ທ້າວ ສົມຄິດ ສິມມະວົງ ຂໍຂະມາ ຄາລະວະ ຕໍ່ໜ້າຜາສາດຫີນວັດພູຈຳປາສັກ

0
1256

ທ້າວ ສົມຄິດ ສິມພະວົງ ຂໍຂະມາ ຄາລະວະ ຕໍ່ໜ້າຜາສາດຫີນວັດພູຈຳປາສັກພາຍຫລັງກະທໍາຜິດຕໍ່ສະຖານທີ່ແຫ່ງນີ້

ຕອນບ່າຍ ຂອງວັນທີ 23 ກໍລະກົດ​ 2021​ ທີ່ຜ່ານມາ,​ ອົງການປົກຄອງເມືອງຈຳປາສັກ ໄດ້ນຳພາ ທ້າວ ສົມຄິດ ສິມພະວົງ​ ອາຍຸ 17 ປີ ອາຊີບ ນັກຮຽນ,​ປະຈຸບັນ ຢູ່ບ້ານຂອນແກ່ນເມືອງຈຳປາສັກ ແຂວງຈຳປາສັກ ເຂົ້າມາຈະມາ ຄາລະວະ ຕໍ່ໜ້າຜາສີນຫີນວັດພູຈຳປາສັກມໍລະດົກໂລກແຫ່ງທີ2 ຂອງ ສປປ ລາວ.

ພາຍຫຼັງຜູ້ກຽ່ວ ໄດ້ກະທຳຜິດ, ຕໍ່ກົດໜາຍ ແລະ ຮີດຄອງປະເພນີ, ທີ່ໄດ້ສ້າງຄວາມເຊື່ອມເສຍທາງດ້ານວັດທະນະທຳຮີດຄອງປະເພນີ ຂອງລາວ ແລະ ຜິດຕໍ່ກົດລະບຽບ ຂອງມໍລະດົກ, ໂດຍຜູ້ກຽ່ວ ໄດ້ໄປລັກຖ່າຍຮູບພາບທທີ່ໂປ້ເປືອຍອະນາຈານ ບໍ່ເໝາະສົມໃນສະຖານທີ່ມໍລະດົກໂລກວັດພູຈຳປາສັກ ໃນຄັ້ງວັນທີ 28 /5/2021 ທີ່ຜ່ານມາ, ແລ້ວນຳໄປໂຄສະນາຜ່ານສື່ອອນລາຍ ຕໍ່ການກະທຳຂອງຜູ້ກ່ຽວ ອົງການປົກຄອງເມືອງຈຳປາສັກ ຈິ່ງໄດ້ນຳເອົາຜູ້ກຽ່ວມາສຶກສາອົບຮົມ ເພື່ອໃຫ້ຜູ້ກຽ່ວມີຈິດສຳນຶກ ຮູ້ຜິດຮູ້ຖືກ ຮູ້ອັນໃດເໜາະສົມ, ບໍ່ເໜາະສົມ, ຄວນຄິດກອ່ນຈິ່ງເຮັດ ​ ພາຍຫຼັງຜູ້ກຽ່ວໄດ້ຮັບສຶກສາອົບຮົບອົງການປົກຄອງເມືອງຈຳປາສັກ ຈິ່ງໄດ້ນຳເອົາທ້າວ ສົມຄິດ ສິມພະວົງ ມາຂໍຂະມາ ຄາລະວະ ຕໍ່ໜ້າຜາສາດຫີນວັດພູຈຳປາສັກ ມໍລະດົກໂລກແຫ່ງທີ2 ຂອງລາວ ໂດຍມີ ທ່ານ ພອນພິລົມ ພິຈິດ ກຳມະການ​ພັກ​ເມືອງ​ຫົວໜ້າ​ຫ້ອງການ ​ຖະແຫຼງຂ່າວ​-ວັດທະນະທຳ ແລະ ທ່ອງທຽ່ວ​ເມືອງຈຳປາສັກ, ທ່ານ ອຳພົນ​ ແສງພະຈັນ​ ຫົວໜ້າຫ້ອງການມໍລະດົກໂລກວັດພູຈໍປາສັກ, ພ້ອມດ້ວຍນາຍບ້ານ ພໍ່-ແມ່ ແລະ ຍາດພີ່ນ້ອງ ຂອງຜູ້ກຽ່ວເຂົ້າຮ່ວມ.

ຂ່າວ: ໄຊຍະສິດ​ ສີຫາວົງ​ ຖວທ​ ເມືອງ​ຈຳປາສັກ

LEAVE A REPLY

Please enter your comment!
Please enter your name here