ເກີດເຫດຄາດຕະກຳ ເຮັດໃຫ້ເສຍຊີວິດຄາທີ່ ຢູ່ເຂດບ້ານທ່າໄຮ່ ນະຄອນປາກເຊ

0
1057

ຕາມການລາຍງານ ຂອງເຈົ້າໜ້າທີ່ພະແນກສືບສວນສອບສວນ ປກສ ແຂວງຈຳປາສັກໃຫ້ຮູ້ວ່າ: ໃນຄັ້ງວັນທີ 22 ກໍລະກົດ 2021 ທີ່ຜ່ານມາ ເວລາ ປະມານ 19:30 ໂມງ ເຈົ້າໜ້າທີ່ຕຳຫຼວດວິຊາສະເພາະ ໄດ້ຮັບແຈ້ງຈາກພົນລະເມືອງດີວ່າ ໃນເວລາ 19:20 ຂອງມື້ດຽວກັນ ໄດ້ມີຄົນນອນເສຍຊີວິດເປັນເພດຊາຍຈຳນວນ 1 ຄົນ ຢູ່ເຂດບ້ານທ່າໄຮ່ ນະຄອນປາກເຊ ແຂວງຈຳປາສັກ ຫຼັງຈາກນັ້ນເຈົ້າໜ້າທີ່ສືບສວນສອບສວນ ປກສ ແຂວງຈຳປາສັກ ຈຶ່ງໄດ້ຈັດກຳລັງວິຊາສະເພາະ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ລົງເຄື່ອນໄຫວສັນນະສູດ ສະຖານທີ່ເກີດເຫດ ພ້ອມທັງເກັບກຳຂ້ມູນຜູ້ເສຍຊີວິດຊື່ ທ້າວ ຄຳເຜົ່າ ອາຍຸ 45 ປີ ຢູ່ບ້ານທ່າໄຮ່ ນະຄອນປາກເຊ ໂດຍຖືກມີດແທງບໍລິເວນລໍາຄໍ ຈຳນວນໜຶ່ງບາດ ເຮັດໃຫ້ເສຍຊີວິດຄາທີ່.

ຈາກນັ້ນເຈົ້າໜ້າທີ່ຕຳຫຼວດວິຊາສະເພາະ ຈຶ່ງໄດ້ມີການສອບຖາມຜູ້ທີ່ຢູ່ເຮືອນໃກ້ຄຽງ ພ້ອມທັງປະຕິບັດຕາມວິຊາສະເພາະ ຈຶ່ງຮູ້ວ່າ ຜູ້ລົງມືຄາດຕະກຳຊື່ ທ້າວ ແສງອາທິດ ອາຍຸ 37 ປີ ຢູ່ບ້ານທ່າໄຮ ນະຄອນປາກເຊ ແຂວງຈຳປາສັກ ຕໍ່ມາຮອດເວລາ 21:31 ນາທີ ຂອງມື້ດຽວກັນຈຶ່ງສາມາດຈັບໂຕຜູ້ກ່ຽວມາດຳເນີນຄະດີ ຜ່ານການສືບສວນສອບສວນ ຜູ້ເກີດເຫດຈຶ່ງໄດ້ສາລະພາບວ່າ: ຜູ້ກ່ຽວໄດ້ເລີ່ມເສບຢາບ້າ ແຕ່ປີ 2000 ຈົນຮອດປະຈຸບັນ, ຕົກຮອດວັນທີ 22 ກໍລະກົດ 2021 ທີ່ຜ່ານມາເວລາ 12 ໂມງ ຜູ້ກ່ຽວໄດ້ຊື້ຢາບ້າມາເສບ 2  ເມັດ ແລະ ຊື້ເຫຼົ້າຂາວ 5 ພັນກີບ ມາດື່ມກັບໝູ່ ຢູ່ບ້ານທ່າໄຮ່ ນະຄອນປາກເຊ.

ຮອດເວລາປະມານ 19 ໂມງ 30 ຂອງມື້ດຽວກັນ ຜູ້ກ່ຽວມີອາການມືນເມົາ ແລ້ວຈັບເອົາມີດສັ້ນຍາວປະມານ ຢ່າງອອກໄປນອກທາງ ເວລານັ້ນຜູ້ກ່ຽວໄດ້ເຫັນ ທ້າວ ຄຳພ້າວ ຜູ້ເສຍຊີວິດ ຢືນຢູ່ແຄມທາງ ແລະໄດ້ຍິນສຽງຄົນດ່າໃສ່ ຈຶ່ງເກີດມີແນວຄິດຢາກຮ້າຍ ແລະຜູ້ກ່ຽວຄິດວ່າ ທ້າວຄຳພ້າວ ເປັນຜູ້ດ່າ ຈຶ່ງຍ່າງເຂົ້າໄປຫາ ແລະ ໃຊ້ມີດແທງໃສ່ບໍລິເວນລຳຄໍເບື້ອງຊ້າຍ ຈຳນວນໜຶ່ງບາດ ເຮັດໃຫ້ທ້າວ ຄຳພ້າວ ເສຍຊີວີດຄາທີ ຮອດເວລາ 21 ໂມງ 30 ນາທີ ຂອງວັນດຽວກັນ ຈຶ່ງສາມາດກັກໂຕຜູ້ກ່ຽວມາດຳເນີນຄະດີ.

ຜ່ານການສືບສວນ ຂອງເຈົ້າໜ້າທີ່ຈຶ່ງສາມາດຕີລາຄາໄດ້ວ່າ ຜູ້ກໍ່ເຫດ ແມ່ນມີເຈດຕະນາຄາດຕະກຳ ທ້າວ ຄຳພ້າວ ແທ້, ພ້ອມທັງເສບຢາບ້າ ເຊິ່ງການກະທຳດັ່ງກ່າວຜິດຕໍ່ມາດຕາ 188.320 ຂອງປະມວນກົດໝາຍອາຍາ ແຫ່ງ ສປປ ລາວ ເຊິ່ງແຕະຕ້ອງເຖິງຊີວິດບຸກຄົນອື່ນ ນອກນັ້ນຍັງສ້າງຄວາມບໍ່ສະຫງົບ ແລະ ຄວາມບໍ່ເປັນລະບຽບຮຽບຮ້ອຍຢູ່ໃນສັງຄົມ.

LEAVE A REPLY

Please enter your comment!
Please enter your name here