ສວຍໂອກາດຍັກຍອກຊັບໃນເວລານໍາສົ່ງເຄື່ອງໃຫ້ລູກຄ້າ ສຸດທ້າຍໄປບໍ່ລອດ!

0
3596

ສວຍໂອກາດຍັກຍອກຊັບໃນເວລານໍາສົ່ງເຄື່ອງໃຫ້ລູກຄ້າ

ທ້າວ ກຸນ ອາຍຸ 30 ປີ ແລະ ທ້າວ ຄໍາພອນ ( ເບ ) ອາຍຸ 29 ປີ ທັງສອງຢູ່ບ້ານ ໜອງບຶກ ເໜືອ ເມືອງສີໂຄດຕະບອງ ນວ ຖືກກັກຕົວໃນວັນທີ 27 ສິງຫາ 2021 ໃນຂໍ້ຫາຍັກຍອກຊັບພົນລະເມືອງ ເຊິ່ງພວກກ່ຽວທັງສອງຄົນໄດ້ເປັນກໍາມະກອນ ຢູ່ຮ້ານຂາຍເຄື່ອງຂອງນາງຄໍາປິວ ຂາຍເຄື່ອງຈັກ ແລະ ເຄື່ອງໄຟຟ້າ ຢູ່ບ້ານ ປາກທ້າງ ເມືອງສີໂຄດຕະບອງ ນວ ເຊິ່ງໃນເວລາທີ່ຖືກມອບໝາຍໃຫ້ເອົາເຄື່ອງໄປສົ່ງລູກຄ້າໄດ້ພາກັນສວຍໂອກາດ ແກະເອົາສິນຄ້າທີ່ນໍາສົ່ງໃຫ້ລູກຄ້າປະເພດເລື່ອຍໄຟຟ້າວົງເດືອນ ແລະ ຈັກຕັດຫຍ້າ ແກັດລະ 2 ເຄື່ອງທີ່ເປັນສິ້ນສ່ວນ ແລ້ວເອົາໄປປະກອບເຂົ້າກັນ ມີຈັກຕັດຫຍ້າທັງໝົດ 10 ເຄື່ອງ ແລະ ເລື່ອຍໄຟຟ້າວົງເດືອນ 1 ເຄື່ອງ ແລ້ວນໍາໄປຂາຍໃຫ້ຄົນຢູ່ຫ້ອງແຖວ ບ້ານ ໜອງບຶກເໜືອ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ.

ພັທ ຄໍາປ່ຽນ ອຸດົມວິໄລ ຫົວໜ້າພະແນກຕໍາຫຼວດ ກອງບັນຊາການ ປກສ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ພາຍຫຼັງໄດ້ຮັບແຈ້ງຄວາມຈາກຜູ້ເສຍຫາຍ ໃນວັນທີ 23 ສິງຫາ 2021 ເຈົ້າໜ້າທີ່ ປກສ ເມືອງສີໂຄດຕະບອງ ນວ ໄດ້ລົງເກັບກໍາຂໍ້ມູນຢູ່ສະຖານທີ່ດັ່ງກ່າວ ຈິ່ງສາມາດກັກຕົວເປົ້າໝາຍທັງສອງຄົນມາດໍາເນີນຄະດີ ແລະ ໄດ້ນໍາເອົາເຄື່ອງຂອງກາງທີ່ພວກກ່ຽວທັງສອງເອົາໄປ ມາຄືນໃຫ້ເຈົ້າຂອງເດີມ ກ່າວມອບໂດຍ ພັທ ຄໍາປ່ຽນ ອຸດົມວິໄລ ຫົວໜ້າພະແນກຕໍາຫຼວດ ກອງບັນຊາການ ປກສ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ.

ຕໍ່ກັບຄະດີດັ່ງກ່າວນີ້, ກອງບັນຊາການ ປກສ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ກໍາລັງຢູ່ໃນຂັ້ນຕອນລວບລວມເອກະສານຫຼັກຖານສະຫຼຸບສະຫຼຸບສໍານວນສົ່ງໃຫ້ ໄອຍະການພິຈາລະນາຕາມກົດໝາຍ.

LEAVE A REPLY

Please enter your comment!
Please enter your name here