ກຽມຈັດສັນລົດບໍລິຫານລັດຄືນໃໝ່ ໃຜມີຫຼາຍຄັນຕ້ອງໄດ້ສົ່ງຄືນກົມກອງ

0
850

ລັດຖະບານກຽມຈັດສັນລົດບໍລິຫານໃນກົງຈັກລັດຄືນໃໝ່ ຜູ້ໃດທີ່ມີລົດຫຼາຍຄັນກໍຈະໄດ້ກວດກາ ຫຼື ສົ່ງຄືນໃຫ້ລັດ ສ່ວນຜູ້ທີ່ເອົາໄປຊຸກເຊື່ອງໄວ້ ກໍຈະຖືກດໍາເນີນວິໄນຕາມລະບຽບກົດໝາຍ.

ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ລາຍງານຕໍ່ກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ IX ເຊິ່ງຍົກໃຫ້ເຫັນວ່າ: ຜ່ານການກວດກາຕົວຈິງເຫັນວ່າ ປັດຈຸບັນ, ລົດຂອງລັດ ແມ່ນມີຈໍານວນຫຼາຍພັນຄັນ ແລະ ໃນບໍ່ດົນນີ້, ລັດຖະບານຈະມີດໍາລັດວ່າດ້ວຍລົດປະຈໍາຕໍາແໜ່ງ ແລະ ລົດບໍລິຫານລັດ ທີ່ຈະອອກມາໃໝ່ ຍິ່ງຈະເຮັດໃຫ້ລົດຂອງລັດຢູ່ຫຼາຍກະຊວງ ແລະ ທ້ອງຖິ່ນເຫຼືອຈາກການນໍາໃຊ້ຕົວຈິງເປັນຈໍານວນຫຼາຍ. ສະນັ້ນ, ລັດຖະບານຈະໄດ້ດັດສົມລົດຈໍານວນ ທີ່ເຫຼືອນັ້ນ ໄປໃຫ້ບັນດາກະຊວງ, ອົງການ ແລະ ທ້ອງຖິ່ນ ທີ່ຍັງຂາດເຂີນພາຫະນະຮັບໃຊ້. ຂະນະດຽວກັນ, ລັດຖະບານບໍ່ອະນຸມັດໃຫ້ຊື້ລົດໃໝ່ຕື່ມອີກ ເພື່ອປະຢັດງົບປະມານລັດ.

ສ່ວນລົດປະຈໍາຕໍາແໜ່ງ ແມ່ນຈະປະກອບໃຫ້ຕາມຕໍາແໜ່ງບໍລິຫານທີ່ມີນິຕິກໍາເທົ່ານັ້ນ, ເຊິ່ງບໍ່ໝາຍຄວາມວ່າໃນທຸກໆຕໍາແໜ່ງ ຫຼື ທຸກໆກົມ ຈະມີລົດປະຈໍາຂອງຕົນເອງ, ທີ່ສໍາຄັນເມື່ອເວລາສິ້ນສຸດການເປັນພະນັກງານ ຫຼື ອອກພັກຜ່ອນບໍານານແລ້ວ ແມ່ນບໍ່ໃຫ້ເອົາລົດປະຈໍາຕໍາແໜ່ງຂອງຕົນໄປພ້ອມ, ຖ້າຢາກໄດ້ເປັນຂອງສ່ວນຕົວຕ້ອງປະຕິບັດຕາມລະບຽບຫຼັກການ ນັບແຕ່ລະດັບກົມການເມືອງລົງມາ ຕ້ອງປະຕິບັດຢ່າງເຂັ້ມງວດ.

ການຈັດສັນດັ່ງກ່າວເນື່ອງຈາກຜ່ານມາເຫັນວ່າ ການນໍາໃຊ້ລົດໃນກົງຈັກການຈັດຕັ້ງລັດໃນປັດຈຸບັນ ບໍ່ທັນສອດຄ່ອງກັບສະພາບຕົວຈິງ, ບາງອົງການ ຫຼື ທ້ອງຖິ່ນມີຫຼາຍຄັນ ແລະ ເປັນລົດທີ່ມີລາຄາສູງ. ຂະນະດຽວກັນ, ຍັງມີຫຼາຍຂະແໜງການ ແລະ ທ້ອງຖິ່ນພັດຂາດເຂີນພາຫະນະຮັບໃຊ້, ຈິ່ງກໍ່ໃຫ້ເກີດຫາງສຽງຈົ່ມວ່າຢູ່ພາຍໃນຂົງເຂດລັດກັບລັດ ແລະ ອັນສໍາຄັນລັດພັດສູນເສຍງົບປະມານຫຼວງຫຼາຍ ເພື່ອສ້ອມແປງຮັກສາລົດຈໍານວນດັ່ງກ່າວໃນແຕ່ລະປີ.

LEAVE A REPLY

Please enter your comment!
Please enter your name here