ຖືກຮັບຮອງເປັນສິນຄ້າໂອດັອບແຫ່ງຊາດແລ້ວ! ຜະລິດຕະພັນໄມ້ປ່ອງ ບ້ານໂພນສະອາດ

0
1860

ຜະລິດຕະພັນໄມ້ປ່ອງ ບ້ານໂພນສະອາດ ຖືກຮັບຮອງເປັນສິນຄ້າໂອດັອບແຫ່ງຊາດ

ຕາມການລາຍງານຂອງສຳນັກຂ່າວປະຊາຊົນ ໃຫ້ຮູ້ວ່າ: ໃນວັນທີ 23 ກໍລະກົດຜ່ານມາ ທີ່ບ້ານໂພນສະອາດ ເມືອງໂຂງ ແຂວງຈຳປາສັກ ອຳນາດການປົກຄອງບ້ານ, ເຖົ້າແກ່ແນວໂຮມ, ປະຊາຊົນພາຍໃນບ້ານ ກໍຄືກຸ່ມຫັດຖະກຳຈັກສານໄມ້ປ່ອງ ໄດ້ພ້ອມກັນເຂົ້າຮ່ວມພິທີເປີດປ້າຍກາໝາຍ ໜຶ່ງເມືອງໜຶ່ງຜະລິດຕະພັນ (ODOP) ແຫ່ງຊາດ; ໃຫ້ກຽດເຂົ້າຮ່ວມໃນພິທີຄັ້ງນີ້ໂດຍ ທ່ານ ບຸນຍະເດດ ທອງສະຫວັນ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງຈຳປາສັກ, ທ່ານນາງ ຄຳພູ ລິດທິສັກ ເຈົ້າເມືອງໆໂຂງ, ທ່ານນາງ ມາລາ ຈັນທະລາມ ປະທານສະມາຄົມຫັດຖະກຳ ແຂວງຈຳປາສັກ ແລະ ພາກສ່ວນທີ່ກ່ຽວຂ້ອງຈາກແຂວງ ແລະ ເມືອງເຂົ້າຮ່ວມ.

ທ່ານ ບຸນເນື່ອງ ສີລາຄົມ ຫົວໜ້າຫ້ອງການອຸດສາຫະກຳ ແລະ ການຄ້າເມືອງໃຫ້ຮູ້ວ່າ: ຜ່ານມາອຳນາດການປົກຄອງເມືອງກໍຄືພາກສ່ວນທີ່ກ່ຽວຂ້ອງໄດ້ສົມທົບກັບອຳນາດການປົກຄອງ ແລະ ຂະແໜງ ການທີ່ກ່ຽວຂ້ອງ ໄດ້ເກັບກຳຂໍ້ມູນ ແລະ ເງື່ອນໄຂ, ທ່າແຮງຂອງການຜະລິດທີ່ເປັນພູມປັນຍາຂອງປະຊາຊົນໃນທ້ອງຖິ່ນ ແລ້ວສ້າງເງື່ອນໄຂເພື່ອພັດທະນາສິນຄ້ານັ້ນໃຫ້ໄດ້ຮັບການປັບປຸງ ແລະ ພັດທະນາທາງດ້ານຄຸນນະພາບ, ມາດຕະຖານ, ປະລິມານ ໂດຍນຳໃຊ້ແຮງງານ, ວັດຖຸດິບ, ຊັບພະຍາກອນທີ່ມີໃນທ້ອງຖິ່ນ ແລະ ສິນຄ້າເຫຼົ່ານັ້ນຕ້ອງມີມູນເຊື້ອ, ເອກະລັກ,​ ຄວາມຍືນຍົງ ແລະ ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ; ໄລຍະຜ່ານມາເມືອງໂຂງ ສາມາດຕິດກາໝາຍ ODOP ໄດ້ຈໍານວນ 3 ຜະລິດຕະພັນ ຄື:

ກຸ່ມຜະລິດເສັ້ນເຝີ ບ້ານຫາງຂະເໝົາໂພນຈຳປາ, ກຸ່ມຜະລິດນໍ້າຕານກ້ອນບ້ານຫີນສີ່ວ, ກຸ່ມຜະລິດເຫຼົ້າຂາວດອນໂຂງ ບ້ານດົງ, ສໍາລັບກຸ່ມຜະລິດຫັດຖະກໍາຈັກສານໄມ້ປ່ອງ ບ້ານໂພນສະອາດ ແມ່ນເປັນກຸ່ມທີ 4 ຂອງເມືອງທີ່ຖືກຮັບຮອງເປັນສິນຄ້າ ODOP ບົນຫຼັກການໃນການຄັດເລືອກສິນຄ້າ ODOP ແຫ່ງຊາດ ໂດຍອີງຕາມຂໍ້ຕົກລົງ ຂອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ວ່າດ້ວຍສິນຄ້າ ODOP ແຫ່ງຊາດ ເຊັ່ນ:

ຕ້ອງເປັນສິນຄ້າ ຫຼື ຜະລິດຕະພັນທີ່ຜະລິດໂດຍວິສາຫະກິດ,​ ກຸ່ມຜະລິດ, ທຸລະກິດຄອບຄົວ, ສະຫະກອນ; ການຜະລິດ ແລະ ອອກແບບມີຄວາມເປັນເອກະລັກສະເພາະທີ່ຕິດພັນກັບວັດທະນະທຳທ້ອງຖິ່ນ ແລະ ຮີດຄອງປະເພນີຂອງຊາດ; ເປັນສິນຄ້າທີ່ດຳເນີນການຜະລິດ ຫຼື ໃຫ້ການບໍລິການທີ່ຖືກຕ້ອງຕາມເງື່ອນໄຂ, ມາດຕະຖານ ແລະ ລະບຽບການຂອງຂະແໜງທີ່ກ່ຽວຂ້ອງ ໂດຍຮັບປະກັນຄວາມປອດໄພທາງດ້ານສຸຂະພາບ,​ ຊີວິດ,​ ຊັບສິນ ແລະ ຜົນປະໂຫຍດຂອງຜູ້ຊົມໃຊ້ ແລະ ສິ່ງແວດລ້ອມ; ຖ້າເປັນຜະລິດຕະພັນຊະນິດດຽວກັນ ຕ້ອງໄດ້ມີການຈຳແນກຄວາມແຕກຕ່າງລະຫວ່າງການອອກແບບ, ການຫຸ້ມຫໍ່, ເຄື່ອງໝາຍການຄ້າ ຫຼື ຊື່ກາໝາຍສິນຄ້າ ຂອງເຈົ້າຂອງຜະລິດຕະພັນ ຫຼື ອາດຈະຕ້ອງໄດ້ຈົດທະບຽນເຄື່ອງໝາຍການຄ້າເພື່ອເປັນການຢັ້ງຢືນເຖິງຄວາມເປັນເອກະລັກເພື່ອຫຼີກເວັ້ນການລອກຮຽນແບບ. ຂ່າວໃຫ້ຮູ້ຕື່ມວ່າ: ໃນວັນດຽວກັນ ທີ່ສຳນັກງານເມືອງໂຂງ ໄດ້ມີພິທີມອບໃບອະນຸຍາດນໍາໃຊ້ກາໝາຍສິນຄ້າ ODOP ແຫ່ງຊາດ ແລະ ປ້າຍ ໃຫ້ກຸ່ມຜະລິດຕະພັນຈັກສານໄມ້ປ່ອງ, ພິທີລົງນາມເຊັນບົດບັນທຶກສັນຍາສົ່ງເສີມການຜະລິດເປັນສິນຄ້າ ລະຫວ່າງພະແນກອຸດສາຫະກໍາ ແລະ ການຄ້າ ກັບເມືອງໂຂງ, ການເຊັນສັນຍາຊື້-ຂາຍ ສິນຄ້າ ODOP ເມືອງໂຂງ ລະຫວ່າງປະທານສະມາຄົມຫັດຖະກໍາແຂວງ ກັບກຸ່ມຜະລິດສິນຄ້າ ODOP ເມືອງໂຂງ.

LEAVE A REPLY

Please enter your comment!
Please enter your name here