ຜູ້ກໍ່ເຫດຄາດຕະກຳ 2 ເອື້ອຍນ້ອງ ເຂົ້າມອບໂຕ ພ້ອມສາລະພາບຜິດ

0
1370

ຜູ້ກໍ່ເຫດຄາດຕະກໍາ 2 ເອື້ອຍນ້ອງ ເຂົ້າມອບຕົວເພື່ອຮັບຜິດຊອບຕໍ່ການກະທໍາຂອງຕົນ

ປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ ລາຍງານ: ໃນເວລາ 18:00 ໂມງ ຂອງວັນທີ 20 ກໍລະກົດ 2021 ທ້າວ ພຸດທະກອນ (ຜູ້ກໍ່ເຫດຄາດຕະກຳ) 2 ເອື້ອຍນ້ອງຢູ່ບ້ານ ແສງສະຫວ່າງ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ, ຍອມເຂົ້າມອບຕົວຕໍ່ເຈົ້າໜ້າທີ່ຫ້ອງຕຳຫຼວດ ປກສ ນວ, ພາຍຫຼັງທີ່ເຈົ້າໜ້າທີ່ປະສານສົມທົບກັບຫຼາຍພາກສ່ວນ ນັບທັງຄອບຄົວຜູ້ກ່ຽວ ເພື່ອລະດົມມອບຕົວ ຍອມຮັບຜິດຕໍ່ການກະທຳຂອງຕົນທີ່ກໍ່ຂຶ້ນ.

ພັທ ສຸລິວັນ ລາດຊະວົງ ຫົວໜ້າຫ້ອງຕໍາຫຼວດ ປກສ ນະຄອນຫຼວງວຽງຈັນ ໃຫ້ສໍາພາດຕໍ່ນັກຂ່າວ ປກສ ນວ ໃນວັນທີ 21 ກໍລະກົດ 2021 ວ່າ: ຜ່ານການສອບສວນເອົາຄໍາໃຫ້ການຂອງເຈົ້າໜ້າທີ່ ທ້າວ ພຸດທະກອນ ( ຜູ້ກໍ່ເຫດ ) ຮັບສາລະພາບວ່າ: ຕົ້ນປີ 2017 ຕົນເອງໄດ້ສ້າງຄອບຄົວກັບ ນາງ ອັກປະລິນຍາ ອາຍຸ 26 ປີ ອາຊີບຄ້າ-ຂາຍ ຢູ່ບ້ານແສງສະຫວ່າງ ເມືອງໄຊເສດຖາ ນວ (ຜູ້ເສຍຊີວິດ) ມີລູກນໍາກັນ 2 ຄົນ (ເພດຊາຍ)ຄອບຄົວບໍ່ມີຄວາມສະຫງົບຜິດຖຽງກັນເປັນປະຈໍາ, ບາງຄັ້ງຕົນໄດ້ລົງມືທໍາຮ້າຍຮ່າງກາຍຜູ້ເປັນເມຍ ຍ້ອນຕົນເອງໄດ້ພົວພັນກັບເສບຢາເສບຕິດ ແລະ ໄລຍະຜ່ານມາເຄີຍຖືກສຶກສາອົບຮົມຂັ້ນບ້ານ ແລະ ຂັ້ນຄອບຄົວຫຼາຍຄັ້ງ ຕົນກໍ່ບໍ່ຢຸດເຊົາ ຜູ້ເປັນເມຍຈຶ່ງໄດ້ຮ້ອງຟ້ອງຕໍ່ສານປະຊາຊົນເຂດ 3 ເພື່ອຂໍຢ່າຮ້າງ ພໍຮອດວັນທີ 19 ກໍລະກົດ 2021 ສານປະຊາຊົນ ເຂດ 3 ໄດ້ຮຽກທັງສອງຝ່າຍເຂົ້າຮ່ວມປະຊຸມສານຮັບຟັງຄໍາຕັດສິນ,ຜ່ານການວິນິດໄສຂອງສານໄດ້ລົງຄຳຕັດສິນໃຫ້ຕົນ ກັບ ນາງ ອັກປະລິນຍາ ຢ່າຮ້າງຈາກສາຍຜົວເມຍ ມອບລູກໃຫ້ເມຍເປັນຜູ້ຄຸ້ມຄອງ ຕົນເອງເກີດຄວາມບໍ່ພໍໃຈ ຈິ່ງໄດ້ໃຊ້ປືນທີ່ລັກຊື້ມາຈາກປະເທດເພື່ອນບ້ານ ຍິງຄາດຕະກໍາເມຍ ແລະ ນ້ອງເມຍ.

ຫຼັງຈາກຮັບຟັງຄໍາຕັດສິນຂອງສານມາແລ້ວເວລາ 11: 30 ໂມງ ຕົນໄດ້ໄປເຮືອນເມຍ ແຕ່ເຫັນຜູ້ເປັນນ້ອງສາວເມຍ ນາງອາລິຕ່າ (ຜູ້ເສຍຊີວິດ) ຢືນປິ່ນຫຼັງໃສ່ ຄິດວ່າແມ່ນເມຍຈຶ່ງໄດ້ໃຊ້ປືນຍິງໃສ່ກາງຫຼັງ 2 ນັດ ແລະ ເຂົ້າໄປເຮືອນຄົວເຫັນເມຍ ກໍາລັງແຕ່ງກິນຈິ່ງໄດ້ໃຊ້ປືນຍິງໃສ່ກາງຫຼັງ 2 ນັດ, ຖຶກກົກແຂນ 2 ນັດ, ໜ້າເອີກ 2 ນັດ ເຮັດໃຫ້ເສຍຊີວິດຄາທີ່ ແລະ ໄດ້ຍິງໃສ່ແມ່ເມຍ ໄດ້ຮັບບາດເຈັບ.

ປັດຈຸບັນ, ຄະດີດັ່ງກ່າວເຈົ້າໜ້າທີ່ກໍາລັງສືບສວນ-ສອບສວນຕາມຂັ້ນຕອນຂອງກົດໝາຍ.

LEAVE A REPLY

Please enter your comment!
Please enter your name here