3 ສິງຫາ ມີຜູ້ຕິດເຊື້ອໃໝ່ໃນຊຸມຊົນ 13 ຄົນ ແລະ ນຳເຂົ້າ 237 ຄົນ

0
3289
ອີງຕາມການລາຍງານ ຂອງຄະນະສະເພາະກິດປະຈຳວັນທີ 3 ສິງຫາ 2021: ຜູ້ຕິດເຊື້ອໃໝ່ມື້ນີ້ລວມ 250 ໃນນັ້ນແມ່ນຕິດເຊື້ອຊຸມຊົນ 13 ກໍລະນີ ແລະ ຕິດເຊື້ອຈາກແຮງງານນໍາເຂົ້າ 237 ກໍລະນີ. ເຊິ່ງຕິດເຊື້ອໃນຊຸມຊົນ 13 ຄົນ ຄື:
  • ແຂວງວຽງຈັນ 4 ຄົນ (ເປັນຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອ)
  • ບໍ່ແກ້ວ 4 ຄົນ (ເມືອງຕ້ົນເຜິ້ງ)
  • ຫຼວງນ້ຳທາ 1 ຄົນ (ເດີນທາງມາແຕ່ເມືອງຕົ້ນເຜິ້ງ)
  • ສະຫວັນນະເຂດ 4 ຄົນ (ພະນັກງານດ່ານ 1 ຄົນ)
ສຳລັບ ກໍລະນີນໍາເຂົ້າ ມີ 237 ຄົນ ຈາກ ນະຄອນຫຼວງ 78 ຄົນ, ແຂວງວຽງຈັນ 2 ຄົນ, ຄຳມ່ວນ 30 ຄົນ, ສະຫວັນນະເຂດ 63 ຄົນ, ສາລະວັນ 16 ຄົນ ແລະ ຈຳປາສັກ 48 ຄົນ ເຊິ່ງກວດພົບຈາກແຮງງານລາວ ທີ່ກັບມາແຕ່ປະເທດເພື່ອນບ້ານ ເຂົ້າຕາມຈຸດຜ່ານແດນສາກົນ. ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 7,015 ຄົນ, ຄົນເຈັບເສຍຊີວິດສະສົມ 7 ຄົນ (ໃໝ່ 0) ແລະ ກໍາລັງປິ່ນປົວ ທັງໝົດ 3,392 ຄົນ.

LEAVE A REPLY

Please enter your comment!
Please enter your name here