ສໍານັກງານນາຍົກລັດຖະມົນຕີອອກມາດຕະການສະບັບໃໝ່ 16-30 ກັນຍາ 2021

0
4190

ອີງຕາມ ການຖະແຫຼງຂ່າວຂອງ ທ່ານ ນ. ທິບພະກອນ ຈັນທະວົງສາ ຮອງລັດຖະມົນຕີ ຮອງຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ກ່ຽວກັບການສືບຕໍ່ປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນການລະບາດຂອງພະຍາດ COVID-19 ໃນໄລຍະວັນທີ 16-30 ກັນຍາ 2021 ໂດຍມີ ມາດຕະການຕ້ອງເພີ່ມທະວີການຈັດຕັ້ງປະຕິບັດ ແລະ ມາດຕະການຜ່ອນຜັນ ດັ່ງນີ້:

ສຸມໃສ່ການສັກວັກຊີນໃຫ້ເປົ້າໝາຍຕ່າງໆ ຕາມແຜນການ ແລະ ຄາດໝາຍທີ່ໄດ້ວາງໄວ້. ຮີບຮ້ອນສືບຕໍ່ຊອກຫາຜູ້ຕິດເຊື້ອມາປິ່ນປົວ ແລະ ນຳເອົາຜູ້ສຳຜັດໃກ້ຊິດ ມາກວດຫາເຊື້ອ ແລະ ຈຳກັດບໍລິເວນ ໃຫ້ຖືກຕ້ອງ ຕາມຫຼັກວິຊາການກ່ຽວຂ້ອງ.

ສໍາລັບທຸກແຂວງທີ່ມີການລະບາດຂອງພະຍາດ ໂຄວິດ-19 ແມ່ນຕ້ອງປະຕິບັດ ມາດຕະການຂ້າງລຸ່ມຢ່າງເຂັ້ມງວດຄື:

  • ສືບຕໍ່ປິດດ່ານທຸກປະເພດ
  • ສືບຕໍ່ໂຈະການອອກວິຊາທ່ອງທ່ຽວ
  • ສືບຕໍ່ປິດຮ້ານບັນເທິງ
  • ສືບຕໍ່ປິດໂຮງສາຍຮູບເງົາ
  • ສືບຕໍ່ປິດຮ້ານສະປາ
  • ສືບຕໍ່ປິດສູນກິລາໃນຮົ່ມ ແລະ ກາງແຈ້ງ
  • ສືບຕໍ່ປິດຮ້ານຄາຣາໂອເກະ
  • ສືບຕໍ່ປິດຮ້ານອິນເຕີເນັດຄາເຟ
  • ສືບຕໍ່ປິດຮ້ານສະນຸກເກີ ແລະ ກາຊີໂນ
  • ສືບຕໍ່ປິດການສັນຈອນຕັ້ງແຕ່ເວລາ 22:00 ໂມງ-05:00 ໂມງ
  • ສືບຕໍ່ປິດການຮຽນການສອນ
  • ຫ້າມເປີດຮ້ານນວດ
  • ຫ້າມເປີດຮ້ານເສີມຄວາມງາມ
  • ຫ້າມເປີດຕະຫຼາດກາງຄືນ
  • ຫ້າມເປີດສວນອາຫານ ແລະ ສະຖານທີ່ທ່ອງທ່ຽວ
  • ຫ້າມບຸກຄົນເດິນທາງເຂົ້າ-ອອກ ເຂດທີ່ມີການຕິດເຊື້ອ
  • ຫ້າມຈັດປະຊຸມ, ໂຮມຊຸມນຸມ
  • ຫ້າມຈັດງານສັງສັນ ຫຼື ຊຸມແຊວ
  • ຫ້າມກັກຕຸນ ແລະ ຂຶ້ນລາຄາສິນຄ້າ

ມາດຕະການຜ່ອນຜັນ ສຳລັບແຂວງທີ່ບໍ່ມີການລະບາດ

  • ສືບຕໍ່ອະນຸຍາດໃຫ້ເປີດ ຮ້ານຂາຍຍົກ-ຂາຍຍ່ອຍ, ຮ້ານຊຸບເປີມາເກັດ, ຕະຫຼາດສົດ
  • ສືບຕໍ່ອະນຸຍາດໃຫ້ເປີດຮ້ານຕັດຜົມ ແລະ ຮ້ານເສີມສວຍ
  • ສືບຕໍ່ອະນຸຍາດໃຫ້ເປີດຮ້ານອາຫານ ແລະ ຮ້ານກາເຟ
  • ສຶບຕໍ່ອະນຸຍາດໃຫ້ເປີດໂຮງຈັກໂຮງງານ
  • ສືບຕໍ່ອະນຸຍາດໃຫ້ຈັດກອງປະຊຸມຢູ່ສະຖານທີ່ນອກເຂດແດງ ສຶບຕໍ່ອະນຸຍາດໃຫ້ນຳໃຊ້ເຮືອຫາປາ ເພື່ອຫາປາ ແຕ່ 06:00 ໂມງ ຫາ 18:00 ໂມງ
  • ສືບຕໍ່ອະນຸຍາດໃຫ້ເດີນທາງເຂົ້າ -ອອກ ຢູ່ພາຍໃນທ້ອງຖິ່ນທີ່ບໍ່ມີການລະບາດ
  • ສືບຕໍ່ອະນຸຍາດໃຫ້ດຳເນີນການຂົນສົ່ງໂດຍສານ ທາງບົກ, ທາງນ້ຳ ແລະ ທາງອາກາດ
  • ສຶບຕໍ່ອະນຸຍາດໃຫ້ຜູ້ຂັບລົດ ແລະ ພະນັກງານຂົນສົ່ງສິນຄ້າສາມາດສົ່ງສິນຄ້າ
  • ສືບຕໍ່ອະນຸຍາດໃຫ້ເປີດການຮຽນ-ການສອນ
  • ສືບຕໍ່ອະນຸຍາດໃຫ້ເປີດບໍລິການສູນກິລາໃນຮົ່ມ ແລະ ກາງແຈ້ງ
  • ສືບຕໍ່ອະນຸຍາດໃຫ້ເປີດຮ້ານນວດ

ມາດຕະການຕໍ່ຜູ້ລະເມີດ: ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ລະເມີດມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດຂອງພະຍາດ COVID-19 ທີ່ລັດຖະບານ, ຄະນະສະເພາະກິດ, ກະຊວງ-ອົງການ ຂັ້ນສູນກາງ, ນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ວາງອອກ ແມ່ນດຳເນີນຕາມກົດໝາຍ ແລະ ລະບຽບການກ່ຽວຂ້ອງຕາມແຕ່ກໍລະນີໜັກ ຫຼື ເບົາ

LEAVE A REPLY

Please enter your comment!
Please enter your name here