ທ່ານທູດປີເຕີ ເພີ່ມທຶນຊ່ວຍເຫຼືອລ້າ 2 ລ້ານໂດລາສະຫະລັດ ເພື່ອປະກອບສ່ວນເຂົ້າໃນວຽກງານການສັກຢາໂຄວິດໃນລາວ

0
1540

ໃນວັນຈັນທີ່ຜ່ານມາ, ທ່ານທູດປີເຕີ ເຮມອນ ເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳລາວ ໄດ້ປະກາດເພີ່ມທຶນຊ່ວຍເຫຼືອລ້າມູນຄ່າ 2 ລ້ານໂດລາສະຫະລັດ ເພື່ອປະກອບສ່ວນເຂົ້າໃນວຽກງານການສັກຢາໂຄວິດໃນ ສປປ ລາວ.

ທຶນດັ່ງກ່າວມອບໂດຍອົງການພັດທະນາສາກົນປະເທດສະຫະລັດອາເມລິກາ ໃຫ້ແກ່ອົງການຢູນິເຊບ ແລະ ອົງການອະນາໄມໂລກ ຈະຊ່ວຍ ສປປ ລາວ ໃນການແຈກຢາຍວັກຊີນໃຫ້ໄດ້ຕາມແຜນປະຕິບັດງານແຫ່ງຊາດ ເພື່ອການໃຫ້ວັກຊີນກັນພະຍາດໂຄວິດ-19 ໃນ ສປປ ລາວ.

ມາຮອດປັດຈຸບັນ ສ. ອາເມລິກາໄດ້ໃຫ້ການຊ່ວຍເຫຼືອທຶນປະມານ 10 ລ້ານໂດລາ ເຂົ້າໃນວຽກງານໂຄວິດ19 ເຊິ່ງໄດ້ສະໜັບສະໜູນລັດຖະບານແຫ່ງ ສປປ ລາວ ໃນການຕໍ່ສູ້ກັບພະຍາດໂຄວິດ 19. ໃນເດືອນ ກໍລະກົດ, ສ. ອາເມລິກາໄດ້ບໍລິຈາກວັກຊີນຈອນສັນ ແລະ ຈອນສັນຈຳນວນຫຼາຍກ່ວາ 1 ລ້ານໂດສ ໃຫ້ແກ່ ສປປ ລາວ ພາຍໃຕ້ຈຸດປະສົງຂອງປະທານາທິບໍດີໄບເດນ ເພື່ອລົບລ້າງພະຍາດລະບາດໂຄວິດ19 ໃນໂລກ.

ທີ່ຜ່ານມາ, ການຊ່ວຍເຫຼືອຂອງອົງການ USAID ໂດຍຜ່ານອົງການຢູນິເຊບ ແລະ ອົງການອະນາໄມໂລກ ໄດ້ສະໜັບສະໜູນສປປ ລາວ ໃນການຝຶກອົບຮົມພະນັກງານດ່ານໜ້າ, ແພດໝໍ, ມອບອຸປະກອນແພດ ແລະ ອຸປະກອນຫ້ອງເເລັບ ແລະ ຊ່ວຍເປີດໂຮງຮຽນຄືນໃໝ່ຢ່າງປອດໄພເພື່ອໃຫ້ເດັກນ້ອຍລາວໄດ້ສືບຕໍ່ຮຽນໜັງສື.

ຂໍ້ມູນ: U.S.Embassy Vientiane

LEAVE A REPLY

Please enter your comment!
Please enter your name here