ຊີ້ແຈງແລ້ວ! ຫາງສຽງກ່ຽວກັບການສັກວັກຊີນ ເມືອງທຸລະຄົມ

0
3248

ພາຍຫຼັງມີຫາງສຽງເກີດຂຶ້ນຜ່ານສື່ສັງຄົມອອນລາຍກ່ຽວກັບການສັກວັກຊີນປ້ອງກັນພະຍາດໂຄວິດ-19 ຢູ່ໂຮງໝໍເມືອງທຸລະຄົມ, ແຂວງວຽງຈັນ ເມື່ອບໍ່ດົນມານີ້ວ່າ: ແພດໝໍກັກຕຸນວັກຊີນໄວ້ຂາຍເອົາເງິນ ແລະ ມີການໃຫ້ຊອງຂາວ ແກ່ເຈົ້າໜ້າທີ່ເພື່ອລັດຄິວສັກວັກຊີນ.

ຕາມການລາຍງານຂອງ Lao National Radio ໃຫ້ຮູ້ວ່າ ໃນວັນທີ 1 ສິງຫາ 2021 ທີ່ຜ່ານມານີ້, ທ່ານ ດຣ. ດິ້ງ ເລືອງໄຊ ຫົວໜ້າຫ້ອງການສາທາລະນະສຸກເມືອງທຸລະຄົມ ໄດ້ຊີ້ແຈງຜ່ານວິທະຍຸກະຈາຍສຽງແຫ່ງຊາດ ວ່າ: ຕາງໜ້າໃຫ້ຫ້ອງການສາທາລະນະສຸກເມືອງທຸລະຄົມ ຂໍຊີ້ແຈງກ່ຽວກັບເຫດທີ່ເກີດຂື້ນ, ຂັ້ນຕອນ ແລະ ວິທີການຈັດຕັ້ງປະຕິບັດໃນການໃຫ້ວັກຊິນ ປ້ອງກັນພະຍາດໂຄວິດ-19 ຊະນິດ johnson & johson ທາງຫ້ອງການສາທານະນະສຸກໄດ້ປະຊຸມຮ່ວມກັບການຈັດຕັ້ງບ້ານ, ພ້ອມກຳມະການຮັກສາສຸຂະພາບຂັ້ນບ້ານໃນຈຳນວນ 42 ບ້ານທົ່ວເມືອງເພື່ອສ້າງຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດເພື່ອໃຫ້ສອດຄ່ອງກັບນະໂຍບາຍຂອງຂັ້ນເທິງ ຄື: ກຸ່ມເປົ້າໝາຍ 18 ປີ ຫາ 50 ປີ ຕ້ອງແມ່ນຜູ້ທີ່ເປັນພະຍາດຊ້ຳເຮື້ອ ແລະ ກຸ່ມອາຍຸ 50 ປີຂື້ນໄປ ກອງປະຊຸມໄດ້ເອກະພາບໃຫ້ການຈັດຕັ້ງບ້ານໄດ້ເກັບກຳສະຖິຕິລະອຽດຕາມແຜນແບ່ງ ບ້ານໃຫຍ່ໄດ້ຮັບ 150 ໂດສ, ບ້ານທີ່ມີຈຳນວນພົນນ້ອຍບ້ານລະ 50-100 ໂດສ ເພື່ອໃຫ້ທົ່ວເຖິງທຸກບ້ານ ພ້ອມແຈ້ງຕາຕະລາງແຕ່ ລະບ້ານຢ່າງລະອຽດ ສ່ວນມື້ປະຕິບັດຕົວຈິງແມ່ນມອບ ໃຫ້ ອສບ ຫຼື ການຈັດຕັ້ງບ້ານເປັນຜູ້ອ່ານລາຍຊື່ ໃຫ້ແພດໝໍພວກເຮົາ.

ແຕ່ການປະຕິບັດຕົວຈິງນັ້ນ ສ່ວນຫຼາຍເປົ້າໝາຍແມ່ນມາບໍລິການຖືກຕ້ອງ ຍັງມີຈຳນວນໝຶ່ງບໍ່ແມ່ນເປົ້າໝາຍກໍ່ມາວົນວາຍຍາດຊີງສັກຢາດັ່ງກ່າວຖ້າບໍ່ໄດ້ດັ່ງໃຈກໍ່ວິຈານແນວບໍ່ດີໃຫ້ແພດໝໍ ແລະ ໃນກໍລະນີພິເສດພວກເຮົາກໍມີນະໂຍບາຍແກ່ຜູ້ທີ່ມີຄວາມຈຳເປັນໂດຍມີການຢັ້ງຢືນຈາກກົມກອງເຊັ່ນ: ໄປຮຽນຕໍ່, ໄປປະຕິບັດໜ້າທີ່ຕາມການແຕ່ງ ຕັ້ງຂອງສຳນັກງານຫຼືກົມກອງ ແນ່ນອນການປະຕິບັດນະ ໂຍບາຍດັ່ງກ່າວນັ້ນ ອາດຈະບໍ່ທົ່ວເຖິງທຸກໆຄົນ ແນວໃດກໍ່ຕ້ອງຂໍອາໄພ ດ້ວຍເຫດນັ້ນ, ຈິ່ງເກີດມີການເຂົ້າໃຈຜິດເຖິງວ່າ ມີຄົນເຈົ້າ, ຄົນຂ້ອຍ ຍາດພີ່ນ້ອງແພດໝໍຕ່າງໆ ນາໆ ເຮັດໃຫ້ແຕະຕ້ອງເຖິງອັນລວມ ສະນັ້ນ, ຈິ່ງຮ້ອງຂໍໃຫ້ສັງຄົມໄດ້ພິຈາລະນາເຖິງການປະຕິບັດໜ້າທີ່ຂອງແພດໝໍພວກເຮົາດ້ວຍ.

ຫົວໜ້າຫ້ອງການສາທາລະນະສຸກເມືອງທຸລະຄົມ ຢັ້ງຢືນຕື່ມວ່າ: ສໍາລັບການກັກຕຸນຢາວັກຊິນຕາມທີ່ສື່ສັງ ຄົມອອນລາຍລົງຂ່າວນັ້ນ ແມ່ນບໍ່ມີຄວາມຈິງ ເນື່ອງຈາກອີງໃສ່ການປະຕິບັດຜ່ານມາເຫັນວ່າມີຜູ້ມາຂໍນະໂຍບາຍເປັນຈຳນວນຫຼວງຫຼາຍ ເຮັດໃຫ້ມີການກົດດັນແພດໝໍພວກເຮົາ. ສະນັ້ນ, ຈິ່ງໄດ້ໂຈະເປັນການຊົ່ວຄາວ ວັນເສົາ ແລະ ວັນອາທິດ ສ່ວນມື້ເລີ່ມບໍລິການໃໝ່ແມ່ນຈະໄດ້ເລີ່ມໃນວັນ ອັງຄານ ວັນ ທີ 2 ສິງຫານີ້. ດັ່ງນັ້ນ ຈິ່ງຮ້ອງມາຍັງປະຊາຊົນຊາວເມືອງທຸລະຄົມຮັບຊາບ ແລະຍັງສືບຕໍ່ບໍລິ ການໄປທຸກໆວັນໃນໂມງລັດຖະການແລະກໍ່ຍັງມີວັກຊິນຫຼາຍຊະນິດທີ່ພຽງພໍຈະບໍລິການໃຫ້ພວກທ່ານໂດຍຈະໄດ້ກຳນົດແຕ່ລະຊະນິດໃຫ້ຖືກກັບກຸ່ມເປົ້າໝາຍທີ່ກໍານົດໄວ້.

LEAVE A REPLY

Please enter your comment!
Please enter your name here