ການຕິດເຊື້ອໃນຊຸມຊົນໜ້າເປັນຫ່ວງ ສູງເຖິງ 98 ຄົນ! ມີທັງເດັກນ້ອຍອານຸບານ

0
3692

ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ໄດ້ຖະແຫຼງຂ່າວ ກ່ຽວກັບ ສະພາບໂຄວິດ-19 ຢູ່ໃນ ສປປ ລາວ ໃນເຊົ້າວັນທີ 29 ສິງຫາ 2021 ນີ້ວ່າ: ສະພາບການລະບາດພະຍາດໂຄວິດ-19 ຢູ່ ສປປ ລາວ, ມາຮອດວັນທີ 28 ສິງຫາ 2021 ໄດ້ກວດວິເຄາະທັງໝົດ 2,961 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ195 ຄົນ ເຊິ່ງຕິດເຊື້ອໃນຊຸມຊົນເຖິງ 98 ຄົນ ເປັນຜູ້ສຳຜັດໃກ້ຊິດນຳຜູ້ຕິດເຊື້ອທີ່ຜ່ານມາ ຄື:

  • ນະຄອນຫຼວງ 12 ຄົນ
  • ບໍ່ແກ້ວ 15 ຄົນ
  • ຫຼວງພະບາງ 4 ຄົນ
  • ຫຼວງນ້ຳທາ 2 ຄົນ
  • ອຸດົມໄຊ 2 ຄົນ
  • ວຽງຈັນ 1 ຄົນ
  • ຄຳມ່ວນ 5 ຄົນ
  • ສະຫວັນນະເຂດ 57 ຄົນ  

            ສ່ວນ ກໍລະນີນໍາເຂົ້າ ມີ 97 ຄົນ ຈາກ ນະຄອນຫຼວງ 1 ຄົນ, ໄຊຍະບູລີ 3 ຄົນ, ບໍລິຄຳໄຊ 7 ຄົນ, ຄຳມ່ວນ 9 ຄົນ, ສາລະວັນ 6 ຄົນ ແລະ ຈຳປາສັກ 71 ຄົນ ເຊິ່ງກວດພົບຈາກແຮງງານລາວ ຫຼື ຜູ້ທີ່ເດີນທາງມາຈາກປະເທດເພື່ອນບ້ານ ເຂົ້າຕາມຈຸດຜ່ານແດນສາກົນ.   

 ລາຍລະອຽດ ຜູ້ຕິດເຊື້ອຢູ່ໃນຊຸມຊົນ ໃນນະຄອນຫຼວງ ແລະ ບັນດາແຂວງ ມີດັ່ງນີ້:

ນະຄອນຫຼວງ 12 ຄົນ

  • ເມືອງຫາດຊາຍຟອງ: ບ້ານທ່າເດື່ອ 2 ຄົນ, ບ້ານປາກເບັງ 1 ຄົນ ແມ່ນນອນໃນຈຸ້ມບ້ານໜອງແຫ້ວ-ສິມະໂນ ທີ່ກ່ຽວພັນກັບ ບລສ ເບຍລາວ-ເປັບຊີ
  • ເມືອງໄຊທານີ: ບ້ານຈະເລີນໄຊ 2 ຄົນ, ບ້ານຕານມີໄຊ 1 ຄົນ (ໃນນີ້ມີພະນັກງານທີ່ເຮັດວຽກຢູ່ອົງການ Room to read)
  • ເມືອງນາຊາຍທອງ: ບ້ານດົງຫຼວງ 1 ຄົນ, ບ້ານນາສ້ຽວ 1 ຄົນ, ບ້ານສີເກີດ 1 ຄົນ, ບ້ານໂພນແກ້ວ 1 ຄົນ (ໃນນີ້ມີພະນັກງານທີ່ເຮັດວຽກຢູ່ອົງການ Room to read)
  • ເມືອງສີສັດຕະນາກ: ບ້ານຈອມເພັດ 2 ຄົນ

ສຳລັບສະຖານທີ່ສ່ຽງທີ່ຜູ້ຕິດເຊື້ອໄດ້ເດີນທາງໄປໃນນະຄອນຫຼວງ ມີ:

  • ບໍລິສັດລັດວິສາຫະກິດຂົນສົ່ງທາງບົກທາງນ້ຳ , ບ້ານທ່າພະລານໄຊ, ເມືອງສີສັດຕະນາກ
  • ຮ້ານເຂົ້າປຽກຢູ່ຂ້າງວັດພັນໝັ້ນ, ເມືອງສີສັດຕະນາກ
  • ຮ້ານ ປີ້ງຫູໝູ ຢູ່ບ້ານໂພນຕ້ອງ, ເມືອງຈັນທະບູລີ
  • ຄລີນິກແຂ້ວຢູ່ 3 ແຍກໄຟແດງໂພນປ່າເປົ້້າ
  • ຮ້ານຕຳຢູ່ເຂດຖະໜົນຄູວຽງ, ກົງກັນຂ້າມກັບຮ້ານຂາຍໝາ
  • ຮ້ານປະດັບຍົນ ດົງປ່າແຫຼບ, ເມືອງຈັນທະບູລີ
  • ຕະຫຼາດຫົວຂົວ
  • ຕະຫຼາດສວນມອນ
  • ຮ້ານເຝີ 123 ຢູ່ໜ້າ ປກສ
  • ຮ້ານແລກປ່ຽນເງີນຕາຢູ່ທະນາຄານການຄ້າ(ແຄມຂອງ)

ບໍ່ແກ້ວ 15 ຄົນ ຈາກ ເມືຶອງຕົ້ນເຜິ້ງ ເປັນກໍລະນີສຳຜັດຂອງຜູ້ຊິດເຊື້ອກ່ອນໜ້ານີ້ ປະກອບມີ:

  •  ບ້ານສີເມືອງງາມ 3 ຄົນ
  •  ບ້ານຄຸນບົງ 6 ຄົນ
  •  ເຂດ ພິເສດ 5 ຄົນ
  •  ຕົ້້ນເຜິ້ງ 1 ຄົນ   

ອຸດົມໄຊ 2 ຄົນ ກ່ຽວຂ້ອງກັບງານຊາປະນາກິດສົບຢູ່ເມືອງນ່ານ ແຂວງຫຼວງພະບາງ

  •  ຜູ້ທີ 1 ເພດຊາຍ, ອາຍຸ 59 ປີ, ບ້ານແກ້ງຊ້າງ, ເມືອງປາກແບງ ເປັນສາມີຂອງຜູ້ທີ່ໄປຮ່ວມງານສົບ, ຢູ່ບ້ານນາຝາຍ, ເມືອງນານ
  • ຜູ້ທີ 2 ເພດຍິງ, ອາຍຸ 36 ປີ, ບ້ານແກ້ງຊ້າງ, ເມືອງປາກແບງ ເປັນພີ່ນ້ອງກັນ

ຫຼວງນ້ຳທາ 2 ຄົນ ກຸ່ມທີ່ກ່ຽວພັນ ກັບ ບ້ານໃຫຍ່ສີເມືອງງາມ, ເມືອງຕົ້ນເຜີ້ງ, ແຂວງບໍ່ແກ້ວ, ໃນນັ້ນ 01 ຄົນ ແມ່ນເດັກອານຸບານ ເຂົ້າໂຮງຮຽນອະນຸບານ (ກຸ່ມສຳຜັດ ທັງໝົດ 55 ຄົນ ໄດ້ເກັບຕົວຢ່າງ ແລະ ພັກ ຈຳກັດບໍລິເວນແລ້ວ ໃນນັ້ນ ມີເດັກອານຸບານທັງໝົດ 37 ຄົນ, ຄູ 5 ແລະ ຄອບຄົວທີ່ເປັນເຈົ້າຂອງໂຮງຮຽນ)

ຫຼວງພະບາງ 4​ ຄົນ ທັງໝົດເຊື່ອມໂຍງກັບ ບ້ານນາຝາຍ, ເມືອງນານ ໄດ້ລາຍງານ ຜ່ານມາ

ຄຳມ່ວນ 5 ຄົນ ໃນນັ້ນ 3 ຄົນແມ່ນຄອບຄົວດຽວກັນທີ່ພົວພັນກັບຜູ້ຕິດເຊື້ອມາກ່ອນ  ແລະ  01 ຄົນ ເປັນເພດຊາຍ, ອາຍຸ 44 ປີ ອາຊີບພະນັກງານຂັບລົດ, ບ້ານມ່ວງໄຂ່, ເມືອງຫີນບູນ

ສະຫວັນນະເຂດ 57 ຄົນ ມາຈາກ:

 ຈຸ້ມບ້ານ ໂພນສະຫວ່າງເໜືອ ມີ 19 ຄົນ ຊື່ງບ້ານນີ້ ເຄີຍໄດ້ລາຍງານໃນວັນທີ 26   ສິງຫາ ທີ່ຜ່ານມາ

  •  ຈຸ້ມພະນັກງານຂັບລົດ ລັດຕະນະວົງ ແລະ ບໍລິສັດ ຂັບລົດຂົນສົ່ງ ມີ 08 ຄົນ
  • ຈຸ້ມບ້ານລັດຕະນະລັງສີ ມີ 08 ຄົນ
  • ເຫຼືອນັ້ນ ແມ່ນ ແບບກະແຈກກະຈາຍ ໃນບ້ານເທດສະບານຂອງນະຄອນໄປສອນ

   ປະຈຸບັນ ຜູ້ຕິດເຊື້ອໃໝ່ທັງໝົດ ໄດ້ເຂົ້ານອນແຍກປ່ຽວ ແລະ ຮັບການປິ່ນປົວຢູ່

ສະຖານທີ່ປິ່ນປົວທີ່ຖືກກຳນົດໄວ້.  ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 14,641 ຄົນ, ຄົນເຈັບເສຍຊີວິດສະສົມ12 ຄົນ (ໃໝ່ 0 ຄົນ) ແລະ ຄົນເຈັບກໍາລັງປິ່ນປົວ ທັງໝົດ 4,901 ຄົນ.

LEAVE A REPLY

Please enter your comment!
Please enter your name here