ບໍລິສັດ ລັດວິສາຫະກິດ ຫວຍພັດທະນາ ດຳເນີນກິດຈະການເພື່ອຜ່ອນຄາຍຜູ້ມັກສ່ຽງໂຊກ-ຊິງລາງວັນ

0
1739

ບໍລິສັດ ລັດວິສາຫະກິດ ຫວຍພັດທະນາ ແມ່ນຫົວໜ່ວຍທຸລະກິດໜຶ່ງທີ່ຂຶ້ນກັບການຄຸ້ມຄອງໂດຍກົງຂອງກະຊວງການເງີນ,ໂດຍດຳເນີນກິດຈະການຫວຍເພື່ອເປັນການພັກຜ່ອນຢ່ອນອາລົມຂອງຜູ້ມັກສ່ຽງໂຊກ-ຊິງລາງວັນຄຽງຄູ່ກັນນີ້, ຍັງສ້າງວຽກເຮັດງານທຳ, ລາຍໄດ້ແກ່ຜູ້ຂາຍຫວຍ, ສ້າງລາຍຮັບງົບປະມານດ້ວຍການເກັບກູ້ເງິນສົດສ່ວນໜຶ່ງທີ່ຈໍລະຈອນໃນສັງຄົມເຂົ້າສູ່ລະບົບການເງິນ-ທະນາຄານນຳອີກດ້ວຍ.

ອີງຕາມການໃຫ້ສຳພາດຂອງທ່ານ ອັກຄະວອນ ຫຼວງສຸວັນນະວົງ ຜູ້ອຳນວຍການບໍລິສັດ ລັດວິສາຫະກິດ ຫວຍພັດທະນາ ໃນທ້າຍອາທິດຜ່ານມານີ້ວ່າ: ການດຳເນີນທຸລະກິດແມ່ນໄດ້ນຳໃຊ້ຫຼາຍພາກສ່ວນເສດຖະກິດເຂົ້າຮ່ວມໃນການຈຳໜ່າຍຜະລິດຕະພັນຫວຍພັດທະນາທຸກປະເພດຕາມມາດຖານເງື່ອນໄຂ ແລະ ລະບຽບການທີ່ໄດ້ກຳນົດໄວ້, ບັນດາຕົວແທນຈຳໜ່າຍຫວຍພັດທະນາລ້ວນແຕ່ເປັນຄົນລາວ, ຊຶ່ງໄດ້ຮັບການສ້າງຕັ້ງຕາມການເຫັນດີຂອງອຳນາດການປົກຄອງ ແລະ ຄຸ້ມຄອງການເຄື່ອນໄຫວຈຳໜ່າຍພາຍໃຕ້ລະບຽບກົດໝາຍ.

ບໍລິສັດ ລັດວິສາຫະກິດ ຫວຍພັດທະນາ ມີພາລະບົດບາດໃນການເຄື່ອນໄຫວພິມ-ຈຳໜ່າຍໃບຫວຍພັດທະນາທຸກປະເພດ, ຄົ້ນຄວ້າຮູບແບບການຈຳໜ່າຍໃບຫວຍທຸກປະເພດ, ສ້າງແຜນການຈຳໜ່າຍໃຫ້ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການໃນແຕ່ລະໄລຍະຄຸ້ມຄອງການຈຳໜ່າຍ, ກຳນົດມູນຄ່າລາງວັນ, ກຳນົດອັດຕາເປີເຊັນຜູ້ຂາຍຫວຍສະເໜີຕໍ່ກະຊວງການເງິນພິຈາລະນາຮັບຮອງ, ຈັດຕັ້ງການອອກເລກລາງວັນຢູ່ບໍລິສັດ ລັດວິສາຫະກິດ ຫວຍພັດທະນາບ່ອນດຽວ, ນຳສະເໜີການແຕ່ງຕັ້ງຄະນະກຳມະການຄຸ້ມຄອງການອອກເລກລາງວັນຂັ້ນສູນກາງ, ເພື່ອເຂົ້າຮ່ວມກິດຈະກຳອອກເລກລາງວັນ, ກວດກາອຸປະກອນທີ່ຈະນຳໃຊ້ອອກເລກລາງວັນ, ຄັດເລືອກຕິດຊັ່ງນ້ຳໜັກໜ່ວຍບານ ແລະ ຢັ້ງຢືນຜົນການອອກເລກລາງວັນ.

ປັດຈຸບັນຫວຍພັດທະນາພິມ-ຈຳໜ່າຍຫວຍພັດທະນາທຸກປະເພດ ທີ່ໄດ້ຮັບອະນຸຍາດປະກອບມີ: ຫວຍເລກ 6 ໂຕ, ເລກ 5 ໂຕ 4 ໂຕ, ເລກ 3 ໂຕ, ເລກ 2 ໂຕ, ເລກ 1 ໂຕທ້າຍ, ຫວຍຕຳລາຝັນ 3/40, ຫວຍຂູດ ແລະ ມີຕົວແທນຈຳໜ່າຍຫວຍພັດທະນາທົ່ວປະເທດທັງໝົດ 52 ຕົວແທນ, ມີສະມາຊິກຜູ້ຂາຍຫວຍປະມານ 20 ພັນກວ່າຄົນ, ມີເຄື່ອງຂາຍຫວຍຂື້ນທະບຽນແລ້ວຈຳນວນ 37.483 ເຄື່ອງ, ມູນຄ່າຈຳໜ່າຍຫວຍພັດທະນາທຸກປະເພດ 6 ເດືອນຕົ້ນປີ 2021 ປະມານ 1.615 ຕື້ກີບ ເທົ່າກັບ 123,76% ຂອງແຜນການ, ລື່ນແຜນການ 23,76 % ຂອງຕົວເລກແຜນການຈຳໜ່າຍ.

ດ້ານຕົວເລກລາຍຮັບປະຕິບັດໄດ້ທັງໝົດ 48,937 ຕື້ກີບເທົ່າກັບ 119,80% ຂອງແຜນການ, ທຽບໃສ່ໄລຍະດຽວກັນຂອງປີ 2020 ເພີ້ມຂຶ້ນ 31,53%, ປະຕິບັດພັນທະເຂົ້າງົບປະມານຈຳນວນ 28,5 ຕື້ກວ່າກີບເທົ່າກັບ 115,33% ຂອງແຜນການ,ທຽບໃສ່ໄລຍະດຽວກັນຂອງປີ 2020 ເພີ້ມຂຶ້ນ 19,82%.

ຄຽງຄູ່ກັນນີ້, ໄດ້ປະກອບສ່ວນຊຸກຍູ້ກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ, ອຸປະຖໍາເຄື່ອງນຸ່ງຫົ່ມຕ້ານໄພໜາວໃຫ້ແກ່ຄະນະບໍລິຫານງານຊາວໜຸ່ມເມືອງວຽງໄຊ ແຂວງຫົວພັນ, ອຸປະຖຳມູນນິທິການສຶກສາເພື່ອພັດທະນາສຳລັບນັກຮຽນທີ່ມີຄວາມຕ້ອງການພິເສດ (ພິການ), ອຸປະຖຳກອງທຶນສົ່ງເສີມການສຶກສາໃຫ້ແກ່ບຸກຄົນໂອທິສະຕິກ, ປະກອບສ່ວນໃຫ້ປະເທດ ສ.ສ ຫວຽດນາມໂດຍມອບຜ່ານຫ້ອງການກະຊວງການເງິນ, ເພື່ອຊື້ຜ້າອັດປາກ-ດັງປ້ອງກັນພະຍາດໂຄວິດ-19 ແລະ ອື່ນໆໃນ 6 ເດືອນ ຕົ້ນປີ 2021 ລວມມູນຄ່າ 400 ລ້ານກວ່າກີບ.

ທ່ານ ຜູ້ອຳນວຍການບໍລິສັດ ລັດວິສາຫະກິດ ຫວຍພັດທະນາ ເນັ້ນຕື່ມອີກວ່າ: ສໍາລັບທິດທາງແຜນການດຳເນີນທຸລະກິດໃນ 6 ເດືອນທ້າຍປີ, ຈະສືບຕໍ່ສູ້ຊົນປະຕິບັດຕົວເລກແຜນການດຳເນີນທຸລະກິດໃຫ້ໄດ້ຕາມແຜນ ການ ຫຼື ລື່ນແຜນການທີ່ສະພາບໍລິຫານໄດ້ຮັບຮອງແລ້ວ, ປະກອບສ່ວນພັນທະງົບປະມານໃຫ້ລັດຕາມກົດໝາຍກຳນົດຢ່າງເຂັ້ມງວດ ແລະ ສືບຕໍ່ຈັດຕັ້ງປະຕິບັດວຽກງານຕ່າງໆເປັນຕົ້ນ: ສືບຕໍ່ແກ້ໄຂບັນຫາປະກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມກ່ຽວກັບສະພາບການຈຳໜ່າຍຫວຍນອກລະບົບ ແລະ ການນຳຫວຍຈາກປະເທດໃກ້ຄຽງເຂົ້າມາຈຳໜ່າຍຢ່າງແຜ່ຫຼາຍໃນຂອບເຂດທົ່ວປະເທດໃຫ້ຫລຸດໜ້ອຍຖອຍລົງ, ພັດທະນາລະບົບໄອທີແບບທັນສະໄໝຄົບຊຸດ, ສົ່ງເສີມພັດທະນາດ້ານບຸກຄະລາກອນໃຫ້ມີຄວາມຮູ້ຄວາມສາມາດ, ເພື່ອມາຮັບໃຊ້ວຽກງານການຄຸ້ມຄອງການເຄື່ອນໄຫວເພື່ອຮັບປະກັນທາງດ້ານຄຸນນະພາບ, ໂປ່ງໃສຕິດຕາມກວດກາການຈຳໜ່າຍໄດ້ຢ່າງຖືກ ຕ້ອງທັນເວລາ, ຄົ້ນຄວ້າປັບປຸງສ້າງນິຕິກຳຄຸ້ມຄອງການຈຳໜ່າຍໃຫ້ສອດຄ່ອງແຕ່ລະໄລຍະ,ສືບຕໍ່ສົມທົບຄະນະສະເພາະກິດທີ່ໄດ້ຮັບການແຕ່ງຕັ້ງຈາກກະຊວງການເງິນ, ເພື່ອປຶກສາຫາລືກຳນົດທິດທາງແຜນການ, ມາດຕະການໃນການສະກັດກັ້ນ,  ເຜີຍແຜ່ໂຄສະນານິຕິກຳກ່ຽວກັບວຽກງານການຕ້ານ ແລະ ສະກັດກັ້ນການຈຳໜ່າຍຫວຍ ນອກລະບົບທຸກຮູບແບບຢ່າງກວ້າງຂວາງ, ຈັດຕັ້ງປະຕິບັດມາດຕະການຕໍ່ຜູ້ລະເມີດທັງຜູ້ຊື້-ຜູ້ຂາຍ, ພ້ອມທັງສືບຕໍ່ຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ ແລະ ສືບຕໍ່ປະກອບສ່ວນຊ່ວຍເຫລືອສັງຄົມຢ່າງມີຈຸດສຸມ ແລະ ຕໍ່ເນື່ອງ.

LEAVE A REPLY

Please enter your comment!
Please enter your name here