ເຈົ້າໜ້າທີ່ທຳລາຍໃບຫວຍເຖື່ອນ ແລະ ເຄື່ອງຫຼີ້ນການພະນັນທີ່ຕ້ອງຫ້າມ

0
4230

ຕາມການລາຍງານ ຂອງປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ຕອນບ່າຍວັນທີ 3 ກັນຍາ 2021, ເຈົ້າໜ້າທີ່ ພະແນກຕໍາຫຼວດປ້ອງກັນເສດຖະກິດ ຫ້ອງຕໍາຫຼວດ ປກສ ນວ ໄດ້ສົມທົບກັບພະແນກອຸດສາຫະກຳການຄ້າ ນະຄອນຫຼວງວຽງຈັນ ແລະ ພາກສ່ວນກ່ຽວຂ້ອງ ທໍາລາຍເຄື່ອງຫຼີ້ນການພະນັນທີ່ຕ້ອງຫ້າມ ລວມມີ ຕູ້ເກມສະຫຼອດມາກຊີ່ນ 5 ຕູ້, ອຸປະກອນໄກ່ໂຕນຄອນ 6 ຊຸດ ແລະ ໃບຫວຍຂອງລັດຖະບານໄທ 5.000 ໃບ, ຢູ່ສູນບໍາບັດຂີ້ເຫຍື້ອຫຼັກ 32 ເມືອງໄຊທານີ ນະຄອນຫຼວງວຽງຈັນ, ໂດຍມີ ພັຕ ຄໍາເບົ້າ ປີວແກ້ວປະເສີດ ຮອງຫົວໜ້າພະແນກຕໍາຫຼວດປ້ອງກັນເສດຖະກິດ ຫ້ອງຕໍາຫຼວດ ປກສ ນວ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ໃນການທໍາລາຍຄັ້ງນີ້, ພັຕ ຄໍາເບົ້າ ປີວແກ້ວປະເສີດ ໃຫ້ຮູ້ວ່າ: ຕົ້ນປີ 2020 ໄດ້ຮັບແຈ້ງຂໍ້ມູນຈາກພົນລະເມືອງ ວ່າ: ມີການລັກລອບຂາຍຫວຍ ໂດຍບໍ່ໄດ້ຮັບອະນຸດຍາດ ແລະ ເປີດໃຫ້ບໍລິການ ຫຼີ້ນການພະນັນທີ່ຕ້ອງຫ້າມ ຢູ່ຕະຫຼາດເຊົ້າມໍ ບ້ານຫັດສະດີ ເມືອງຈັນທະບູລີ ນວ. ເຈົ້າໜ້າທີ່ຕໍາຫຼວດປ້ອງກັນເສດຖະກິດ ຈຶ່ງໄດ້ສົມທົບກັບພາກສ່ວນກ່ຽວຂ້ອງ ອອກຕິດຕາມ, ກວດກາ ແລະ ພົບເຫັນ ຕາມການແຈ້ງຂອງພົນລະເມືອງ; ເຊິ່ງເປັນການລະເມີດຕໍ່ແຈ້ງການຂອງ ຫ້ອງວ່າການ ສໍານັກງານນາຍົກລັດຖະມົນຕີ ສະບັບເລກທີ 2253/ຫສນຍ ລົງວັນທີ 25 ທັນວາ 2019; ລະເມີດຕໍ່ຄໍາສັ່ງແນະນໍາຂອງທ່ານຫົວໜ້າກົມຕໍາຫຼວດເສດຖະກິດ ສະບັບເລກທີ 688/302 ລົງວັນທີ 26 ມີນາ 2020 ແລະ ກົດໝາຍ ມາດຕາ 141 ຂອງປະມວນກົດໝາຍອາຍາ.

ສະນັ້ນ, ເຈົ້າໜ້າທີ່ ຈຶ່ງໄດ້ຢຶດໃບຫວຍເຖື່ອນ ແລະ ອຸປະກອນເຄື່ອງຫຼີ້ນການພະນັນຕ້ອງຫ້າມ ມາໄວ້ຫ້ອງຕໍາຫຼວດ ປກສ ນວ ເພື່ອທໍາລາຍຖິ້ມ. ພ້ອມທັງ ນໍາໃຊ້ມາດຕະການສຶກສາອົບຮົມກ່າວເຕືອນໃຫ້ຢຸດເຊົາ ປັບໃໝ ຕາມກົດໝາຍຕາມລະບຽບການຕໍ່ເຈົ້າຂອງອຸປະກອນເຄື່ອງຫຼີ້ນການພະນັນຕ້ອງຫ້າມ ແລະ ຜູ້ລັກລອບຂາຍຫວຍໂດຍບໍ່ໄດ້ຮັບອະນຸດຍາດ.

LEAVE A REPLY

Please enter your comment!
Please enter your name here