ປະຖົມສົມບູນທົ່ວ​ເມືອງປາກທາ ຍົກລະດັບຄວາມຮູ້ພື້ນຖານນຳໃຊ້ຄອມພິວເຕີ

0
1293

ຕາມການລາຍງານ ຂອງສຳນັກຂ່າວ ປະຊາຊົນ ໃຫ້ຮູ້ວ່າ: ວັນທີ 16 ສິງຫາ 2021v ຜ່ານມານີ້ ທີ່ ໂຮງຮຽນປະຖົມສົມບູນປາກທາ ເມືອງປາກທາ ແຂວງບໍ່ແກ້ວ ໄດ້ຈັດ​ຊຸ​ດຝຶກອົບຮົມການນຳໃຊ້ຄອມພິວເຕີຂັ້ນພື້ນຖານ ໃຫ້ແກ່ຜູ້ບໍລິຫານການສຶກສາຂັ້ນໂຮງຮຽນປະຖົມສົມບູນທົ່ວເມືອງປາກທາ ໂດຍການເປັນປະທານຂອງ ທ່ານ ທອງວັນ ພົມມະຫານ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງປາກທາ ຕະຫຼອດຮອດສຳມະນາກອນເຂົ້າຮ່ວມ.

ທ່ານຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ ໄດ້ກ່າວເປີດຊຸດຝຶກອົບຮົມ ແລະ ​ໄດ້ຮຽກຮ້ອງມາຍັງຄູຝຶກ, ສຳມະນາກອນ ຈົ່ງເອົາໃຈໃສ່ໃນການປະຕິບັດໂມງເວລາ, ເອົາໃຈໃສ່ໃນການສົນທະນາແລກປ່ຽນບົດ ແລະ ຮຽນຮູ້ ນຳນັກວິທະຍາກອນ ກໍຄືຄູຝຶກ ເພື່ອນຳເອົາບົດຮຽນໃນຄັ້ງນີ້ ໄປໝູນໃຊ້ເຂົ້າໃນໜ້າທີ່ວຽກງານ ຂອງຜູ້ບໍລິຫານການສຶກສາຂັ້ນໂຮງຮຽນຂອງຕົນ ແລະ ຫັນເປັນອັນທັນສະໄໜ ຕໍ່ໜ້າທີ່ວຽກງານຂອງຜູ້ບໍລິຫານການສຶກສາເທື່ອລະກ້າວ ແລະ ພ້ອມກັນຈັດຕັ້ງປະຕິບັດການຝຶກອົບຮົມໃນຄັ້ງນີ້ໃຫ້ໄດ້ຮັບຜົນດີ, ຊຸດຝຶກອົບຮົມ ຈະດໍາເນີນ​ໄປເປັນເວລາ 5 ວັນ ຈຶ່ງສໍາເລັດ. ການຝຶກອົບຮົມໃນຄັ້ງນີ້, ຜູ້​ເຂົ້າ​ຮ່ວມ​ຈະ​ໄດ້​ຮຽນ​ຮູ້​ການຈັດມ້ຽນບັນດາເອກະສານຕ່າງໆ, ສ້າງສື່ການຮຽນ-ການສອນ ທາງດ້ານເອເລັກໂຕຣນິກໄດ້ ແລະ ແກ້ໄຂບັນຫາຕ່າງໆຂອງຄອມພິວເຕີ, ການຕິດຕັ້ງໂປແກຣມທີ່ຈຳເປັນ ແລະ ວິທີການບຳລຸງຮັກສາຄອມພິວເຕີໃຫ້ໃຊ້ງານໄດ້ຍາວນານ ແລະ ເປັນປົກກະຕິ.

LEAVE A REPLY

Please enter your comment!
Please enter your name here