ສປປ ລາວ ຈະແກ້ໄຂບັນຫາຢາເສບຕິດ ຢ່າງເດັດຂາດ

0
1609

ໃນວັນທີ 6 ສິງຫາ 2021 ເນື້ອໃນຂອງວາລະແຫ່ງຊາດ ວ່າດ້ວຍການແກ້ ໄຂບັນຫາຢາເສບຕິດ ໄດ້ຖືກນໍາເຂົ້າພິຈາລະນາຢູ່ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດຊຸດທີ IX ເພື່ອໃຫ້ສະມາຊິກສະພາແຫ່ງຊາດ (ສສຊ) ປະກອບຄໍາເຫັນໃສ່ຮ່າງວາລະດັ່ງກ່າວ ໃຫ້ມີເນື້ອໃນຄົບຖ້ວນ, ຮັດກຸມ ແລະ ຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ.ວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດນີ້, ສະເໜີໂດຍ ທ່ານ ພົນໂທ ວິໄລ ຫລ້າຄໍາຟອງ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ, ໂດຍໄດ້ຍົກໃຫ້ເຫັນວ່າ: ຢາເສບຕິດເປັນບັນຫາທີ່ທົ່ວໂລກ ແລະ ພາກພື້ນໄດ້ເອົາໃຈໃສ່ຮ່ວມມືກັນກວດກາ, ຄວບຄຸມ ແລະ ສະກັດກັ້ນແກ້ໄຂ, ໂດຍຖືການກະທໍາຜິດ ກ່ຽວກັບຢາເສບຕິດເປັນໜຶ່ງໃນບັນດາອາຊະຍາກໍາ ທີ່ໃຊ້ກໍາລັງຮຸນແຮງ, ອາຊະຍາກໍາຂ້າມຊາດ, ການຟອກເງິນ, ເປັນໄພຂົ່ມຂູ່ຕໍ່ສະພາບການພັດທະນາເສດຖະກິດ-ສັງຄົມ ກໍຄືສະຖຽນລະພາບທາງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍ ແລະ ປອດໄພໃນສັງຄົມ.

ຂະນະດຽວກັນ, ບັນຫາຢາເສບຕິດຢູ່ປະເທດເຮົາ ໄດ້ແຜ່ລະບາດເປັນວົງກວ້າງ ແຕ່ຕົວເມືອງໄປສູ່ຊົນນະບົດ ໃນຫລາຍລະດັບທີ່ແຕກຕ່າງກັນ, ຊຶ່ງເປັນສາເຫດກໍ່ໃຫ້ເກີດບັນດາປາກົດການຫຍໍ້ທໍ້ ແລະ ອາຊະຍາກໍາປະເພດຕ່າງໆ. ໃນແຕ່ລະປີຕົວເລກການກະທໍາຜິດເພີ່ມຂຶ້ນທາງດ້ານຈໍານວນ, ເລິກແລບທາງດ້ານກົນອຸບາຍ ເລ້ລ່ຽມການເຄື່ອນໄຫວ, ມີການຈັດຕັ້ງເປັນເຄືອຂ່າຍ ແລະ ເປັນກຸ້ມແກ້ງອິດທິພົນ ໃນລະດັບທີ່ແຕກຕ່າງກັນ. ຕະຫລອດໄລຍະຜ່ານມາ, ລັດຖະບານໄດ້ນໍາໃຊ້ຫລາຍມາດຕະການ ເພື່ອ ກວດກາ, ຄວບຄຸມ ແລະ ສະກັດກັ້ນແກ້ໄຂບັນຫາຢາເສບຕິດ, ຖືເອົາການແກ້ໄຂດັ່ງກ່າວ ເປັນວຽກງານສໍາຄັນ, ຊຶ່ງມີທັງຜົນງານ ດ້ານຕັ້ງໜ້າ, ແຕ່ພ້ອມດຽວກັນນັ້ນກໍຍັງມີບາງດ້ານ ທີ່ຍັງຄົງຄ້າງ ເປັນຕົ້ນແມ່ນ ຄວາມຮັບຮູ້ເຂົ້າໃຈຂອງປະຊາຊົນ ແລະ ອົງການປົກຄອງຂັ້ນຕ່າງໆ ຕໍ່ຜົນຮ້າຍ, ຄວາມເປັນອັນຕະລາຍຂອງບັນຫາຢາເສບຕິດ ບໍ່ທັນເລິກເຊິ່ງ ແລະ ບໍ່ທັນມີສ່ວນຮ່ວມໃນການແກ້ໄຂຢ່າງຈິງຈັງ, ລະບົບກົດໝາຍ, ນິຕິກໍາຕ່າງໆ ທີ່ກ່ຽວຂ້ອງ ເຖິງວ່າມີແຕ່ບໍ່ທັນຄົບຊຸດ ແລະ ຍັງມີຊ່ອງຫວ່າງ. ນອກຈາກນີ້, ການເຄື່ອນໄຫວເຮັດໜ້າທີ່ຂອງອົງການສືບສວນ-ສອບສວນ, ເຈົ້າໜ້າທີ່ຕໍາຫລວດ, ອົງ ການຕຸລາການ, ອົງການຈັດຕັ້ງປະຕິບັດຄໍາຕັດສີນຂອງສານ ຍັງບໍ່ທັນແຫລມຄົມ ແລະ ບໍ່ທັນເປັນລະບົບເຂັ້ມແຂງ. ຈຶ່ງເຮັດໃຫ້ປະເທດເຮົາໄດ້ຮັບຜົນກະທົບ ຈາກບັນຫາຢາເສບຕິດຢ່າງຫລີກລ້ຽງບໍ່ໄດ້. ມາຮອດປັດຈຸບັນ ບັນຫາດັ່ງກ່າວ ນັບມື້ມີການແຜ່ລະບາດເຂົ້າເຖິງທຸກເພດທຸກໄວ, ທຸກຊັ້ນຄົນໃນສັງ ຄົມ, ບັນດາປາກົດການຫຍໍ້ທໍ້ດ້ານຕ່າງໆ, ບັນຫາອາດຊະຍາກໍາທີ່ເກີດຂຶ້ນ ສາຍເຫດຕົ້ນຕໍ ກໍມາຈາກຢາເສບຕິດ.

ສະນັ້ນ, ການທີ່ລັດຖະບານ ຍົກເອົາການແກ້ໄຂບັນຫາຢາເສບຕິດ ເປັນວຽກບຸລິມະສິດ, ຈໍາເປັນ, ຮີບດ່ວນນັ້ນ ເຫັນວ່າຖືກຕ້ອງ ແລະ ເໝາະສົມ ເພື່ອສຸມທຸກກໍາລັງແຮງສັງລວມຂອງທົ່ວສັງ ຄົມເຂົ້າຮ່ວມໃນການແກ້ໄຂໃຫ້ຫລຸດລົງຢ່າງຈະແຈ້ງ, ໂດຍວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດນີ້, ໄດ້ກໍານົດໜ້າວຽກຕົ້ນຕໍ ຄື: ສ້າງຄວາມຮັບຮູ້ເຂົ້າໃຈ, ການສຶກສາອົບຮົມຜົນຮ້າຍ, ຄວາມເປັນອັນຕະລາຍຂອງຢາເສບຕິດ, ການໂຄສະນາເຜີຍແຜ່ລະບຽບກົດໝາຍ, ສ້າງ ແລະ ປັບປຸງກົດໝາຍ, ນິຕິກໍາໃຕ້ກົດໝາຍທີ່ກ່ຽວຂ້ອງກັບບັນຫາຢາເສບຕິດ, ປັບປຸງກົງຈັກການຈັດຕັ້ງ, ຍົກລະດັບຄວາມສາມາດ ໃນການເຄື່ອນໄຫວເຮັດໜ້າທີ່ການເມືອງຂອງອົງການປົກປ້ອງກົດໝາຍ ແລະ ພາກ ສ່ວນກ່ຽວຂ້ອງ, ຍົກສູງປະສິດທິພາບດ້ານການຄຸ້ມຄອງ, ຊີ້ນໍາການຈັດຕັ້ງປະຕິບັດຮອບດ້ານໃນການແກ້ໄຂບັນຫາຢາເສບຕິດ, ປັບປຸງຂີດຄວາມສາມາດການເຄື່ອນໄຫວ ເຮັດໜ້າທີ່ຂອງລະບົບການເມືອງແຕ່ລະຂັ້ນ ເພື່ອຊີ້ນໍາ-ບັນຊາການແກ້ໄຂບັນຫາຢາເສບຕິດ ໃນຂອບເຂດທົ່ວປະເທດ, ໄດ້ກໍານົດການແບ່ງຄວາມຮັບຜິດຊອບໃຫ້ບັນດາຂະແໜງການທີ່ກ່ຽວຂ້ອງທັງສູນກາງ ແລະ ທ້ອຖິ່ນ ລວມທັງໝົດ 23 ພາກສ່ວນ, ພ້ອມທັງໄດ້ກໍານົດຄວາມຮັບຜິດຊອບລວມທົ່ວສັງຄົມນໍາອີກ.

ນອກນີ້, ໄດ້ກໍານົດມາດຕະການຈັດຕັ້ງປະຕິບັດ, ເຊິ່ງເລີ່ມຈາກຜູ້ນໍາສູງສຸດຂອງລັດຖະບານ, ກະຊວງ-ອົງການ ແລະ ງົບ ປະມານຮັບໃຊ້ ໃຫ້ແກ່ການຈັດຕັ້ງວາລະແຫ່ງຊາດ ເພື່ອໃຫ້ມີປະສິດທິຜົນ ແລະ ເດັດຂາດ. ຈາກນັ້ນ, ທ່ານ ພົນໂທ ສຸວອນ ເລືອງພູມີ ຮອງປະທານສະພາແຫ່ງຊາດ, ຕາງໜ້າຄະນະປະຈໍາສະພາແຫ່ງຊາດ ໄດ້ມີຄໍາເຫັນຕໍ່ບົດລາຍງານວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດວ່າ: ຄະນະປະຈໍາສະພາແຫ່ງຊາດ ມີຄວາມເປັນເອກະພາບຕໍ່ເນື້ອໃນວາລະດັ່ງກ່າວ, ແຕ່ຂໍໃຫ້ລັດຖະບານກໍານົດຕື່ມກ່ຽວ ກັບການກໍານົດວ່າຈະແກ້ໄຂອັນໃດກ່ອນ, ອັນໃດນໍາຫລັງ, ສະເໜີໃຫ້ຖືເອົາການຕ້ານ, ສະກັດກັ້ນ, ປ້ອງກັນ ກັບການປາບ ບັນຫາຢາເສບຕິດໄປພ້ອມໆກັນ. ໃນນັ້ນຖືເອົາການປຸກລະດົມ, ສຶກສາອົບຮົມເປັນພື້ນຖານຕົ້ນຕໍ, ເອົາການປາບປາມ, ລົງໂທດເປັນສໍາຄັນ, ຈໍາເປັນ, ເດັດຂາດ ແລະ ເຂັ້ມງວດ, ໂດຍສະເພາະການກໍານົດມາດຕະການ ແລະ ລົງໂທດ ຕໍ່ຜູ້ກະທໍາຜິດ ຫາກແມ່ນເຈົ້າໜ້າທີ່, ພະນັກງານລັດ ເປັນຜູ້ກະທໍາຜິດເອງ ຫລື ພົວພັນກ່ຽວຂ້ອງກັບບັນຫາຢາເສບຕິດ ແມ່ນຕ້ອງຖືກວິໄນ, ຕ້ອງໄດ້ຮັບໂທດໜັກກວ່າປະຊາຊົນ ເພື່ອເປັນແບບຢ່າງ ແລະ ສ້າງຄວາມເຊື່ອໝັ້ນໃຫ້ແກ່ສັງຄົມ.

ຂໍ້ມູນ: ຂປລ

LEAVE A REPLY

Please enter your comment!
Please enter your name here