ກະຊວງ ປກສ ມອບເງິນໃຫ້ແຂວງຈຳປາສັກ 400.000.000 ກີບ ໃຊ້ໃນວຽກງານຕ້ານ ໂຄວິດ-19

0
1351

ກະຊວງປ້ອງກັນຄວາມສະຫງົບ ມອບເງິນ 400 ລ້ານກີບ ໃຫ້ແຂວງຈໍາປາສັກ ເພື່ອຮ່ວມແຮງຮ່ວມໃຈ ນໍາໃຊ້ເຂົ້າໃນວຽກງານປ້ອງກັນ, ຄວບຄຸມ, ສະກັນກັ້ນ ແລະ ແກ້ໄຂ ການລະບາດຂອງພະຍາດໂຄວິດ-19. ເງິນຈໍານວນດັ່ງກ່າວ, ໄດ້ແບ່ງອອກເປັນ 2 ສ່ວນ ຄື ມອບໃຫ້ຄະນະສະ ເພາະກິດ ສະກັດກັ້ນ ແລະ ຕ້ານການແຜ່ລະບາດພະຍາດໂຄວິດ-19 ຂັ້ນແຂວງ 300.000.000 ກີບ ແລະ ມອບໃຫ້ຄະນະສະເພາະກິດສະກັດກັ້ນ ແລະ ຕ້ານການແຜ່ລະບາດຂອງພະຍາດໂຄວິດ-19 ກອງບັນຊາການ ປກສ ແຂວງ 100.000.000 ກີບ.

ພິທີມອບ-ຮັບເງິນ ຊ່ວຍເຫລືອດັ່ງກ່າວ, ໄດ້ມີຂຶ້ນໃນວັນທີ 31 ສິງຫາ 2021 ທີ່ສໍານັກງານຫ້ອງວ່າການແຂວງ, ຕາງໜ້າໃຫ້ຄະນະນຳ ກະຊວງປ້ອງກັນຄວາມສະຫງົບ ກ່າວມອບໂດຍ ທ່ານ ພັນໂທ ທະນົງສັກ ເທບພະວົງ ຮອງຫົວໜ້າກົມເສນາ ຫ້ອງວ່າການກະຊວງ ປກສ ແລະ ຕາງໜ້າໃຫ້ ຄະນະນຳ ອົງການປົກຄອງແຂວງ ກ່າວຮັບໂດຍ ທ່ານ ໂສມ ບຸດຕະກຸນ ຮອງເຈົ້າແຂວງຈຳປາສັກ ຜູ້ປະຈຳການຊີ້ນຳວຽກງານຕ້ານໂຄວິດ-19 ຂັ້ນແຂວງ, ມີ ທ່ານ ພັນໂທ ສີວິໄລ ແກ້ວປະເສີດ ຮອງຫົວໜ້າກອງບັນຊາການ ປກສ ແຂວງ, ມີຕາງໜ້າກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19 ຂັ້ນແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໂອກາດນີ້, ທ່ານ ໂສມ ບຸດຕະກຸນ ຮອງເຈົ້າແຂວງຈຳປາສັກ ໄດ້ຕາງໜ້າໃຫ້ຄະນະພັກ ອົງ ການປົກຄອງແຂວງຈຳປາສັກ ກ່າວສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນ ໄປຍັງຄະນະພັກ ຄະນະນຳ ກະຊວງປ້ອງກັນຄວາມສະຫງົບ ທີ່ຍາມໃດ ກໍ່ເຫັນໄດ້ເຖິງຄວາມສຳຄັນ ແລະ ມີຄວາມເປັນຫ່ວງເປັນໃຍ ຕໍ່ຄວາມຫຍຸ້ງຍາກຂອງບັນດາແຂວງ ເວົ້າລວມ, ເວົ້າສະເພາະ ແຂວງຈຳປາສັກ ຕໍ່ກັບວຽກງານປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19 ແລະ ເງິນຊ່ວຍເຫລືອດັ່ງ ກ່າວ ອົງການປົກຄອງແຂວງຈຳປາສັກ ຈະນໍາໃຊ້ເຂົ້າໃນວຽກງານດັ່ງກ່າວ ໃຫ້ເກີດປະໂຫຍດສູງສຸດ.

ຂ່າວ-ຮູບ: ທັດຊະນະ

LEAVE A REPLY

Please enter your comment!
Please enter your name here