ່ບ້ານ ນາລ້ອມ ກ່ອນໜ້າຖືກຈັບລັກເຫຼັກຈໍານວນ 18 ໂລ. ຫຼັງຈາກລັກມາໄດ້ແຕ່ລະຄັ້ງໄດ້ນໍາໄປຂາຍຢູ່ຮ້ານທົ່ວໄປ ພໍໄດ້ເງິນແມ່ນໄດ້ຊື້ຢາບ້າມາເສບ ແລະ ເຕີມເຊີເກມ.

ປັດຈຸບັນ ເຈົ້່າໜ້າທີ່ ປກສ ກຸ່ມ ໂຄກສີວິໄລ ໄດ້ນຳສົ່ງຕົວຜູ້ກ່ຽວໃຫ້ ກອງບັນຊາການ ປກສ ເມືອງ ໄຊທານີ ເພື່ອດຳເນີນຄະດີ ຕາມລະບຽບກົດໝາຍ.

LEAVE A REPLY

Please enter your comment!
Please enter your name here