ສະຫວັນນະເຂດ ພວມຄົ້ນຄວ້າວຽກເຮັດງານທໍາ ໃຫ້ແຮງງານລາວ ທີ່ກັບມາຈາກ ປະເທດໃກ້ຄຽງ

0
1198

ຕາມລາຍງານ ຂອງຂປລ: ແຫຼ່ງຂ່າວ ຈາກແຂວງສະຫວັນນະເຂດ ແຈ້ງໃຫ້ຮູ້ໃນວັນທີ 28 ກໍລະກົດ 2021 ນີ້ວ່າ ທ່ານ ນາງ ພາວັນ ບົວຫຼວງລາດ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການ ແຂວງສະຫວັນນະເຂດ ກ່າວວ່າ: ເພື່ອເປັນການຮອງຮັບໃຫ້ແກ່ບັນດາແຮງງານລາວ ທີ່ກັບມາຈາກຕ່າງປະເທດໄດ້ມີວຽກເຮັດງານທຳ ຢູ່ພາຍໃນປະເທດຫຼາຍຂຶ້ນ, ແນໃສ່ໃຫ້ເຂົາເຈົ້າໄດ້ມີລາຍຮັບສາມາດກຸ້ມຕົນເອງນັ້ນ ຂະແໜງການຕົນ ດໍາເນີນການສຳຫລວດ ແລະ ເກັບກຳຕົວເລກຜູ້ໄປອອກແຮງງານຢູ່ປະເທດໄທ ໃນປີ 2019 ຈາກຄອບຄົວໃນແຕ່ລະບ້ານ ທົ່ວແຂວງສະຫວັນນະເຂດ ມີທັງໝົດ 35.726 ຄົນ (ຍິງ 20.544 ຄົນ). ໃນນັ້ນ 21.972 ຄົນແມ່ນໄປຖືກຕ້ອງຕາມລະບຽບກົດໝາຍ, ສ່ວນອີກ 13.754 ຄົນ ແມ່ນໄປບໍ່ຖືກກົດໝາຍ.

ສຳລັບການເຂົ້າມາຂອງແຮງງານ ຍ້ອນການແຜ່ລະບາດ ຂອງພະຍາດໂຄວິດ-19 ເລີ່ມແຕ່ເດືອນມີນາ 2020 ມາຮອດປັດຈຸບັນ ແມ່ນໄດ້ແບ່ງເປັນສອງໄລຍະ ຄື: ໄລຍະທີ 1 ມີແຮງງານເຂົ້າມາຈໍານວນ 27.659 ຄົນ (ຍິງ 13.445 ຄົນ) ແລະ ໄລຍະທີ 2 ມີແຮງງານ 23.445 ຄົນ (ຍິງ 10.984 ຄົນ). ໃນນີ້ຂະແໜງການກ່ຽວຂ້ອງແຂວງ ຍິນດີຮັບເອົາຄົນລາວໃນໄວເຮັດວຽກງານ, ໄວສະລາ ແລະ ເດັກນ້ອຍ ເປັນບູລິມະສິດກ່ອນໝູ່, ພ້ອມທັງເອົາໃຈໃສ່ປິ່ນປົວເຂົາເຈົ້າດ້ວຍວິທີການນຳເຂົ້າສູນຈຳກັດບໍລິເວນ 14 ວັນ, ໄປຄຽງຄູ່ການສຸມໃສ່ປິ່ນປົວກໍລະນີມີຜູ້ຕິດເຊື້ອພະຍາດໂຄວິດ-19 ໃຫ້ດີ. ຂະນະດຽວກັນ, ກໍໄດ້ເອົາໃຈໃສ່ວຽກງານໂຄສະນາເຜີຍແຜ່ຂໍ້ມູນຂ່າວສານ ກ່ຽວກັບແຮງງານ, ການຈ້າງງານ, ການຊອກວຽກເຮັດງານທຳ, ສຶກສາອົບຮົມແນວທາງຂອງພັກ, ລະບຽບກົດໝາຍຂອງລັດ ດ້ວຍຫລາຍຮູບການ ເພື່ອໃຫ້ເຂົາເຈົ້າຮູ້ໄດ້ເຖິງຄວາມເປັນຫ່ວງເປັນໃຍຂອງພັກ ແລະ ລັດຖະບານ ຕໍ່ບັນດາແຮງງານ, ຕໍ່ຍາດພີ່ນ້ອງຮ່ວມຊາດ ກໍຄື ການຫາບ່ອນພັກເຊົາ, ການກັກກັນ, ການປິ່ນປົວໂດຍບໍ່ເສຍຄ່າ, ພ້ອມທັງອຳນວຍຄວາມສະດວກ ໃນການປະສານງານກັບທ້ອງຖິ່ນ, ສ້າງເງື່ອນໄຂໃຫ້ໄດ້ຮັບວັກຊີນ, ປະຊາສຳພັນໃຫ້ແຮງງານທີ່ມີຈຸດປະສົງ ສະໝັກວຽກລົງທະບຽນຢູ່ຈຸດບໍລິການຈັດຫາງານ, ເຊິ່ງມີຢູ່ພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ໄປຄຽງຄູ່ໄດ້ຊຸກຍູ້ໃຫ້ບໍລິສັດຈັດຫາງານ ທີ່ເຄື່ອນໄຫວພາຍໃນແຂວງ ເປັນຜູ້ຊ່ວຍໃນການຊອກຫາວຽກເຮັດງານທໍາໃຫ້ເຂົາເຈົ້າ, ເຊິ່ງຄາດວ່າຖ້າແຮງງານຂອງພວກເຮົາໄດ້ຮັບວັກຊີນຢ່າງທົ່ວເຖິງ ກໍເປັນເງື່ອນໄຂໜຶ່ງໃນການເຂົ້າເຖິງຕະຫລາດແຮງງານ ແລະ ຍັງຈະໄດ້ມີການປຶກສາຫາລືກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອຊ່ວຍແຮງງານດັ່ງກ່າວ ເຊັ່ນ: ສະພາການຄ້າອຸດສາຫະກຳ, ຈັດຕະຫລາດນັດແຮງງານ, ຂະຫຍາຍເຄືອຂ່າຍບໍລິການຈັດຫາງານໃຫ້ຮອດເມືອງ ແລະ ບ້ານ, ເປີດການຝຶກອົບຮົມທາງດ້ານສີມືແຮງງານ ແລະ ອື່ນໆ.

ປັດຈຸບັນ ໄດ້ມີ 3 ບໍລິສັດແລ້ວ ທີ່ຍື່ນສະເໜີຫາພະແນກແຮງງານ ແລະ ສະຫວັດດີການສັງ ຄົມແຂວງ ທີ່ມີຄວາມຕ້ອງການທາງດ້ານແຮງງານເປັນຕົ້ນ ແມ່ນ:

ບໍລິສັດ ສາມມິດ ຈັດຫາງານ ມີຄວາມຕ້ອງການພະນັກງານຊ່າງຊີມັງ-ຊ່າງເຫລັກ ຈໍານວນຫຼາຍຄົນ ໃນໂຄງການກໍ່ສ້າງຂົວຂ້າມແມ່ນ້ຳ ຂອງແຫ່ງທີ 5 ປາກຊັນ-ບຶງການ, ມີຄ່າແຮງງານເລີ່ມຕົ້ນ 85.000 ກີບ ຫາ 100.000 ກີບຕໍ່ມື້, ມີເງິນລ່ວງເວລາ 13.000 ກີບ ຕໍ່ຊົ່ວໂມງ, ເຮັດວຽກ 8 ຊົ່ວໂມງຕໍ່ມື້.

ບໍລິສັດ ທຣີໂອລາວ ເອັກປອດ ຈຳກັດ ຕ້ອງການພະນັກງານ 350 ຄົນ, ຕຳແໜ່ງງານຫຍິບຜ້າ, ຫົວໜ້າລາຍການຜະລິດ, ຊ່າງສ້ອມແປງເຄື່ອງຈັກ, ໂດຍປະຕິບັດນະໂຍບາຍຕາມກົດໝາຍແຮງງານ ແລະ ກົດໝາຍປະກັນສັງ ຄົມ ມີເງິນໃຫ້ 1.400.000 ກີບ ຫາ 5.000.000 ກີບຕໍ່ເດືອນ, ພ້ອມມີຫໍພັກຍິງໃຫ້ຢູ່.

ບໍລິສັດ ຕຣີມາກ ຈໍາກັດ ດໍາເນີນທຸລະກິດ ກ່ຽວກັບຫຍິບເສື້ອຜ້າສົ່ງອອກ ຕ້ອງການພະນັກງານຫຍິບຜ້າຈຳນວນຫຼາຍ ມີນະໂຍບາຍຄ່າແຮງງານຕາມກົດໝາຍ, ມີເງິນລ່ວງເວລາ, ເງິນຜົນຜະລິດ, ມີຄ່າອາ ຫານ ແລະ ມີເງິນໂບນັດໃຫ້ນຳອີກ. ໂດຍຈະຈ່າຍເງິນໃຫ້ໃນທຸກໆວັນທີ 10 ແລະ ວັນທີ 25 ຂອງແຕ່ລະເດືອນ.

ສ່ວນວ່າ ເຂດເສດຖະກິດພິເສດສະຫວັນນະເຂດ ບໍລິສັດ ເຣັນໂຣເວິກ ກໍມີທ່າອ່ຽງຈະຮັບແຮງງານເພີ່ມຕື່ມໃນຫຼາຍຕຳແໜ່ງງານ, ບໍລິສັດປ້ອງກັນເວນຍາມ (ປກສ) ຕ້ອງການພະນັກງານ 40 ຄົນ, ຂົງເຂດກະສິກຳ ຕ້ອງການແຮງງານປັກດຳ, ກ່ຽວເຂົ້າ, ປູກ ແລະ ຕັດອ້ອຍ, ປູກ ແລະ ເກັບກູ້ມັນຕົ້ນ 4.000 ຄົນ ເປັນແຮງງານຕາມລະດູການ ແລະ ກໍມີໂຄງການລົງທຶນຂອງບໍລິສັດ ເອອາບີຊີ ໃນຂົງເຂດກະສິກຳປຸງແຕ່ງ, ຊຶ່ງສະເໜີໂຄງການ ຢູ່ເມືອງຈຳພອນ ແລະ ເມືອງສອງຄອນ ໃນເນື້ອທີ່ 100.000 ກວ່າເຮັກຕາ ຄາດຄະເນຄວາມຕ້ອງການແຮງງານ 50.000 ຄົນ.

ສັງລວມແລ້ວຖ້າສະພາບການລະບາດຂອງພະຍາດໂຄວິດ-19 ເບົາບາງລົງ ໂຄງການຕ່າງໆ ກໍໄດ້ມີການລິເລີ່ມ ແລະ ຈັດຕັ້ງປະຕິບັດໃນໄວໆນີ້ ແລະ ບັນດາແຮງງານທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ກັບມາຈາກປະເທດໄທ ກໍຈະໄດ້ຮັບການຈ້າງງານ ແລະ ມີວຽກເຮັດງານທຳຫລາຍຂຶ້ນ.

LEAVE A REPLY

Please enter your comment!
Please enter your name here