ເຈົ້າເມືອງຊະນະສົມບູນ ລົງຢ້ຽມຢາມ, ຊຸກຍູ້ຄອບຄົວຕົວຢ່າງ “ຟາມໄຂ່ມຸກ ” ເຮັດກະສິກຳແບບປະສົມປະສານ

0
1502

ເຈົ້າເມືອງຊະນະສົມບູນ ລົງຢ້ຽມຢາມ ແລະ ຊຸກຍູ້ຄອບຄົວຕົວຢ່າງ “ຟາມໄຂ່ມຸກ ” ເຮັດກະສິກຳແບບປະສົມປະສານສ້າງລາຍຮັບ 120.000 ລ້ານກີບຕໍ່ປີ.

ຕາມ ມີເດຍລາວແຂວງຈຳປາສັກ ໃຫ້ຮູ້ວ່າ: ວຽກງານການປູກຝັງ ແລະ ລ້ຽງສັດ ນັບວ່າເປັນວຽກງານໜຶ່ງທີ່ພັກ – ລັດຖະບານເຮົາ ໃຫ້ຄວາມສຳຄັນ ແລະ ເອົາໃຈໃສ່ຊຸກຍູ້ສົ່ງເສີມໃຫ້ພໍ່ແມ່ປະຊາຊົນ ເປັນເຈົ້າການຜະລິດໃຫ້ກາຍເປັນສິນຄ້າ ເພື່ອສ້າງລາຍຮັບໃຫ້ແກ່ຄອບຄົວ ແກ້ໄຂຄວາມທຸກຍາກ ພ້ອມທັງ ພັດທະນາຄອບຄົວ ໃຫ້ຮັ່ງມີຜາສຸກ ກາຍເປັນແວ່ນແຍງໃຫ້ແກ່ຄອບຄົວຜູ້ອື່ນໆ..ເຊິ່ງໃນໄລຜ່ານມາ ກໍ່ມີຫຼາຍຄອບຄົວທີ່ໄດ້ປະສົບຜົນສຳເລັດ.ດັ່ງນັ້ນໃນວັນທີ 27 ສິງຫາ 2021 ທີ່ຜ່ານມານີ້: ທ່ານ ສອນສະຫວັນ ສີວິໄລເຈົ້າເມືອງຊະນະສົມບູນ.ພ້ອມດ້ວຍ ທ່ານ ບຸນເກິດ ຄຳພິທັກ ຮອງຫົວໜ້າຂະແໜງລ້ຽງສັດ ແລະ ການປະມົງ ພະແນກກະສິກຳ ແລະ ປ່າໄມ້ແຂວງຈຳປາສັກ.ໄດ້ເຄື່ອນໄຫວລົງຢ້ຽມຢາມ ແລະ ຊຸກຍູ້ຄອບຄົວ ນາງ ລັດຕະນະພອນ ແກ້ວໂຍທີ ເຈົ້າຂອງຟາມໄຂ່ມຸກ ຕົວແບບດີເດັ່ນທີ່ໄດ້ຢຶດຖືເອົາອາຊີບການເຮັດກະສິກຳແບບປະສົມປະສານ.ຈົນສາມາດສ້າງລາຍຮັບໃຫ້ຄອບຄົວປີ 1 ບໍ່ຕໍ່າກວ່າ 100 ລ້ານກີບຕໍ່ປີ.

ໂອກາດນີ້: ນາງ ລັດຕະນະພອນ ແກ້ວໂຍທີ ໃຫ້ສຳພາດວ່າ: ປັດຈຸບັນຕົນ ແລະ ຄອບຄົວ ແມ່ນປະຊາຊົນບ້ານພັດທະນາດົງລານຄຳ ເມືອງຊະນະສົມບູນ ແຂວງຈຳປາສັກ.ສ່ວນຕົວແມ່ນໄດ້ຢຶດຖືອາຊີບຄ້າຂາຍ ແລະ ມັກຮັກໃນອາຊີບການກະສິກຳປູກຝັງ ແລະ ລ້ຽງສັດ ເປັນອາຊີບເສີມ.ເບື້ອງຕົ້ນຕົນເອງມີເນື້ອທີ່ຢູ່ 2 ເຮັກຕາ ກໍ່ໄດ້ມີແນວຄິດຢາກເຮັດກະສິກຳ ເຊີ່ງໄດ້ລິເລີ່ມລົງມືເຮັດຕົວຈິງໃນປີ 2017 ທຳອິດແມ່ນໄດ້ທົດລອງຊື້ແມ່ພັນໝູຈຳນວນ 6 ໂຕມາລ້ຽງ ເພື່ອເພາະພັນຂາຍລູກໝູ ໂດຍໄດ້ນຳໃຊ້ທຶນຂອງຕົນເອງ ໃນນັ້ນເຊີ່ງມີຄອບຄົວທີ່ເຮັດວຽກກຽວກັບຂະແໜ່ງການປູກຝັງ ແລະ ລ້ຽງສັດຂອງແຂວງ ທີ່ຄອຍໃຫ້ຄຳແນະນຳເຖີ່ງຂັ້ນຕອນວິທີການລ້ຽງຕ່າງໆ ແລ້ວຈື່ງຕັດສິນໃຈຊື້ແມ່ພັນເຂົ້າມາຈາກຟາມທີ່ມີຄຸນນະພາບ.

ຈາກການລ້ຽງໝູໃນປີທຳອິດສາມາດຂະຫຍາຍແມ່ພັນ ແລະ ຂາຍລູກໝູໄດ້ດີພໍສົມຄວນ.ໃນໄລຍະປີ 1 ຫາ ປີທີ 3 ສາມາດຂາຍໄດ້ຕົກຢູ່ປະມານ 40 – 50 ລ້ານກີບຕໍ່ປີ.ເຊີ່ງນັບວ່າເປັນຕົ້ນທຶນໝູນວຽນຄືນເຂົ້າໃນການລົງທຶນ ແລະ ປີທີ 4 ຈຶ່ງໄດ້ເຫັນຜົນກຳໄລ ເພາະມີການຂະຫຍາຍຄອກໝູ ແລະ ຂາຍແມ່ພັນ-ພໍ່ພັນ,ລູກໝູ. ພໍມາຮອດປີ 2021 ຈຶ່ງມີແນວຄິດຢາກເຮັດກະສິກຳແບບປະສົມປະສານ ເນື່ອງຈາກເຫັນວ່າເນື້ອທີ່ການຜະລິດຂອງຕົນຍັງກວ້າງ ແລ້ວຈຶ່ງຊື້ງົວ,ແບ້,ໄກ່,ປາ,ປູກເຂົ້າ ແລະ ປູກປູກຫວານ ເພື່ອຫຼຸດຜ່ອນຕົ້ນທຶນການລ້ຽງໃຫ້ລຸດລົງ.ປັດຈຸບັນຟາມໄຂ່ມຸກ.ມີຄອກໝູ 1 ຟາມ ມີແມ່ພັນທັງໝົດ 37 ໂຕ, ພໍ່ພັນ 3 ໂຕ,ງົວ 14 ໂຕ,ແບ້ 21 ໂຕ,ໜອງປາດຸກ 1 ໜອງ ມີປາຈຳນວນ 7000 ພັນໂຕ,ສຳລັບແຮງງານແມ່ນໄດ້ຈ້າງຄົນມາຮັກສາ. ພາຍຫຼັງທີ່ສັດລ້ຽງຂອງຕົນມີການເຕີບໃຫຍ່ຂະຫຍາຍຕົວ ແລ້ວຈື່ງໄດ້ນຳເອົາໄປຂາຍສົ່ງ ແລະ ຂາຍຍ້ອຍຕາມທ້ອງຕະຫຼາດພາຍໃນເມືອງ ນອກຈາກນັ້ນຍັງມີພໍ່ຄ້າພາຍໃນພື້ນທີ່ເຂົ້າມາຮັບຊື້ເຖີງຟາມໃນແຕ່ລະວັນ.

ນາງ ລັດຕະນະພອນ ຍັງໃຫ້ສຳພາດຕື່ມວ່າ: ຈາກການລ້ຽງໝູຢ່າງດຽວ ແລ້ວຫັນມາເຮັດກະກຳສິກຳແບບສົມປະສານເຫັນວ່າມີລາຍຮັບເພີ່ມຂື້ນຫຼາຍຊ່ອງທາງ ຈຶ່ງສາມາດສ້າງລາຍຮັບໃຫ້ກັບຄອບຄົວໄດ້ຕົກຢູ່ປີລະ 120.0000 ລ້ານກີບຕໍ່ປີ.ປັດຈຸບັນແມ່ນໄດ້ມີເຮືອນຢູ່ຖາວອນຂອງຕົນເອງຈຳນວນ 1 ຫຼັງ,ລົດໃຫ່ຍ 1 ຄັນ,ມີເງີນເກັບເປັນທຶນການສຶກສາໃຫ້ກັບລູກຮຽນ ແລະ ມີເງິນເກັບຈຳນວນໜຶ່ງໄວ້ເພື່ອຂະຫຍາຍຟາມອອກ,ມີສະບຽງອາຫານທີ່ຜະລິດເອງ ແລະ ຫຼຸດຜ່ອນການໃຊ້ຈາຍພາຍໃນຄອບຄົວໃນແຕ່ລະວັນ.ເຊີ່ງແຜນການປັບປຸງໃນຕໍ່ໜ້າແມ່ນຈະໄດ້ມີການຂະຫຍາຍແມ່ພັນໝູ ແລະ ໝູນ້ອຍ ລວມທັງສັດລ້ຽງອື່ນໆອອກໃຫ້ຫຼາຍ ເພື່ອໃຫ້ພຽງພໍຕໍ່ຄວາມຕ້ອງການຂອງຕະຫຼາດ ແລະ ຖາຫາກພໍ່ແມ່ປະຊາຊົນ ທ່ານໄດ້ສົນໃຈກ່ຽວກັນເຮັດກະສິກຳແບບປະສົມປະສານຄືຄອບຂອງຂະພະເຈົ້າ ກໍ່ສາມາດເຂົ້າມາປຶກສາຫາລືຖອດຖອດບົດຮຽນໄດ້ຢູ່ສະເໝີ ນອກຈາກນັ້ນ ນາງ ລັດຕະນະພອນ ແກ້ວໂຍທີ ຍັງຝາກເຖີງ ພໍ່ແມ່ປະຊາຊົນທີ່ຄິດຢາກເຮັດການກະສິກຳປູກຝັງ ແລະ ລ້ຽງສັດ ກອນອື່ນແມ່ນຢາໄປຄິດວ່າຕົນເອງມີຕົ້ນທຶນນ້ອຍວ່າຈະເຮັດບໍ່ໄດ້,ຕົ້ນທຶນທີ່ສຳຄັນແທ້ແມ່ນຢູ່ທີ່ໃຈ ແລະ ຄວາມຄວາມອົດທົນ ແລ້ວລົງມືເຮັດເທົ່ານັ້ນຈຶ່ງຈະປະສົບຜົນສຳເລັດ.

ຂ່າວ ແລະ ພາບ: ທ. ໄພວອນ ຈັນທະວົງ ຫ້ອງກສານ ຖວທ ເມືອງຊະນະສົມບູນ

LEAVE A REPLY

Please enter your comment!
Please enter your name here