ເຈົ້າໜ້າທີ່ເລັ່ງຊອກຜູ້ຜູ້ກໍ່ເຫດຕຳແລ້ວໜີ ຄູ່ກໍລະນີເສຍຊີວິດຄາທີ່!

0
538

ເຈົ້າໜ້າທີ່ເລັ່ງຊອກຫາຜູ້ກໍ່ເຫດແລ້ວໜີ ຂະນະທີ່ຄູ່ກໍລະນີເສຍຊີວິດຄາທີ່.

ຕາມການລາຍງານ ຂອງປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ອຸບັດຕິເຫດ ລົດໃຫຍ່ຕໍາກັບລົດຈັກ ໃນເວລາ 21:30 ໂມງ, ຂອງວັນທີ 27 ສິງຫາ 2021, ຢູ່ເຂດບ້ານໂພນມ່ວງ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ເຮັດໃຫ້ເກີດມີຜູ້ຂັບຂີ່ລົດຈັກເສຍຊີວິດຄາທີ່; ຫຼັງເກີດເຫດຜູ້ຂັບຂີ່ລົດຍົນ ໄດ້ເອົາຕົວລົບໜີ.

ປັດຈຸບັນ ເຈົ້າໜ້າທີ່ພະແນກຕໍາຫຼວດຈະລາຈອນ ນະຄອນຫຼວງວຽງຈັນ ໄດ້ປະສານສົມທົບກັບພາກສ່ວນກ່ຽວຂ້ອງ ເລັ່ງຕິດຕາມຕົວຜູ້ຫຼົບໜີມາດໍາເນີນຄະດີຕາມຂັ້ນຕອນຂອງກົດໝາຍ.

ເຈົ້າໜ້າທີ່ ພະແນກຕໍາຫຼວດຈະລາຈອນ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ພາຍຫຼັງເກີດເຫດ ໄດ້ລົງກວດກາຊັນນະສູດສະຖານທີ່ເກີດເຫດວັດແທກ ແລະ ເກັບກໍາຂໍ້ມູນທ້ອນໂຮມຫຼັກຖານຮ່ອງຮອຍການກະທົບເບື້ອງຕົ້ນຮູ້ໄດ້ວ່າ: ອຸບັດຕິເຫດຄັ້ງນີ້ ເກີດຈາກລົດຍົນຕໍາກັບ ລົດຈັກຮອນດ້າເວບ 100 ໝາຍເລກທະບຽນ ດລ 0363 ກໍາແພງນະຄອນ ຜູ້ຂັບຂີ່ລົດຈັກ ຊື່ ທ້າວ ບຸນທັນ ອາຍຸ 21 ປີ, ກໍາມະກອນ, ຢູ່ບ້ານແສນດິນ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ເສຍຊີວິດ;

ສ່ວນຜູ້ຂັບຂີ່ລົດຍົນໄດ້ເອົາຕົວຫຼົບໜີ ປັດຈຸບັນ ເຈົ້າໜ້າທີ່ພວມເລັ່ງຕິດຕາມຕົວຜູ້ກ່ຽວມາດໍາເນີນຄະດີຕາມກົດໝາຍ.

ຕໍ່ກັບເຫດການຄັ້ງນີ້, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ໄດ້ສະແດງຄວາມເສຍໃຈຕໍ່ຄອບຄົວຜູ້ເສຍຊີວິດ ແລະ ຮຽກຮ້ອງມາຍັງຜູ້ໃຊ້ລົດໃຊ້ຖະໜົນ ໃຫ້ມີສະຕິ, ເອົາໃຈໃສ່ປະຕິບັດກົດຈະລາຈອນຢ່າງເຂັ້ມງວດ, ໃຫ້ກຽດເຊິ່ງກັນແລະກັນ, ບໍ່ຄວນປະໝາດ, ບໍ່ໃຊ້ຄວາມໄວເກີນກໍານົດ, ໃນກໍລະນີເກີດອຸບັດຕິເຫດ ຕ້ອງຢຸດຈອດ ແລະ ຢູ່ຮ່ວມການກວດກາຊັນນະສູດນໍາເຈົ້າໜ້າທີ່ ຖ້າເອົາຕົວຫຼົບໜີ ຖືວ່າເປັນຜູ້ລະເມີດຕໍ່ປະມວນກົດໝາຍອາຍາມາດຕາ 146 ທີ່ກໍານົດໄວ້.

LEAVE A REPLY

Please enter your comment!
Please enter your name here