ຂາຍລຳໃຍ ລາຍຮັບໄດ້ 80 ລ້ານກີບ!

0
1084

ຕາມລາຍງານ ຂອງມີເດຍລາວແຂວງຫົວພັນ ໃຫ້ຮູ້ວ່າ: ຄອບຄົວທ່ານ ໂລພາມ ຢູ່ບ້ານພຽງໂຮມB ເມືອງຊຽງຄໍ້ ແຂວງຫົວພັນ ເປັນຄອບຄົວໜື່ງທີ່ມີຄວາມດຸໝັ່ນຂະຫຍັນພຽນໃນການປູກໄມ້ໃຫ້ໝາກທີ່ມີລາຍຮັບດີ. ທ່ານ ໂລພາມ ເວົ້າສູ່ຟັງວ່າ: ຍ້ອນບ້ານພຽງໂຮມB ບໍ່ມີເນື້ອທີ່ນາພຽງພໍໃຫ້ປະຊາຊົນໃນບ້ານ ເພື່ອຜະລິດເຂົ້າ ຈິ່ງເຮັດໃຫ້ປະຊາຊົນຫຼາຍຄອບຄົວຫັນຈາກການຖາງປ່າເຮັດໄຮ່ແບບເລື່ອນລອຍ ມາປູກຝັງ-ລ້ຽງສັດເປັນສິນຄ້າ ເພື່ອພັດທະນາຄອບຄົວ, ສຳລັບຄອບຄົວທ່ານ ໂລພາມ ນັບແຕ່ໄດ້ຍ້າຍມາຢູ່ບ້ານພຽງໂຮມB ໃນປີ 1994 ກໍໄດ້ນຳພາຄອບຄົວປູກໝາກໄມ້ ໂດຍສະເພາະແມ່ນ ປູກໝາກລຳໄຍຈຳນວນ 100 ກວ່າຕົ້ນ ໃນເນື້ອທີ່ 1,5 ເຮັກຕາ ປູກແບບທຳມະຊາດ ບາງປີກໍເປັນໝາກ ແລະ ບາງປີກໍ່ບໍ່ເປັນໝາກ, ໃນປີທຳອິດໝາກລຳໄຍ ໃຫ້ຜົນຜະລິດ ພຽງແຕ່ 3 ໂຕນ ແລະ ຂາຍອອກໃນລາຄາທີ່ຖືກ ແຕ່ຊີວິດການເປັນຢູ່ກໍຍັງພົບຄວາມຫຍຸ້ງຍາກ ຂາດໆເຂີນໆຢູ່.

ມາຮອດປີ 2016 ໄດ້ມີນັກທຸລະກິດຄົນຫວຽດນາມ ລົງມາສຳປະທານສວນໝາກລຳໄຍ ເຊິ່ງໄດ້ນຳເອົາເຕັກນິກເຂົ້າມາຊ່ວຍປະຊາຊົນ ໂດຍສະເພາະແມ່ນ ວິທີການຕັດຕໍ່ຫງ່າ, ການໃສ່ຝຸ່ນ, ການບົວລະບັດຮັກສາ ແລະ ເຕັກນິກອື່ນໆ ເພື່ອໃຫ້ໝາກລຳໄຍເພີ່ມທັງປະລິມານ ແລະ ຄຸນນະພາບ, ພາຍຫຼັງທີ່ໄດ້ນຳໃຊ້ເຕັກນິກເຂົ້າໃນການປູກໝາກລຳໄຍມາເຖີງປັດຈຸບັນ ໄດ້ເຮັດໃຫ້ຜົນຜະລິດຂອງໝາກລຳໄຍເພີ່ມຂຶ້ນທຸກໆປີ ຈາກ 3 ໂຕນຕໍ່ເຮັກຕາເຄິ່ງ ມາເປັນ 20 ໂຕນກວ່າຕໍ່ເຮັກຕາເຄິ່ງ ປີ 2020 ຜ່ານມາ ຄອບຄົວທ່ານ ໂລພາມ ມີລາຍຮັບຈາກການຂາຍໝາກລຳໄຍໄດ້ 80 ລ້ານກີບ ສະເພາະປີ 2021 ນີ້ຄາດວ່າຜົນຜະລິດຈະໃຫ້ໄດ້ 22 ໂຕນ.

ທ່ານ ລະສານ ເບິນເຜົ່າເຈົາ ນາຍບ້ານ-ບ້ານພຽງໂຮມB ເວົ້າວ່າ: ຍ້ອນໄດ້ເຊື່ອມຊຶມແນວທາງຂອງພັກ-ລັດ ໃນການຫັນຈາກການຜະລິດແບບທຳມະຊາດ-ແບບເລື່ອນລອຍ ໄປສູ່ການຜະລິດເພື່ອເປັນສິນຄ້າ, ຄະນະພັກ – ອຳນາດການປົກຄອງບ້ານ ໄດ້ເອົາໃຈໃສ່ ປຸກລະດົມ-ຊຸກຍູ້ປະຊາຊົນພາຍໃນບ້ານ ຫັນມາປູກຝັງ – ລ້ຽງສັດ ສ້າງອາຊີບແບບຄົງທີ່ ໂດຍສະເພາະແມ່ນ ໝາກລຳໄຍ ໃນນີ້ ຄອບຄົວທ່ານ ໂລພາມ ກໍ່ແມ່ນໜຶ່ງໃນຄອບຄົວທີ່ເອົາການປູກໝາກລຳໄຍຂາຍ ເປັນຄອບຄົວທີ່ເຮັດແທ້ທຳຈິງສາມາດເຮັດໃຫ້ຊີວິດການເປັນຢູ່ຂອງຄອບຄົວນັບມື້ດີຂຶ້ນ.

ທ່ານ ໂລພາມ ໃຫ້ຮູ້ຕື່ມວ່າ ພາຍຫຼັງທີ່ໄດ້ເອົາການປູກໄມ້ໃຫ້ໝາກເປັນອາຊີບ ໂດຍສະເພາະ ໝາກລຳໄຍ ໄດ້ເຮັດໃຫ້ຊີວິດການເປັນຢູ່ຂອງຄອບຄົວຄອ່ຍໆດີຂຶ້ນ, ມີຢູ່ມີກິນ, ມີພາຫະນະຮັບໃຊ້, ມີເຄື່ອງໃຊ້ສອຍພາຍໃນເຮືອນ, ເຈັບເປັນມີເງິນປິ່ນປົວ ແລະ ມີສ່ວນແຮໄວ້. ສຳລັບແຜນການໃນຕໍ່ໜ້າ ແມ່ນຈະເອົາໃຈໃສ່ບົວລະບັດ ແລະ ຂະຫຍາຍເນື້ອທີ່ປູກໝາກລຳໄຍຕື່ມ ພ້ອມນີ້ຍັງຈະປູກຫຍ້າລ້ຽງງົວ ເພື່ອສ້າງລາຍຮັບເພີ່ມເຂົ້າສູ່ຄອບຄົວ ເຮັດໃຫ້ຄອບຄົວໄດ້ຮັບການພັດທະນາດີຂຶ້ນກວ່າເກົ່າ.

LEAVE A REPLY

Please enter your comment!
Please enter your name here