ຜົນກອງປະຊຸມລັດຖະບານສະໄໝສາມັນປະຈໍາເດືອນສິງຫາ 2021

0
1598

ກອງປະຊຸມລັດຖະບານສະໄໝສາມັນປະຈໍາເດືອນສິງຫາ 2021 ໄຂຂຶ້ນໃນວັນທີ 23 ແລະ ປິດລົງໃນວັນທີ 24 ສິງຫາ 2021 (ມື້ວານນີ້) ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ພັນຄຳ ວິພາວັນ, ນາຍົກລັດຖະມົນຕີ; ມີບັນດາທ່ານສະມາຊິກລັດຖະບານ ເຂົ້າຮ່ວມຢ່າງພ້ອມພຽງ.

ທ່ານນາງ ທິບພະກອນ ຈັນທະວົງສາ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ຜູ້ປະຕິບັດໜ້າທີ່ໂຄສົກລັດຖະບານ ຖະແຫຼງຕໍ່ສື່ມວນຊົນເຖິງຜົນສໍາເລັດຂອງກອງປະຊຸມຄັ້ງນີ້ວ່າ: ກອງປະຊຸມ ໄດ້ຮັບຟັງການລາຍງານ, ຄົ້ນຄວ້າ, ປຶກສາຫາລື ແລະ ຕົກລົງ ຕໍ່ເອກະສານຕ່າງໆດັ່ງນີ້:

1. ກອງປະຊຸມເຫັນດີດ້ານຫຼັກການ ຮັບຮອງເອົາບົດສະຫຼຸບຕີລາຄາຮອບດ້ານ ກ່ຽວກັບການຈັດຕັ້ງປະຕິບັດວຽກງານທີ່ພົ້ນເດັ່ນຂອງລັດຖະບານ ໃນເດືອນສິງຫາ ຜ່ານມາ ແລະ ທິດທາງແຜນວຽກຈຸດສຸມເດືອນກັນຍາ2021ແລະ ບົດລາຍງານສະຫຼຸບຕີລາຄາຜົນການຈັດຕັ້ງປະຕິັບັດມາດຕະການປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດ ໂຄວິດ-19. ກອງປະຊຸມມອບໃຫ້ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ປັບປຸງເນື້ອໃນບົດສະຫຼຸບລາຍງານດັ່ງກ່າວ ຕາມການປະກອບຄຳເຫັນຂອງ ສະມາຊິກລັດຖະບານ ເພື່ອໃຫ້ຄົບຖ້ວນ, ສົມບູນ ແລະ ເປັນບ່ອນອີງໃຫ້ບັນດາຂະແໜງການ ແລະ ທ້ອງຖິ່ນນຳໄປຜັນຂະຫຍາຍ ແລະ ສາມາດຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິຜົນ. ສຳລັບວຽກງານໂຄວິດ-19ແມ່ນໃຫ້ຄະນະສະເພາະກິດ ສືບຕໍ່ປະຕິບັດຕາມແຜນວຽກຈຸດສຸມທີ່ໄດ້ກຳນົດໄວ້ໂດຍສະເພາະການກະກຽມສູນຈຳກັດບໍລິເວນ ແລະ ສູນປິ່ນປົວ ສຳລັບແຮງງານລາວທີ່ເດີນທາງກັບຄືນປະເທດ ພ້ອມທັງເພີ່ມທະວີ ເຜີຍແຜ່ຂໍ້ມູນຂ່າວສານ ສຶກສາອົບຮົມແຮງງານ ຢູ່ໃນສູນຈຳກັດບໍລິເວນ, ເອົາໃຈໃສ່ການໃຫ້ຂໍ້ມູນທີ່ຊັດເຈນທາງດ້ານການແພດ ແລະ ແລະ ຂໍ້ມູນອື່ນໆ, ຕອບໂຕ້ຂ່າວບິດເບືອນນ ແລະ ບໍ່ມີມູນຄວາມຈິງ.

2. ກອງປະຊຸມເຫັນດີດ້ານຫຼັກການ ຮັບຮອງເອົາບົດລາຍງານ ການຈັດຕັ້ງປະຕິບັດໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ແລະ ການກະກຽມຄວາມພ້ອມດ້ານຕ່າງໆ ກ່ອນ ແລະ ພາຍຫຼັງການເປີດບໍລິການລົດໄຟ ເດືອນທັນວາ 2021. ແລະມອບໃຫ້ກະຊວງໂຍທາທິການແລະຂົນສົ່ງກຳນົດແຜນວຽກລະອຽດ ແຕ່ຫົວທີ ພ້ອມທັງມີການຊີ້ນໍາ, ຕິດຕາມຊຸກຍູ້, ກວດກາ ການຈັດຕັ້ງປະຕິບັດ, ພ້ອມກັນນີ້ ໃຫ້ປະສານສົມທົບກັບກະຊວງແຜນການ ແລະ ການລົງທຶນ, ກະຊວງການຕ່າງປະເທດ, ກະຊວງຍຸຕິທໍາແລະ ພາກສ່ວນກ່ຽວຂ້ອງອື່ນໆ ກວດກາຄືນບັນຫາທີ່ຍັງຄົງຄ້າງໃຫ້ລະອຽດ ເພື່ອສຸມໃສ່ແກ້ໄຂ ແລະ ປ້ອງກັນບໍ່ໃຫ້ເກີດບັນຫາຕ່າງໆຕາມມາພາຍຫຼັງ. ສຳລັບພິທີເປີດນຳໃຊ້ລົດໄຟລາວ- ຈີນແມ່ນວັນທີ 02 ທັນວາ 2021 ຕາມແຜນ ທີ່ສອງລັດຖະບານ ໄດ້ເປັນເອກະພາບກັນຜ່ານມາ.

3. ກອງປະຊຸມ ເຫັນດີດ້ານຫຼັກການຮັບຮອງເອົາບົດລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດ ການຫັນກຸ້ມຕົນເອງດ້ານງົບປະມານ ຂອງຫົວໜ່ວຍງົບປະມານ ແລະ ເຫັນດີໃຫ້ເຮັດທົດລອງຢູ່ 5 ຫົວໜ່ວຍງົບປະມານ; ມອບໃຫ້ກະຊວງການເງິນ ສົມທົບກັບກະຊວງກ່ຽວຂ້ອງ ຊຸກຍູ້ຕິດຕາມ, ກວດກາ ການຈັດຕັ້ງປະຕິບັດຕົວຈິງໃຫ້ມີປະສິດທິຜົນ ຄຽງຄູ່ກັບການສ້າງ ແລະ ປັບປຸງ ນິຕິກຳທີ່ຈຳເປັນ ເພື່ອຄຸ້ມຄອງ ແລະ ສົ່ງເສີມວຽກງານດັ່ງກ່າວ. ພ້ອມກັນນີ້ ກໍສືບຕໍ່ຄົ້ນຄວ້າບັນດາຫົວໜ່ວຍງົບປະມານ ທີ່ມີເງື່ອນໄຂ ແລະ ທ່າແຮງ ຢູ່ສູນກາງ ແລະ ທ້ອງຖິ່ນ ເພື່ອຫັນມາຈັດຕັ້ງປະຕິບັດການຫັນກຸ້ມຕົນເອງທາງດ້ານງົບປະມານໃຫ້ຫຼາຍຂຶ້ນ.

4. ກອງປະຊຸມເຫັນດີດ້ານຫຼັກການຮັບຮອງເອົາຮ່າງແຜນແມ່ບົດສົ່ງເສີມ ແລະ ພັດທະນາທຸລະກິດລິເລີ່ມ (Start Up)ໃນໄລຍະກ້າວເຂົ້າສູ່ເສດຖະກິດດິຈີຕອນ; ມອບໃຫ້ກະຊວງເຕັກໂນໂລຊີແລະການສືື່ສານ ສົມທົບກັບພາກສ່ວນກ່ຽວຂ້ອງປັບປຸງເນື້ອໃນຄໍາສັບໃຫ້ລະອຽດ, ຈະແຈ້ງ, ຮັດກຸມ ແລະອື່ນໆຕາມການປະກອບຄໍາເຫັນຂອງສະມາຊິກລັດຖະບານ. ພາຍຫຼັງສຳເລັດການປັບປຸງແລ້ວ ໃຫ້ນຳໄປຜ່ານທ່ານ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳເສດຖະກິດ ເພື່ອກວດກາຄືນ ສຸດທ້າຍ ກ່ອນສະເໜີທ່ານ ນາຍົກລັດຖະມົນຕີ ລົງນາມ ແລະ ປະກາດໃຊ້.

5. ກອງປະຊຸມເຫັນດີດ້ານຫຼັກການ ຮັບຮອງເອົາບົດລາຍງານການກຳນົດລາຄາຫົວໜ່ວຍການກໍ່ສ້າງເຄຫາສະຖານ; ມອບໃຫ້ກະຊວງໂຍທາທິການແລະຂົນສົ່ງ ສືບຕໍ່ປະສານສົມທົບກັບພາກສ່ວນກ່ຽວຂ້ອງ ປັບປຸງຄືນຕາມການປະກອບຄຳເຫັນຂອງສະມາຊິກລັດຖະບານ ກ່ຽວກັບການກຳນົດລາຄາຈຳນວນໜຶ່ງໃຫ້ມີຄວາມຄ່ອງຕົວ ຂຶ້ນກັບມາດຕະການເງື່ອນໄຂດ້ານວັດສະດຸກໍ່ສ້າງ, ຄ່າຂົນສົ່ງໄປເຂດຫ່າງໄກສອກຫຼີກ, ການເໜັງຕີງຂອງອັດຕາແລກປ່ຽນ ແລະ ອື່ນໆ ເພື່ອເຮັດໃຫ້ການຄິດໄລ່ແທດເໝາະກັບສະພາບຕົວຈິງ ແຕ່ລະໄລຍະ.

6. ກອງປະຊຸມ ເຫັນດີຮັບຮອງເອົາຮ່າງແຜນພັດທະນາອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກໍາ 2021-2025; ມອບໃຫ້ກະຊວງອຸດສາຫະກໍາ ແລະ ການຄ້າ ປະສານສົມທົບກັບພາກສ່ວນກ່ຽວຂ້ອງ ປັບປຸງຮ່າງແຜນດັ່ງກ່າວ ໃຫ້ມີເນື້ອໃນຄົບຖ້ວນສົມບູນຂຶ້ນ ຕາມການປະກອບຄຳເຫັນຂອງສະມາຊິິກລັດຖະບານ. ພາຍຫຼັງສຳເລັດການປັບປຸງແລ້ວ ໃຫ້ນຳໄປຜ່ານທ່ານ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳເສດຖະກິດ ເພື່ອກວດກາຄືນ ສຸດທ້າຍ ກ່ອນສະເໜີທ່ານ ນາຍົກລັດຖະມົນຕີ ລົງນາມ ແລະປະກາດໃຊ້.

7. ກອງປະຊຸມ ເຫັນດີດ້ານຫຼັກການຮັບຮອງເອົາບັນດາຮ່າງກົດໝາຍ ທີ່ຈະນໍາສະເໜີຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ໃນເດືອນຕຸລາ 2021ຄື: ຮ່າງກົດໝາຍ ວ່າດ້ວຍລັດຖະບານ(ສະບັບປັບປຸງ); ຮ່າງກົດໝາຍວ່າດ້ວຍໂທລະຄົມມະນາຄົມ (ສະບັບປັບປຸງ); ຮ່າງກົດໝາຍວ່າດ້ວຍເຕັກໂນໂລຊີລະດັບສູງ (ສ້າງໃໝ່); ແລະຮ່າງກົດໝາຍວ່າດ້ວຍງົບປະມານ (ສະບັບປັບປຸງ).ມອບໃຫ້ຄະນະຮັບຜິດຊອບປັບປຸງຮ່າງກົດໝາຍທັງ4ສະບັບນີ້ສົມທົບກັບພາກສ່ວນກ່ຽວຂ້ອງ ນໍາໄປປັບປຸງ ແລະ ຮຽບຮຽງຄືນ ຕາມການປະກອບຄໍາເຫັນຂອງສະມາຊິກລັດຖະບານ ເພື່ອໃຫ້ມີເນື້ອໃນຈະແຈ້ງ, ຄົບຖ້ວນ ແລະຮັດກຸມກ່ອນນໍາສະເໜີຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IXໃນເດືອນຕຸລາ 2021.

8.ກອງປະຊຸມເຫັນດີດ້ານຫຼັກການຮັບຮອງເອົາຮ່າງດໍາລັດ ວ່າດ້ວຍການຄຸ້ມຄອງທຸລະກິດກາຊີໂນ.ມອບໃຫ້ກະຊວງແຜນການ ແລະ ການລົງທຶນ ສົມທົບກັບພາກສ່ວນກ່ຽວຂ້ອງ ນຳເອົາການປະກອບຄຳຄິດຄຳເຫັນຂອງບັນດາສະມາຊິກລັດຖະບານ ໄປປັບປຸງ ແລະ ຮຽບຮຽງຄືນ ຮ່າງດຳລັດດັ່ງກ່າວ ໃຫ້ມີເນື້ອໃນຄົບຖ້ວນ ແລະ ສົມບູນ. ພາຍຫຼັງປັບປຸງສໍາເລັດແລ້ວ ສະເໜີທ່ານນາຍົກລັດຖະມົນຕີ ພິຈາລະນາລົງນາມ ແລະ ປະກາດໃຊ້ຕາມລະບຽບການ.

ທ່ານນາງ ທິບພະກອນ ຈັນທະວົງສາ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໃຫ້ຮູ້ເຖິງວຽກງານສໍາຄັນຂອງຊາດທີ່ຈະສືບຕໍ່ປະຕິບັດພາຍໃນເດືອນກັນຍານີ້ວ່າ: ເດືອນກັນຍາທີ່ຈະມາເຖິງນີ້ ເປັນເດືອນໜຶ່ງທີ່ລັດຖະບານ ຍັງຈະສືບຕໍ່ພົບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍດ້ານ ໂດຍສະເພາະໃນເງື່ອນໄຂທີ່ພວກເຮົາມີຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ການແກ້ໄຂສະພາບການແຜ່ລະບາດຂອງພະຍາດໂຄວິດ-19ໃນຂະນະທີ່ແຮງງານລາວຍັງສືບຕໍ່ເດີນທາງກັບຄືນປະເທດຈໍານວນຫຼາຍ, ທັງເປັນເດືອນທຳອິດ ແຫ່ງການຈັດຕັ້ງປະຕິບັດວາລະແຫ່ງຊາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ການແກ້ໄຂບັນຫາຢາເສບຕິດ ແລະ ບັນດານິຕິກຳທີ່ກ່ຽວຂ້ອງ. ດັ່ງນັ້ນ, ໃນເດືອນກັນຍາ2021ລັດຖະບານ ຈະໄດ້ສຸມໃສ່ວຽກງານຕົ້ນຕໍຈຳນວນໜຶ່ງ ດັ່ງນີີ້:

1. ສືບຕໍ່ຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ ໃຫ້ແຂງແຮງຂຶ້ນກວ່າເກົ່າ ເພືີ່ອຮັກສາສະຖຽນລະພາບທາງດ້ານການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມຢ່າງຕໍ່ເນື່ອງ ດ້ວຍມາດຕະການຕ່າງໆທີີ່ແທດເໜາະກັບຕົວຈິງກວ່າເກົ່າ ໃນນີີ້ລວມທັງການສືບຕໍ່ລາດຕະເວນຕາມຊາຍແດນ, ການປ້ອງກັນສໍານັກງານ, ອົງການ, ທ້ອງຖິີ່ນ ໃຫ້ເປັນປົກກະຕິ ແລະ ເຂັ້ມງວດ ທັງສຸມໃສ່ຈັດຕັ້ງປະຕິບັດວາລະແຫ່ງຊາດ ກ່ຽວກັບການແກ້ໄຂບັນຫາຢາເສບຕິດ ໃຫ້ໄດ້ຮັບຜົນດີເປັນກ້າວໆ.

2. ສືບຕໍ່ຄຸ້ມຄອງເສດຖະກິດມະຫາພາກ, ຄຸ້ມຄອງການເໜັງຕີງຂອງອັດຕາແລກປ່ຽນ ດ້ວຍມາດຕະການຕ່າງໆໃຫ້ເໝາະສົມ,ເອົາໃຈໃສ່ກ່ຽວກັບການສ້າງຖານລາຍຮັບຕິດພັນກັບການເກັບລາຍຮັບໃຫ້ຄົບຖ້ວນດ້ວຍການນຳໃຊ້ອຸປະກອນທັນສະໄໝ, ການປະຕິບັດມາດຕະການປະຢັດງົບປະມານ; ພ້ອມທັງສືບຕໍ່ສົ່ງເສີມການຜະລິດກະສິກຳ ແລະ ຈັດຕັ້ງປະຕິບັດວຽກງານຕ່າງໆໃນຂົງເຂດເສດຖະກິດໃຫ້ສໍາເລັດຕາມແຜນ.

3. ສຳລັບວຽກງານໃນຂົງເຂດວັດທະນະທໍາ-ສັງຄົມແມ່ນກະກຽມແລະເປີດສົກຮຽນໃໝ່ສົກປີ 2021-2022 ຂອງທຸກຊັ້ນຮຽນໃຫ້ສອດຄ່ອງຕາມມາດຕະການຂອງຄະນະສະເພາະກິດຂັ້ນສູນກາງແລະທ້ອງຖິ່ນວາງອອກ; ສືບຕໍ່ເພີີ່ມທະວີການຄຸ້ມຄອງ, ຕິດຕາມ, ກວດກາແລະຊຸກຍູ້ການຈັດຕັ້ງປະຕິບັດມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນແລະແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19, ການຂະຫຍາຍສູນກັກກັນແລະສູນປິ່ນປົວເພືີ່ອຮອງຮັບແຮງງານລາວທີີ່ກັບຄືນປະເທດລວມທັງດໍາເນີນການສັກວັກຊີນໃຫ້ບັນລຸຄາດໝາຍທີີ່ກໍານົດໄວ້; ສືບຕໍ່ເພີ່ມທະວີການໂຄສະນາເຜີຍແຜ່ແນວທາງ, ນະໂຍບາຍຂອງພັກ-ລັດແລະຂໍ້ມູນກ່ຽວກັບຂົງເຂດແຮງງານ, ໂອກາດໃນການປະກອບອາຊີບ, ຕິດພັນກັບການສຶກສາອົບຮົມການເມືອງແນວຄິດໃຫ້ແກ່ແຮງງານທີ່ກັບຄືນປະເທດເພື່ອເປັນຂໍ້ມູນແລະສ້າງຄວາມພ້ອມໃນການປະກອບສ່ວນໃນການພັດທະນາເສດຖະກິດຢູ່ປະເທດເຮົາ, ລວມທັງສືບຕໍ່ໂຄສະນາມາດຕະການຕ່າງໆຂອງຄະນະສະເພາະກິດໂຄວິດ-19 ໃຫ້ສັງຄົມຮ່ວມມືໃນການປົກປ້ອງຕົນເອງແລະຄອບຄົວຈາກການຕິດເຊື້ອ; ເພີ່ມທະວີການຕິດຕາມຂ່າວ, ຕອບໂຕ້ຂ່າວບິດເບືອນ, ແລະຂ່າວບໍ່ມີຄວາມຈິງ; ສືບຕໍ່ຄົ້ນຄວ້າຮູບການແລະວິທີການເປີດການທ່ອງທ່ຽວໃນຮູບແບບໃໝ່ແລະເປີດການທ່ອງທ່ຽວຕາມຄວາມເໝາະສົມແລະຄວາມພ້ອມຂອງແຕ່ລະທ້ອງຖິ່ນ; ສືບຕໍ່ເກັບກໍາຂໍ້ມູນແຮງງານຕິດພັນກັບການຈັດຝຶກອົບຮົມສີມືແຮງງານ; ສືບຕໍ່ຕິດຕາມເຝົ້າລະວັງການປ່ຽນແປງດິນຟ້າອາກາດຕິດພັນກັບການສະໜອງຂໍ້ມູນຂ່າວສານທັງກະກຽມຮັບມືໃຫ້ທັນສະພາບການພ້ອມທັງຕິດຕາມເຝົ້າລະວັງແລະກະກຽມຄວາມພ້ອມໃນດ້ານຕ່າງໆເພືີ່ອຕ້ານແລ້ງ-ຕ້ານຖ້ວມ.

4. ສືບຕໍ່ປັບປຸງກົງຈັກການຈັດຕັ້ງຕ່າງໆຂອງອົງການບໍລິຫານລັດຕິດພັນກັບພາລະບົດບາດ, ສິດແລະໜ້າທີີ່ໃຫ້ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການອັນໃໝ່ທັງໃຫ້ສາມາດຍົກສູງປະສິດທິພາບຂອງການຄຸ້ມຄອງລັດໂດຍການຫັນເປັນທັນສະໄໝ, ຄຸ້ມຄອງສັງຄົມດ້ວຍກົດໝາຍໃຫ້ແຂງແຮງ, ຫຼຸດຜ່ອນສິ່ງກີດຂວາງຕ່າງໆທີີ່ເປັນອຸປະສັກໃຫ້ແກ່ການພັດທະນາຢູ່ປະເທດເຮົາ.

5. ສືບຕິດຕາມຢ່າງໃກ້ຊິດສະພາບພາກພື້ນແລະສາກົນທີີ່ມີການຜັນປ່ຽນຢ່າງສັບສົນເພືີ່ອດໍາເນີນແນວທາງການຕ່າງປະເທດຢ່າງເໝາະສົມ. ພ້ອມກັນນີ້, ກໍ່ໃຫ້ສືບຕໍ່ກະກຽມຄວາມພ້ອມຮອບດ້ານໃຫ້ແກ່ການເຄືີ່ອນໄຫວວຽກງານການຕ່າງປະເທດຂອງການນໍາພັກ-ລັດແລະກະກຽມການຕ້ອນຮັບຜູ້ນໍາຂອງບັນດາປະເທດເພື່ອນມິດທີ່ຈະເດີນທາງມາຢ້ຽມຢາມປະເທດເຮົາ.

ນອກຈາກນີ້, ເພືີ່ອໃຫ້ທິດທາງວຽກຈຸດສຸມ ໃນເດືອນກັນຍາ ປີ 2021 ໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນຮູບປະທໍາຕົວຈິງ, ບັນດາທ່ານສະມາຊິກລັດຖະບານ ຕະຫຼອດຮອດອົງການປົກຄ້ອງທ້ອງຖິ່ນ ຕ້ອງໄດ້ຫັນເປັນແຜນປະຕິບັດລະອຽດ; ມີການແບ່ງຄວາມຮັບຜິດຊອບໃຫ້ການຈັດຕັ້ງ ແລະ ບຸກຄົນ ຢູ່ແຕ່ລະຂັ້ນ ໃນແຕ່ລະໄລຍະໃຫ້ຈະແຈ້ງ ທັງສອດຄ່ອງກັບເງື່ອນໄຂສະພາບຄວາມເປັນຈິງຂອງແຕ່ລະຂັ້ນ, ແຕ່ລະບ່ອນ ໃນການຈັດຕັ້ງປະຕິບັດແຕ່ລະວຽກຕ້ອງແທດຕົວຈິງ, ພະຍາຍາມຫຼີກເວັ້ນການປະຕິບັດວຽກງານທີີ່ມີລັກສະນະຮູບການ ໃນນີີ້ລວມທັງການປະຕິບັດ 2 ວາລະແຫ່ງຊາດທີີ່ສະພາແຫ່ງຊາດໄດ້ຮັບຮອງນັ້ນ ໃຫ້ໄດ້ຮັບຜົນເປັນຢ່າງດີ.

LEAVE A REPLY

Please enter your comment!
Please enter your name here