ສວຍໂອກາດໃຊ້ລົດຂົນສົ່ງສິນຄ້າ ຊຸກເຊື່ອງລົດຈັກ ທີ່ຖືກລັກມາ ເພື່ອສົ່ງອອກຕ່າງແຂວງ

0
1198

ຕາມການລາຍງານ ຂອງປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ: ເຈົ້າໜ້າທີ່ ໜ່ວຍງານສືບສວນ-ສອບສວນ ປກສ ເມືອງໄຊທານີ ນວ ໃຫ້ຮູ້ວ່າ: ພາຍຫຼັງໄດ້ຮັບແຈ້ງຈາກຜູ້ເສຍຫາຍໃນວັນທີ 09 ກໍລະກົດ 2021 ວ່າລົດຈັກຕົນເອງຖືກລັກໄປ ຢູ່ເຂດບ້ານໜອງພະຍາ ເມືອງໄຊທານີ ເຈົ້າໜ້າທີ່ຈຶ່ງໄດ້ແຕ່ງກໍາລັງວິຊາສະເພາະ ຕິດຕາມ, ສືບຄົ້ນ ຮອດເວລາ 16:00 ໂມງ ຂອງວັນດຽວກັນກໍພົບເຫັນລົດຈັກຄັນດັ່ງກ່າວ ຢູ່ໃນລົດຂົນສົ່ງສິນຄ້າຂອງທ້າວ ພັນ ອາຍຸ 43 ປີ ອາຊິບຂັບລົດ ຢູ່ບ້ານນາໄຄ ເມືອງແປກ ແຂວງຊຽງຂວາງ ທີ່ກໍາລັງຈະເດີນທາງໄປຊຽງຂວາງ ຢູ່ຄີວລົດຊໍາເກດ ເມືອງສີໂຄດຕະບອງ ນວ ດັ່ງນັ້ນ, ຈິ່ງໄດ້ກັກຕົວຜູ້ກ່ຽວ ໃນຂໍ້ຫາຊື້-ຂາຍ ຊັບ ແລະ ຊຸກເຊື່ອງຊັບ ບໍ່ຖືກຕ້ອງຕາມກົດໝາຍພ້ອມ ຂອງກາງລົດຈັກ ເວບ 100 ສີຂຽວ-ດໍາ 1 ຄັນ.

ໃນຂະນະດຽວກັນ, ທ້າວ ໄຊຍະສິດ ອາຍຸ 22 ປີ ຢູ່ ບ້ານ ຫ້ວຍຫົງ ເມືອງ ຈັນທະບູລີ ( ຜູ້ກໍ່ເຫດລັກລົດຈັກ ) ໄດ້ໂທຫາ ທ້າວ ພັນ ວ່າ ຈະເອົາລົດ ມາສົ່ງໃຫ້ອີກ 1 ຄັນ ເພື່ອສົ່ງອອກໄປແຂວງຊຽງຂວາງ; ເວລາຕໍ່ມາເຈົ້າໜ້າທີ່ ກໍ່ສາມາດກັກຕົວ ທ້າວ ໄຊຍະສິດ ໄດ້ພ້ອມທັງສອບສວນຂະຫຍາຍຜົນ.

ຮອດວັນທີ 10 ກໍລະກົດ 2021 ກໍສາມາດກັກຕົວຜູ້ຮ່ວມຂະບວນການໄດ້ອີກ 1 ຄົນ ຄື: ທ້າວ ຄໍາດີ ອາຍຸ 48 ປີ ປະຊາຊົນ ຢູ່ ບ້ານ ນາໄຫ ເມືອງ ຫາດຊາຍຟອງ ນວ ມາດໍາເນີນຄະດີ. ຜ່ານການສອບສວນ ທ້າວ ພັນ ໄດ້ໃຫ້ການຮັບສາລະພາບວ່າ: ໃນໄລຍະ ເດືອນພຶດສະພາ 2021 ຕົນເອງໄດ້ເອົາລົດໃຫຍ່ 6 ລໍ້ມາເຂົ້າຄີວລົດ ຊໍາເກດ ຈຸດປະສົງເພື່ອຂົນສົ່ງເຄື່ອງທຸກຊະນິດອອກແຂວງຊຽງຂວາງ ຕາມທີ່ລູກຄ້າສັ່ງ ແລະ ຕົນກໍ່ໄດ້ແຈກນາມບັດ ເພື່ອໃຫ້ລູກຄ້າຫຼາຍຄົນຮູ້ ແລະ ມາໃຊ້ບໍລິການ.

ຕົກມາຮອດ ວັນທີ 09 ກໍລະກົດ 2021, ໄດ້ມີຍິງຄົນໜຶ່ງ ຢູ່ບ້ານໂພນສະຫວັນ ເມືອງແປກ ແຂວງຊຽງຂວາງ ໄດ້ໂທຫາ ແລະ ບອກວ່າຈະມີຄົນນໍາເອົາລົດຈັກເວບ 100 ສີດໍາ-ຂຽວ ມາສົ່ງໃຫ້ແລ້ວໃຫ້ຕົນນໍາມາສົ່ງໃຫ້ຢູ່ຕະຫຼາດ ໂພນສະຫວັນ; ພ້ອມທັງບອກຕົນເອງ ສົ່ງບັນຊີໃຫ້ເພື່ອຈະໂອນເງິນຄ່າລົດຈັກໃຫ້ຊາຍຄົນໜຶ່ງ ທີ່ເອົາລົດມາຝາກ, ສ່ວນຄ່າຂົນສົ່ງ 300.000 ແມ່ນເກັບປາຍທາງ ພໍຮອດເວລາ 16:00 ໂມງ ຂອງວັນດຽວກັນ ກໍຖືກເຈົ້າໜ້າທີ່ເຂົ້າກັກຕົວ.

ສ່ວນທ້າວ ໄຊຍະສິດ ແລະ ທ້າວ ຄໍາດີ ໄດ້ຮັບສາລະພາບຕໍ່ເຈົ້າໜ້າທີ່ວ່າ: ພວກກ່ຽວທັງສອງຄົນ ແມ່ນໄດ້ຮ່ວມກັນເຄື່ອນໄຫວລັກຊັບພົນລະເມືອງ ປະເພດ ລົດຈັກ ມາແລ້ວ 5 ຄັ້ງ ໄດ້ລົດຈັກ 5 ຄັນ. ໂດຍໃຊ້ຮູບການຂີ່ລົດເລາະຖ້າພົບເຫັນລົດຈັກ ຈອດປະໄວ້ແມ່ນ ໄດ້ລົງມືກໍ່ເຫດທັນທີ ຫຼັງຈາກໄດ້ລົດຈັກມາແລ້ວກໍ່ໄດ້ສົ່ງຂາຍອອກແຂວງຊຽງຂວາງ ແລະ ເຊິ່ງໄນໄລຍະຜ່ານມາ ທັງສອງຄົນ ແມ່ນໄດ້ເອົາລົດຈັກມາຝາກນໍາໃຫ້ທ້າວ ພັນ 1 ຄັ້ງ, ເພື່ອສົ່ງຂາຍອອກຕ່າງແຂວງຊຽງຂວາງ.

LEAVE A REPLY

Please enter your comment!
Please enter your name here