ສື່ມວນຊົນລາວໄດ້ປະກອບສ່ວນສຳຄັນເຮັດໃຫ້ປະຊາຊົນເຂົ້າເຖິງຂໍ້ມູນຂ່າວສານທີ່ຖືກຕ້ອງ

0
1725

ສື່ມວນຊົນລາວ ມີຄວາມສຳຄັນໃນຫລາຍດ້ານ ໂດຍສະເພາະການປະກອບສ່ວນດ້ານການພັດທະນາເສດຖະກິດ-ສັງຄົມ ເປັນຕົ້ນແມ່ນ ໄດ້ນຳເອົາຂໍ້ມູນຂ່າວສານ ທີ່ເປັນປະໂຫຍດ ແລະ ຖືກຕ້ອງໄປຮອດປະຊາຊົນ ໂດຍຜ່ານພາຫະນະຂອງສື່ຫລາຍຮູບແບບ, ເຊິ່ງໃນເມື່ອກ່ອນແມ່ນຜ່ານໜັງສືພິມ, ວິທະຍຸ ແລະ ໂທລະພາບ, ແຕ່ມາຮອດປັດຈຸບັນ ໂລກພວກເຮົາໄດ້ມີການພັດທະນາ ແລະ ທັນສະໄໝ ສື່ກໍໄດ້ມີການປັບຕົວນຳໃຊ້ສື່ແບບໃໝ່ ໂດຍຜ່ານອິນເຕີເນັດ, ຜ່ານສື່ສັງຄົມອອນລາຍ.

ທ່ານ ສົມສະຫວາດ ພົງສາ ຫົວໜ້າກົມສື່ມວນຊົນ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ໃນວັນທີ 10 ສິງຫາ 2021, ທີ່ນະຄອນຫລວງວຽງຈັນ ເນື່ອງໃນໂອກາດ ສະເຫລີມສະຫລອງວັນສື່ມວນຊົນລາວ ແລະ ການພິມຈຳໜ່າຍ ຄົບຮອບ 71 ປີ ວ່າ: ສື່ມວນຊົນແມ່ນກະບອກສຽງຂອງພັກ ເປັນຜູ້ທີ່ຈະຕ້ອງເຜີຍແຜ່ນະໂຍບາຍຂອງພັກ, ເປັນອາວຸດອັນແຫລມຄົມຂອງພັກ ເພື່ອເຮັດໃຫ້ການຕໍ່ສູ້ກູ້ຊາດໃນໄລຍະຜ່ານມາປະສົບຜົນສຳເລັດ, ມັນແມ່ນຜົນງານອັນຍິ່ງໃຫຍ່ຂອງສື່ຈຳນວນໜຶ່ງ ທີ່ໄດ້ປະກອບສ່ວນ, ສ່ວນມາຮອດໄລຍະປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ພວກເຮົາໄດ້ສືບຕໍ່ກຳເອົາແນວທາງນະໂຍບາຍ ແລະ ໄດ້ຜັນຂະ ຫຍາຍ ເຮັດໃຫ້ແນວທາງນະໂຍບາຍດັ່ງກ່າວ ໄປຮອດໄປເຖິງປະຊາຊົນ ຈົນມາຮອດປັດຈຸບັນ ສື່ມວນຊົນຂອງພວກເຮົາ ກໍມີຄວາມໝາຍຄວາມສຳຄັນຫລາຍດ້ານ ໃນການປະກອບສ່ວນ ສ້າງສາພັດທະນາປະເທດຊາດ; ໂດຍສະເພາະ ດ້ານການພັດທະນາເສດຖະກິດ-ສັງຄົມ ສື່ພວກເຮົາແມ່ນມີຄວາມສຳຄັນຫລາຍ ເປັນຕົ້ນແມ່ນ ໄດ້ນຳເອົາຂໍ້ມູນຂ່າວສານທີ່ເປັນປະໂຫຍດໄປຮອດປະຊາຊົນ ໂດຍຜ່ານພາຫະ ນະຂອງສື່ຫລາຍຮູບແບບ, ເຊິ່ງໃນເມື່ອກ່ອນແມ່ນຜ່ານໜັງສືພິມ, ວິທະຍຸ ແລະ ໂທລະພາບ, ແຕ່ມາຮອດປັດຈຸບັນ ໂລກຂອງພວກເຮົາໄດ້ມີການພັດທະນາ ແລະ ທັນສະໄໝ ສື່ກໍໄດ້ມີການປັບຕົວນຳໃຊ້ສື່ແບບໃໝ່ ໂດຍຜ່ານອິນເຕີເນັດ, ຜ່ານສື່ສັງຄົມອອນລາຍ, ເຊິ່ງມີຄວາມໝາຍຄວາມສໍາຄັນຫລາຍ ເຮັດໃຫ້ສື່ເຮົານຳເອົາແນວທາງນະໂຍບາຍ, ນຳເອົາເຫດການສຳຄັນ, ປະຫວັດສາຂອງຊາດ ກໍຄືຂອງໂລກ ແລະ ໄດ້ນຳເອົາແຜນພັດທະນາເສດຖະກິດ-ສັງຄົມ ແຕ່ລະໄລຍະມາຜັນຂະຫຍາຍ ເຮັດໃຫ້ປະຊາຊົນໄດ້ຮັບຮູ້, ມີຄວາມເຂົ້າໃຈຂໍ້ມູນຂ່າວສານ. ພ້ອມນີ້, ສື່ມວນຊົນຍັງໄດ້ປະກອບສ່ວນສໍາຄັນໃນການໂຄສະນາເຜີຍແຜ່ ເຮັດໃຫ້ຊາວໂລກໄດ້ຮູ້ເຖິງປະເທດລາວຫລາຍຂຶ້ນ ຈາກໃນເມື່ອກ່ອນຫລາຍໆປະເທດບໍ່ຮູ້ຈັກປເທດລາວ ແຕ່ມາຮອດປັດຈຸບັນ ປະເທດລາວກໍໄດ້ເປັນທີ່ຮູ້ຈັກໄປທົ່ວໂລກ.

ໃນໄລຍະ 2016-2021 ພາຍໃຕ້ການນໍາພາຂອງຄະນະພັກກະຊວງ ສື່ມວນຊົນລາວ ໃນຖາ ນະເປັນກະບອກສຽງທີ່ແຫລມຄົມຂອງພັກ, ລັດ ໃນການໂຄສະນາເຜີຍແຜ່ແນວທາງນະໂຍບາຍ, ມະ ຕິຂອງພັກ, ກົດໝາຍ ແລະແຜນພັດທະນາເສດຖະກິດ-ສັງຄົມ ຂອງລັດຖະບານ. ອັນພົ້ນເດັ່ນແມ່ນໂຄສະນາຜົນສໍາເລັດໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນທຸກດ້ານ, ສ່ອງແສງ ເຫດການສໍາຄັນທີ່ເກີດຂຶ້ນຢູ່ພາຍ ໃນຄືກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ແລະ ບັ້ນເລືອກຕັ້ງສະພາຜູ້ແທນທົ່ວປະທດຄັ້ງທີ IX, ສື່ມວນຊົນລາວ ໄດ້ເປັນເຈົ້າການໃນການໂຄສະນາຕອບໂຕ້ ນະ ໂຍບາຍຫັນປ່ຽນໂດຍສັນຕິ ຂອງສັດຕູ ທີ່ຫວັງມ້າງເພທໍາລາຍລະບອບປະຊາທິປະໄຕ ປະຊາຊົນ, ຕີຖອຍຖ້ອຍທໍານອງບິດເບືອນ ໃສ່ຮ້າຍປ້າຍສີຂອງກຸ່ມຄົນບໍ່ດີ ແລະ ອິດທິກໍາລັງປໍລະປັກຕໍ່ການນໍາພາຂອງພັກ-ລັດ ກໍ່ຄື ໝາກຜົນໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເປັນຕົ້ນ ການສ້າງເຂື່ອນໄຟຟ້າ, ການສ້າງທາງລົດໄຟ ຄວາມໄວສູງ ລາວ-ຈີນ, ການສ້າງທາງດ່ວນ, ອອກຂ່າວບິດເບືອນຄວາມຈິງ, ຂ່າວປອມ ແລະ ພ້ອມທັງຕັ້ງຂໍ້ກ່າວຫາ ກ່ຽວກັບສິດທິມະນຸດ, ປະຊາທິປະ ໄຕ, ເຜົ່າ ແລະ ສາສະໜາ, ສື່ມວນຊົນລາວໄດ້ເຮັດໜ້າທີ່ ໃນການນໍາພາຫາງສຽງສັງຄົມ ໃນການຕ້ານສະກັດກັ້ນການລະບາດ ພະຍາດ COVID-19, ປະກົດການຫຍໍ້ທໍ້ທາງດ້ານເສດຖະກິດ ແລະ ວັດທະນະທໍາ-ສັງຄົມ ເປັນຕົ້ນ ການແກ້ໄຂຜົນຮ້າຍຈາກໄພທຳມະຊາດ, ອັນໄດ້ສະແດງໃຫ້ເຫັນເຖິງຜົນສໍາເລັດຢ່າງເອກອ້າງ ແລະ ໜ້າເພິ່ງພໍໃຈ.

ພ້ອມນີ້, ທ່ານ ສົມສະຫວາດ ພົງສາ ເນັ້ນຕື່ມວ່າ: ສື່ມວນຊົນ ຕ້ອງສືບຕໍ່ເປັນເຈົ້າການ ປັບ ປຸງຕົນເອງທັງທາງດ້ານເນື້ອໃນ ແລະ ຮູບການ ໃຫ້ກະທັດຮັດ, ແທດຕົວຈິງ ແລະ ມີປະສິດທິຜົນສູງຂຶ້ນ, ຮັບປະກັນຄວາມໝັ້ນຄົງດ້ານຂໍ້ມູນຂ່າວສານ, ຕິດພັນກັບການຕິດຕາມກວດກາ ຜະລິດຕະພັນຂອງສື່ມວນຊົນ ແລະ ພິມຈຳໜ່າຍ ໃຫ້ດຳເນີນໄປຖືກທິດ ເພື່ອຮັບໃຊ້ ພັກ, ລັດ ແລະ ປະຊາຊົນເຮົາ. ເອົາໃຈໃສ່ເປັນພິເສດ ຕໍ່ການຕິດຕາມກວດກາເນື້ອໃນ, ຫາງສຽງສັງຄົມ ຖ້ອຍທຳນອງທີ່ບໍ່ຫວັງດີຕໍ່ລະບອບໃໝ່ ຂອງພວກຄົນບໍ່ດີ, ຢູ່ຕາມສື່ສັງຄົມອອນລາຍ ທັງເປັນເຈົ້າການໃນການຕອບຕ້ານຢ່າງທັນການ ແລະ ຖືກທິດ.

ຂ່າວ-ພາບ: ສົມຫວັງ | ຂປລ

LEAVE A REPLY

Please enter your comment!
Please enter your name here