ຜູ້ບຳບັດຢາເສບຕິດ ໄດ້ຮັບການສັກວັກຊິນປ້ອງກັນພະຍາດໂຄວິດ-19

0
1094

ຕາມປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ ລາຍງານ: ໃນວັນທີ 30 ສິງຫາ 2021 ສູນປິ່ນປົວ ແລະ ຝຶກວິຊາຊີບຜູ້ຕິດຢາເສບຕິດ ຫ້ອງຕຳຫຼວດ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ໄດ້ຈັດພິທີ ສັກວັກຊິນຈອນສັນ ແລະ ຈອນສັນ ( johnson & Johnson) ກັນພະຍາດໂຄວິດ-19 ໃຫ້ຜູ້ບຳບັດ ຈຳນວນ ພັນກວ່າຄົນ, ຍິງ 49 ຄົນ ຢູ່ສະໂມສອນຂອງສູນ ໂດຍການນຳພາຂອງ ພັທ ນາງ ກິນດາລາ ອິນທະມາລີ ຫົວໜ້າພະແນກປະສູດພະຍາດແມ່ ແລະ ເດັກ, ມີ ພັທ ສີໄພ ໄຊສຸລິຍະວົງສາ ຫົວໜ້າສູນປິ່ນປົວ ແລະ ຝຶກວິຊາຊີບຜູ້ຕິດຢາເສບຕິດ, ມີທິມງານແພດ, ໝໍ ຈາກກົມເສນາຮັກ (ໂຮງໝໍ 5 ເມສາ), ພະແນກເສນາຮັກ ປກສ ນວ ແລະ ຜູ້ບຳບັດ.

ການສັກວັກຊິນຈອນສັນ ແລະ ຈອນສັນ (johnson & Johnson) ກັນພະຍາດໂຄວິດ-19 ໃຫ້ຜູ້ບຳບັດຈຳນວນ ພັນກ່ວາຄົນໃນຄັ້ງນີ້ ປະຕິບັດຕາມແຈ້ງການເລກທີ 1441/ ກພລ, ລົງວັນທີ 20 ສິງຫາ 2021 ຂອງກົມໃຫ່ຍພາລາທິການ ກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍການຈັດຕັ້ງປະຕິບັດ ການສັກວັກຊິນຕ້ານພະຍາດໂຄວິດ-19; ໄປຄຽງຄູ່ກັນນັ້ນ ສູນປິ່ນປົວ ແລະ ຝຶກວິຊາຊີບ ຜູ້ຕິດຢາເສບຕິດ ຍັງໄດ້ມີມາດຕະການສະກັດກັ້ນ ປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19; ເຂັ້ມງວດເຊັ່ນ: ໃຫ້ຢຸດໂຈະຊົ່ວຄາວໃນການພົວພັນ ພົບຢ້ຽມກັບຍາດ ແລະ ຄົນພາຍນອກ, ການເຂົ້າ-ອອກສູນ ຂອງພະນັກງານຕ້ອງໄດ້ຮັບການກວດອຸນຫະພູມ, ຮັກສາໄລຍະຫ່າງ 2 ແມັດ, ໃສ່ຜ້າປິດປາກ, ລ້າງມືດ້ວຍນ້ຳສະອາດ ໃສ່ສະບູ ຫຼື ເຈວລ້າງມືທຸກຄັ້ງ ກ່ອນເຂົ້າ-ອອກສູນ ເພື່ອຮັບປະກັນຄວາມປອດໄພ ບໍ່ໃຫ້ມີຄົນຕິດເຊື້ອພະຍາດດັ່ງກ່າວຢູ່ພາຍໃນສູນ.

LEAVE A REPLY

Please enter your comment!
Please enter your name here