ແຂວງຈຳປາສັກ ຫາລື ໂຄງການກໍ່ສ້າງ ຕົວເມືອງທັນສະໄໝ

0
848

ອີງຕາມ ຂປລ ລາຍງານໃຫ້ຮູ້ວ່າ: ໃນວັນທີ 21 ກໍລະກົດ 2021 ທີ່ຫ້ອງວ່າການແຂວງຈຳປາສັກ ໄດ້ມີກອງປະຊຸມປຶກ ສາຫາລື ແລະ ນຳສະເໜີໂຄງການກໍ່ສ້າງ ແລະ ຜັນຂະຫຍາຍໂຄງການບໍລິຫານລັດແບບເອເລັກໂທຣນິກ ແລະ ສ້າງຕົວເມືອງທັນສະໄໝ SMART CITY ຢູ່ແຂວງຈຳປາສັກ.

ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ, ມີ ທ່ານ ບົວລີ ເພັດສົງຄາມ ເຈົ້ານະຄອນປາກເຊ, ທ່ານ ວິໄລ ແກ້ວມະນີໄລ ຫົວໜ້າພະແນກ ເຕັກໂນໂລຊີ ແລະການສື່ສານ, ທ່ານ ຫງຽນ ວັ້ນ ກົງ ຜູ້ອໍານວຍບໍລິສັດສະຕາໂທລະຄົມ ຈໍາກັດ ສາຂາຈໍາປາສັກ (Unitel), ພ້ອມດ້ວຍ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ໃນກອງປະຊຸມ ພະແນກເຕັກໂນໂລຊີ ແລະ ການສື່ສານ ໄດ້ລາຍງານກ່ຽວກັບຄວາມຄືບໜ້າ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກໃນການກະກຽມຈັດຕັ້ງປະຕິບັດວຽກງານການຫັນເປັນທັນສະໄໝ, ລະບົບບໍລິຫານລັດ ແບບເອເລັກໂທຣນິກ ປັດຈຸບັນວຽກງານຄຸ້ມຄອງເອກະສານ; ແກ້ໄຂວຽກງານຜ່ານທາງເອ ກະສານ; ແລກປ່ຽນຂໍ້ມູນພາຍໃນໜ່ວຍງານ ແລະ ພາຍນອກ ຢູ່ໃນລາວ ເວົ້າລວມ ແລະ ແຂວງຈໍາປາສັກ ເວົ້າສະເພາະ ຍັງເຮັດຕາມວິທີການໃຊ້ແຮງງານຄົນແບບດັ້ງເດີມ, ບໍ່ເປັນເອກະພາບແຕ່ຂັ້ນແຂວງຫາຂັ້ນເມືອງ, ຂັ້ນບ້ານ, ເອກະສານ ແລະ ແຟ້ມຂໍ້ມູນ ສ່ວນຫຼາຍໄດ້ຮັບການເກັບຮັກສາໃນຮູບແບບເຈ້ຍ ຊຶ່ງມີຄວາມຫຍຸ້ງຍາກໃນການຄຸ້ມຄອງ.

ພ້ອມນີ້, ບໍລິສັດສະຕາໂທລະຄົມ ຈໍາກັດ ສາຂາຈໍາປາສັກ ໄດ້ນຳສະເໜີ ການຮ່ວມມືຈັດຕັ້ງຜັນຂະຫຍາຍລະບົບ, ການອອກແບບສ້າງລະບົບບໍລິຫານລັດ ແບບອີເລັກໂທຣນິກ ຢູ່ແຂວງຈຳປາສັກ, ໂດຍມີຈຸດປະສົງ, ລະດັບຄາດໝາຍໃນການປະຕິບັດ, ດ້ວຍຮູບແບບ, ພາລະບົດບາດທີ່ເໝາະສົມກັບຄວາມຕ້ອງການໃນປັດຈຸບັນ, ໂດຍມີເປົ້າໝາຍຂອງໂຄງ ການໃນໄລຍະຕົ້ນ ຄື: ຫ້ອງການອີເລັກໂທຣນິກ U-Office; ລະບົບຂໍ້ມູນຮັບໃຊ້ການປະຊຸມ ແລະ ແກ້ໄຂວຽກງານ; e-Cabinet; ປະຕູຂໍ້ມູນສະທ້ອນສະຖານທີ່ເກີດເຫດ; ການປິ່ນປົວພະຍາດທາງໄກ Telehealth.

ໂອກາດນີ້, ທ່ານ ວິໄລວົງ ບຸດດາຄຳ ໄດ້ມີຄຳເຫັນໃຫ້ຄະນະຮັບຜິດຊອບກະກຽມການຫັນເປັນທັນສະໄໝ ຕ້ອງໄດ້ມີການປະສານງານກັບບັນດາພະແນກການ, ກົມກອງ ແລະ ພາກສ່ວນທີ່ກ່ຽວຂ້ອງ ທົ່ວແຂວງຈຳປາສັກ ກັບ ບໍລິສັດສະຕາໂທລະຄົມ ຈຳກັດໃນການຮ່ວມມື ສຶກສາໂຄງການ ດັ່ງກ່າວໃຫ້ເຂົ້າສູລວງເລິກ.

ພ້ອມນີ້, ກໍມີຄຳເຫັນສະເໜີໃຫ້ ບໍລິສັດ ສະຕາໂທລະຄົມ ຈໍາກັດ ກໍ່ຄື ຄະນະຮັບຜິດຊອບຊີ້ນຳ, ຄະນະປະສານງານການຮ່ວມມືຮອບດ້ານ ໃນການຫັນເປັນດິຈິຕອນ ບໍລິ ຫານລັດແບບເອເລັກໂຕຣນິກ ແລະ ສ້າງຕົວເມືອງທັນສະໄໝ (Smart City) ໃຫ້ກຳນົດຈະແຈ້ງ ແລະ ຊັດເຈນ ໂດຍສະເພາະບັນດານະໂຍບາຍຂອງບໍລິສັດ ຕໍ່ກັບໂຄງການ ເພື່ອສ້າງນະຄອນປາກເຊ ໃຫ້ກາຍເປັນຕົວເມືອງທັນສະໄໝ Smart City ແລະ ຫັນແຂວງຈຳປາສັກ ໃຫ້ເປັນທັນສະໄໝ ດ້ວຍການບໍລິຫານລັດ ແບບເອເລັກໂຕຣນິກ. ຂ່າວ-ຮູບ: ທັດຊະນະ

LEAVE A REPLY

Please enter your comment!
Please enter your name here