ລາຍງານສະພາບໂຄວິດ-19 ໃນລາວ ປະຈຳວັນທີ 30/08/2021

0
4347

ການຖະແຫຼງຂ່າວຂອງຄະນະສະເພາະກິດ ປະຈຳວັນຈັນ ວັນທີ 30 ສິງຫາ ປີ 2021 ໄດ້ກວດວິເຄາະທັງໝົດ 2,212 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 155 ຄົນ ເຊິ່ງຕິດເຊື້ອໃນຊຸມຊົນເຖິງ 15 ຄົນ ເປັນຜູ້ສຳຜັດໃກ້ຊິດນຳຜູ້ຕິດເຊື້ອທີ່ຜ່ານມາ ຄື: ບໍ່ແກ້ວ 3 ຄົນ, ຫຼວງນ້ຳທາ 1 ຄົນ, ແຂວງວຽງຈັນ 1​ ຄົນ, ສາລະວັນ 1 ​ຄົນ ແລະສະຫວັນນະເຂດ 9 ຄົນ.

ສ່ວນ ກໍລະນີນໍາເຂົ້າ ມີ 140 ຄົນ ຈາກ ນະຄອນຫຼວງ 5 ຄົນ, ຫຼວງພະບາງ 1 ຄົນ, ຄຳມ່ວນ 14​ ຄົນ, ສາລະວັນ 48 ຄົນ, ສະຫວັນນະເຂດ 19 ຄົນ ແລະ ຈຳປາສັກ 53​ ຄົນ ເຊິ່ງກວດພົບຈາກແຮງງານລາວ ຫຼື ຜູ້ທີ່ເດີນທາງມາຈາກປະເທດເພື່ອນບ້ານ ເຂົ້າຕາມຈຸດຜ່ານແດນສາກົນ.  

ລາຍລະອຽດ ຜູ້ເສຍຊີວິດ 2 ຄົນ ຢູ່ແຂວງສະຫວັນນະເຂດ:

ຜູ້ທີ 1: ເພດຊາຍ, ອາຍຸ 33 ປີ, ບ້ານ ຕາກແດດ, ເມືອງ ໄຊພູທອງ, ແຂວງສະຫວັນນະເຂດ, ປະຈຸບັນເປັນຜູ້ຖືກຂັງ ຢູ່ສະຖານຄຸມຂັງ ແຂວງສະຫວັນນະເຂດ, ເລີ້ມມີອາການ 25 ສິງຫາ 2021 ແລະ ເສຍຊີວິດໃວັນທີ 29 ສິງຫາ 2021.

ຜູ້ທີ 2: ເພດຍິງ, ອາຍຸ 74 ປີ, ອາຊີບ ແມ່ເຮືອນ, ບ້ານ ລັດຕະລັງສີໃຕ້, ນະຄອນໄກສອນ,​ ແຂວງສະຫວັນນະເຂດ, ຜູ້ກ່ຽວມີພະຍາດປະຈໍາຕົວ ຄວາມດັນເລືອດສູງ, ເຂົ້າຮັບການປິ່ນປົວຢູ່ໂຮງໝໍ ໃນວັນທີ 27 ສິງຫາ 2021 ແລະ ເສຍຊີວິດ ໃນວັນທີ 29 ສິງຫາ 2021.

ລາຍລະອຽດ ຜູ້ຕິດເຊື້ອຢູ່ໃນຊຸມຊົນ ໃນນະຄອນຫຼວງ ແລະ ບັນດາແຂວງ ມີດັ່ງນີ້:

ແຂວງວຽງຈັນ 1 ຄົນ: ຈາກບ້ານ ໂພນສະຫວາດ,  ເມືອງກາສີ ຊື່ງເດີນທາງມາຈາກແຂວງບໍ່ແກ້ວ ຈຳກັດບໍລິເວນຢູ່ສູນກັກກັນ.

ຫຼວງນ້ຳທາ 1 ຄົນ ເປັນກໍລະນີສຳຜັດກັບຜູ້ຕິດເຊື້ອ ທີ່ໄດ້ຖະແຫຼງຂ່າວວານນີ້ (ກ່ຽວພັນກັບງານສົບຢູ່ເມືອງນານ, ແຂວງຫຼວງພະບາງ), ມີຜູ້ສຳຜັດໃກ້ໃນຫ້ອງປະຊຸມ ທັງໝົດ 52 ຄົນ ລວມທັງຜູ້ກ່ຽວ ເຊິ່ງລາຍລະອຽດ ທາງແຂວງ ໄດ້ອອກແຈ້ງການສະເພາະ.

ສະຫວັນນະເຂດ 9 ຄົນ, ໃນນັ້ນ 1 ຄົນ ເປັນພະນັກງານແພດ ທີ່ເຂົ້າປະຈຳການ ຢູ່ໂຮງໝໍ, ເຫຼືອນັ້ນ ແມ່ນເກີດແບບກະແຈກກະຈາຍ ໃນບັນດາບ້ານທີ່ຂື້ນກັບນະຄອນໄກສອນ.

ສາລະວັນ 1 ຄົນ ແມ່ນພະນັກງານປະຈຳສູນຈຳກັດບໍລິເວນ.

ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 14,816 ຄົນ, ຄົນເຈັບເສຍຊີວິດສະສົມ14 ຄົນ (ໃໝ່ 2 ຄົນ ຈາກສະຫວັນນະເຂດ) ແລະ ຄົນເຈັບກໍາລັງປິ່ນປົວ ທັງໝົດ 5,040 ຄົນ.

LEAVE A REPLY

Please enter your comment!
Please enter your name here