ກອງປະຊຸມ ຄະນະຊີ້ນຳລະດັບຊາດ ໂຄງການກໍ່ສ້າງພະພຸດທະຮູບໃຫຍ່ ຢູ່ເຂດເສດຖະກິດພິເສດ ບຶງທາດຫຼວງ

0
6190

ໃນຄັ້ງວັນທີ 31 ສິງຫາ 2021 ໃນຕອນເຊົ້າຂອງວັນທີ 31 ສິງຫາ 2021 ທີ່ຜ່ານມາ ໄດ້ມີກອງປະຊຸມຄະນະຊີ້ນຳລະດັບຊາດ ໂຄງການກໍ່ສ້າງພະພຸດທະຮູບໃຫຍ່ ຢູ່ເຂດເສດຖະກິດພິເສດ ບຶງທາດຫຼວງ ພາຍໃຕ້ການເປັນປະທານ ຂອງທ່ານ ສາດສະດາຈານ ປອ ກິແກ້ວ ໄຂຄໍາພິທູນ, ຮອງນາຍົກລັດຖະມົນຕີ, ປະທານຄະນະຊີ້ນຳລະດັບຊາດ ໂຄງການກໍ່ສ້າງພະພຸດທະຮູບໃຫຍ່ ຢູ່ເຂດເສດຖະກິດພິເສດບຶງທາດຫຼວງ, ໂດຍມີພຣະຫຼັກແກ້ວ ມະຫາເຫວດ ມະເສໄນ ຮອງປະທານສູນກາງອົງການພຸດທະສາສະໜາສຳພັນລາວ, ບັນດາທ່ານຮອງລັດຖະມົນຕີ, ທ່ານ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ວາການຫົວໜ້າຫ້ອງການສົ່ງເສີມ ແລະ ຄຸ້ມຄອງເຂດເສດຖະກິດພິເສດ, ຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດພິເສດ ນະຄອນຫຼວງວຽງຈັນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ຈຸດປະສົງຂອງກອງປະຊຸມຄັ້ງປະຖົມມະລຶກຂອງ ຄະນະຊີ້ນຳລະດັບຊາດ ໂຄງການກໍ່ສ້າງພະພຸດທະຮູບໃຫຍ່ໃນຄັ້ງນີ້ ແມ່ນເພື່ອຄົ້ນຄວ້າປຶກສາຫາລື ກ່ຽວກັບການກະກຽມວຽກງານ ໂຄງການກໍ່ສ້າງພະພຸດທະຮູບໃຫຍ່ ແລະ ສະເໜີຜ່ານຮ່າງຂໍ້ຕົກລົງຄະນະຮັບຜິດຊອບການຈັດຕັ້ງປະຕິບັດໂຄງການກໍ່ສ້າງພະພຸດທະຮູບໃຫຍ່ ຢູ່ເຂດເສດຖະກິດພິເສດບຶງທາດຫຼວງ ປະກອບມີຄະນະຊີ້ນຳລວມ, ຄະນະຕິດຕາມກວດກາພາກສະໝາມແລະ ກອງເລຂາຊ່ວຍວຽກ ພ້ອມທັງ ປຶກສາຫາລືຄົ້ນຄວ້າ ການແບ່ງໜ້າທີ່ຄວາມຮັບຜິດຊອບວຽກງານຂອງ ຄະນະຊີ້ນຳລະດັບຊາດໂຄງການກໍ່ສ້າງພະພຸດທະຮູບໃຫຍ່ ຢູ່ເຂດເສດຖະກິດພິເສດບຶງທາດຫຼວງ ຕາມຂໍ້ຕົກລົງ ສະບັບເລກທີ 47/ນຍ, ລົງວັນທີ 28 ພຶດສະພາ 2021.

ໃນໂອກາດນີ້ ທ່ານ ສຈ ປອ ກິແກ້ວ ໄຂຄໍາພິທູນ ໄດ້ມີຄໍາເຫັນວ່າ ເຂດເສດຖະກິດພິເສດ ຢູ່ ສປປ ລາວ ໃນປະຈຸບັນໄດ້ມີການພັດທະນາຢ່າງຕໍ່ເນື່ອງ, ມີການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ບໍ່ວ່າໃນທາງກົງ ແລະ ທາງອ້ອມ ຊ່ວຍຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນ ເປັນຕົ້ນແມ່ນການສ້າງວຽກເຮັດງານທຳ ຍົກລະດັບສີມືແຮງງານໃຫ້ປະຊາຊົນ ພ້ອມທັງເປັນອີກຖານລາຍຮັບໜຶ່ງໃຫ້ກັບລັດຖະບານຂອງພວກເຮົາ.

ຊຶ່ງການພັດທະນາຢູ່ເຂດເສດຖະກິດພິເສດ ກໍ່ເຫັນວ່າມີຫຼາຍຮູບແບບການພັດທະນາ ທີ່ມີເຂດອຸດສາຫະກຳການຜະລິດ, ການຂົນສົ່ງ ແລະ ການພັດທະນາເມືອງໃໝ່ທີ່ທັນສະໄໜໂດຍຕິດພັນກັບສິ່ງແວດລ້ອມ ແລະ ວັດທະນະທໍາ ໂດຍສະເພາະ ໂຄງການກໍ່ສ້າງພະພຸດທະຮູບໃຫຍ່ ຢູ່ເຂດເສດຖະກິດພິເສດບຶງທາດຫຼວງ ແມ່ນເປັນໂຄງການທີ່ແນ່ໃສ່ການອະນຸລັກ ແລະ ສົ່ງເສີມທາງດ້ານວັດທະນະທຳ, ປະຫວັດສາດ ແລະ ຮີດຄອງປະເພນີອັນດີງາມຂອງຊາດລາວ, ເສີມສ້າງທາງດ້ານພຸດທະສາສະໜາໃຫ້ມີຄວາມຍືນຢົງທັນກັບຍຸກສະໄໝໂລກາວິວັດ, ທັງເປັນການກະຕຸກຊຸກຍູ້ເຮັດໃຫ້ເຂດເສດຖະກິດພິເສດບຶງທາດຫຼວງ ກາຍເປັນແຫຼ່ງສູນລວມທາງດ້ານເສດຖະກິດມີການພັດທະນາຮອບດ້ານ ເປັນແຫຼງທ່ອງທ່ຽວທີ່ຕິດພັນທາງດ້ານວັດທະນະທຳ, ປະຫວັດສາດອັນດີງາມຂອງຊາດລາວ. ສະນັ້ນ ເພື່ອຄວາມເປັນເອກະພາບຮ່ວມກັນຂອງຂະແໜງການພາກລັດພວກເຮົາ ກໍ່ຄືການຫຼີກລ້ຽງບັນຫາຕ່າງໆທີ່ກະທົບຕໍ່ກັບການດຳເນີນໂຄງການກໍ່ສ້າງດັ່ງກ່າວ ແລະ ຮັບປະກັນຄວາມຖືກຕ້ອງສອດຄ່ອງຕາມຫຼັກການແລ້ວ ຂໍໃຫ້ບັນດາກະຊວງເອົາໃຈໃສ່ໃນການຄົ້ນຄວ້າຮູບແບບ, ໂຄງສ້າງຂອງພະພຸດທະຮູບໃຫຍ່ ດັ່ງກ່າວໃຫ້ຖືກຕ້ອງທາງດ້ານສະຖາປັດຕະຍະກຳ ແລະ ສອດຄ່ອງຕາມຮີດຄອງປະເພນີ ແລະ ວັດທະນະທຳຂອງຊາດລາວ ໃຫ້ມີການຂຽນປະຫວັດຄວາມເປັນມາຢ່າງຈະແຈ້ງພ້ອມນັ້ນກໍ່ໃຫ້ເອົາໃຈໃສ່ໃນດ້ານເຕັກນິກ-ວິຊາການ, ແລະ ມາດຕະຖານຕ່າງໆໃນການກໍ່ສ້າງ ເພື່ອຮັບປະກັນຄວາມປອດໄພໃນດ້ານຕ່າງໆ.

ຫຼັງຈາກນັ້ນ ຜູ້ແທນເຂົ້າຮ່ວມກອງປະຊຸມ ກໍ່ໄດ້ລົງເບິ່ງພຶ້ນທີ່ຈະນໍາໃຊ້ເປັນສະຖານທີ່ກໍ່ສ້າງ ແລະ ປະດິດສະຖານພະພຸດທະຮູບໃຫຍ່ ລວມເຖິງຮູບຈໍາລອງເບື້ອງຕົ້ນພະພຸດທະຮູບໃຫຍ່ ແລະ ໂຄງການພັດທະນາ ຂສພ ບຶງທາດຫຼວງ ທີ່ຈະກໍ່ສ້າງໃນອານາຄົດ.

ຂໍ້ມູນຈາກ: ເຂດເສດຖະກິດພິເສດ ນະຄອນຫຼວງວຽງຈັນ

LEAVE A REPLY

Please enter your comment!
Please enter your name here