ແຈ້ງເຕືອນພາຍຸໝຸນເຂດຮ້ອນ ປະຈໍາວັນທີ 13/09/2021

0
1541

ບາງທ້ອງຖິ່ນແຂວງພາກກາງ ແລະ ພາກໃຕ້ ຂອງລາວ ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມ ໃນລະດັບຄ່ອຍຢູ່ເກືອບທົ່ວໄປ ແລະ ຕົກປານກາງ ຫາ ຕົກຫນັກ ພ້ອມມີລົມພັດແຮງ.

ຮ່ອງຄວາມກົດດັນອາກາດຕໍ່າ ຫຼື ຮ່ອງຝົນ ຍັງຈະສືບຕໍ່ພາດຜ່ານຢູ່ເຂດ ພາກກາງ ແລະ ພາກໃຕ້ຂອງປະເທດລາວ, ພ້ອມດຽວກັນພາຍຸດີເປູເຊິນ ໃນ ເວລາ 7 ໂມງເຊົ້າ ຂອງວັນທີ 13 ກັນຍາ 2021, ຍັງເຄື່ອນທີ່ຢູ່ເສັ້ນຂະຫນານທີ 15.4 ອົງສາເຫນືອ ແລະ ເສັ້ນແວງທີ 108.7 ອົງສາຕາເວັນອອກ ແລະ ສືບຕໍ່ເຄື່ອນທີ່ມາທາງທິດຕາເວັນຕົກ -ຕາເວັນຕົກສ່ຽງໃຕ້, ຊຶ່ງວົງລັດສະຫມີຂອງພາຍຸຫົວນີ້ຍັງກວມເອົາເຂດພາກກາງ ແລະ ພາກໃຕ້ຂອງ ປະເທດລາວ, ຊຶ່ງຍັງຈະເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍຢູ່ເກືອບທົ່ວໄປ ແລະ ຕົກປານກາງ ຫາ ຕົກຫນັກ ພ້ອມມີລົມພັດແຮງຢູ່ ບາງທ້ອງຖິ່ນແຂວງພາກກາງ ແລະ ພາກໃຕ້ຕື່ມອີກ.

ດັ່ງນັ້ນຈຶ່ງແຈ້ງເຕືອນເຖີງອໍານາດການປົກຄອງທຸກພາກສ່ວນ ແລະ ປະຊາຊົນບັນດາເຜົ່າທີ່ອາໄສ ຢູ່ບັນດາແຂວງດັ່ງກ່າວ ໂດຍສະເພາະຜູ້ທີ່ອາໃສລຽບຕາມຮ່ອມພູ ແລະ ແຄມແມ່ນໍ້າຕ່າງໆຢູ່ແຂວງ ຄໍາມ່ວນ, ສະຫັວນນະເຂດ, ສາລະວັນ, ຈໍາປາ ສັກ, ອັດຕະປື, ເຊກອງ ຈົ່ງມີສະຕິລະມັດລະວັງຕໍ່ສະພາບດິນເຈື່ອນ, ນໍ້າຖ້ວມຊູ ແລະ ນ້ໍາຖ້ວມຍິ່ງ ທີ່ຈະເກີດຂຶ້ນໄດ້ໃນໄລຍະນີ້ ພ້ອມທັງກະກຽມ ຍົກຍ້າຍວັດຖຸສິ່ງຂອງທີ່ມີຄ່າ ແລະ ສັດລ້ຽງໄປໄວ້ບ່ອນທີ່ສູງ ແລະ ປອດໄພ.

ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກ ກະສາດ ໃນໄລຍະ 1 ຫາ 2 ວັນຕໍ່ຫນ້ານີ້.

LEAVE A REPLY

Please enter your comment!
Please enter your name here