ອີງຕາມລາຍງານແຫຼງຂ່າວປະຈຳວັນ ຂອງຄະນະສະເພາະກິດ ວັນທີ 21 ສິງຫາ 2021 ໃຫ້ຮູ້ວ່າ: ສປປ ລາວ ກວດພົບຜູ້ຕິດເຊື້ອໂຄວິດ-19 ກໍລະນີໃໝ່ 411 ຄົນ ເຊິ່ງມີ ຊຸມຊົນ 26 ຄົນ ແລະ ນຳເຂົ້າ 385 ຄົນ.

ສຳລັບ 26 ຄົນ ຕິດເຊື້ອພາຍໃນແຂວງ ຈາກ ນະຄອນຫຼວງວຽງຈັນ 2 ຄົນ, ບໍ່ແກ້ວ 18 ຄົນ, ສະຫວັນນະເຂດ 5 ຄົນ, ຈຳປາສັກ 1 ຄົນ.

ສຳລັບກໍລະນີນຳເຂົ້າ 385 ຄົນ ຈາກນະຄອນຫຼວງວຽງຈັນ 52 ຄົນ, ຈຳປາສັກ 158 ຄົນ, ສະຫວັນນະເຂດ 95 ຄົນ, ຄຳມ່ວນ 61 ຄົນ, ສາລະວັນ 9 ຄົນ, ໄຊຍະບູລີ 8 ຄົນ, ອຸດົມໄຊ 2 ຄົນ.

ຂໍ້ມູນເບື້ອງຕົ້ນຂອງຜູ້ຕິດເຊື້ອໃໝ່ພາຍໃນແຂວງ:

ນະຄອນຫຼວງວຽງຈັນ 2 ຄົນ:

ຜູ້ທີ 1 ແມ່ນ ເພດຊາຍ ອາຍຸ 31 ປີ ພະນັກງານ, ບ້ານນາທ່ອນ, ເມືອງນາຊາຍທອງ, ສັກວັກຊີນຄົບ 2  ເຂັມ, ຜູ້ກ່ຽວປະຈຳຢູ່ສູນຈຳກັດບໍລິເວັນ ໃນໄລຍະວັນທີ 7-16 ສິງຫາ 2021.

  • 17/8/2021 ໄປບ້ານຫົວນາ ເມືອງໄຊທານີ
  • 18/8/2021 ໄປຊື້ຕຳໝາກຮຸ່ງໃກ້ກັບຕະຫຼາດເຂດດົງໂດກ ແລະຮູ້ສຶກມີອາການ ເຈັບຄໍ ມີຂີ້ກະເທີ່
  • 19/8/2021 ມີໄຂ້ ແລະ ເຈັບຫົວ
  • 20/8/2021 ຜົນກວດເປັນບວກ ຕິດເຊື້້ອໂຄວິດ-19

ຜູ້ທີ 2 ເພດຊາຍ ອາຍຸ 31 ປີ ພະນັກງງາ, ບ້ານດົງໂດກ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ ສັກວັກຊີນຄົບ 2 ເຂັມ,

  • 12-13/8/2021 ໄປຕະຫຼາດຊັງຈຽງ ແລະ ຕອນແລງໄປຕະຫຼາດເຂດດົງໂດກ.
  • 14/8/2021 ມີໄຂ້ ໄປກວດຢູ່ຄຣິນິກ
  • 17/8/2021 ໄປເກັບຕົວຢ່າງກວດຢູ່ສູນ ມຊ ດົງໂດກ
  • 20/8/2021 ຜົນກວດພົບເຊື້ອໂຄວິດ-19

ສ່ວນແຂວງບໍ່ແກ້ວ 18 ຄົນ ແມ່ນຢູ່ບ້ານສີເມືອງງານ, ເມືອງຕົ້ນເຜິ້ງ

ສ່ວນແຂວງສະຫວັນນະເຂດ 5 ຄົນ : 3 ຄົນ ແມ່ນຄົນໃນຄອບຄົວຜູ້ຕິດເຊື້ອກ່ອນໜ້ານີ້, ອີກ 2 ຄົນ ແມ່ນທີມງງານກຳລັງສອບຖາມລາຍລະອຽດ

ສ່ວນຈຳປາສັກ 1 ຄົນ ແມ່ນ ທີມງງານກຳລັງສອບຖາມລາຍລະອຽດ,

ມາຮອດປັດຈຸບັນ, ສປປ ລາວ ມີຜູ້ຕິດເຊື້ອສະສົມລວມ 12,164 ຄົນ, ເສຍຊີວິດສະສົມ 11 ຄົນ ແລະ ກຳລັງປິ່ນປົວ 4,415 ຄົນ.

LEAVE A REPLY

Please enter your comment!
Please enter your name here