ທ່າພະບາດ ມ້າງແກ້ງຄ້າຢາ ພ້ອມຂອງກາງ ເກືອບ 7 ພັນເມັດ

0
1407

ຕາມ ເພສມີເດຍລາວ ລາຍງານ: ມີເດຍລາວແຂວງບໍລິຄຳໄຊ
ເຈົ້າໜ້າທີ່ ປກສ ເມືອງທ່າພະບາດ ແຂວງບໍລິຄຳໄຊ ໄດ້ໃຫ້ຮູ້ວ່າ: ໃນລະຫວ່າງເດືອນມີຖຸນາ ຫາ ເດືອນກໍລະກົດ 2021 ໄດ້ຮັບແຈ້ງຄວາມ ວ່າ: ມີຄົນຮ້າຍມາງັດປະຕູປ່ອງຢ້ຽມ ແລະ ປະຕູເຮືອນ ເຂົ້າມາງັດລີ້ນຊັກຕູ້ໃສ່ເຄື່ອງເອົາເງີນ ພ້ອມວັດຖຸຄ້າຍຄືຄຳຈຳນວນໜື່ງ ຂອງປະຊາຊົນບ້ານສາມະຄີໄຊ ແລະ ຍັງໄດ້ຮັບຂໍ້ມູນຫາງສຽງສັງຄົມ ວ່າ: ມີການມົ້ວສຸມເສບ ແລະ ຄ້າ-ຂາຍຢາເສບຕິດ ( ປະເພດຢາບ້າ ) ຢູ່ເຂດເມືອງທ່າພະບາດ.

ເຈົ້າໜ້າທີ່ ຈຶ່ງນໍາໃຊ້ກໍາລັງວິຊາສະເພາະລົງກວດກາແຫຼ່ງຂ່າວ ເຫັນວ່າມີມູນຄວາມຈີງ, ຈຶ່ງໄດ້ວາງແຜນເຂົ້າກັກຕົວຜູ້ຖຶກຫາໄດ້ຈໍານວນ 05 ຄົນ, ຍິງ 01 ຄົນ ພ້ອມຂອງກາງຢາບ້າຈໍານວນ 6,937 ເມັດ ມາດໍາເນີນການສືບສວນ-ສອບສວນ.

ຜ່ານການຈັດຕັ້ງປະຕິບັດຂອງເຈົ້າໜ້າທີ່ ຄັ້ງວັນທີ 29 ມິຖຸນາ 2021 ເຈົ້າໜ້າທີ່ ໄດ້ກັກຕົວ ທ້າວ ໄພນະຄອນ ( ໂລ້ ) ອາຍຸ 33 ປີ ຢູ່ບ້ານ ສາມະຄີໄຊ ພ້ອມຂອງກາງຢາບ້າ 90 ເມັດ, ທ້າວ ຂະນົນໄຊ ອາຍຸ 29 ປີ ຢູ່ບ້ານນາແຄນ ພ້ອມຂອງກາງຢາບ້າ 1,173 ເມັດ, ທ້າວ ແອ້ວ ໄຊສະທ້ານ ອາຍຸ 30 ປີ ຢູ່ບ້ານຫ້ວຍສາຍພາຍ ພ້ອມຂອງກາງຢາບ້າ 20 ເມັດ ເຊີ່ງພວກກ່ຽວທັງ 03 ຄົນ ແມ່ນຢູ່ເມືອງທ່າພະບາດ ແຂວງບໍລິຄໍາໄຊວັນທີ 16 ກໍລະກົດ 2021 ສາມາດກັກຕົວ ທ້າວ ສົມພົງ ແສງພະຈັນ ອາຍຸ 32 ປີ ຢູ່ບ້ານທ່າບົກ ໃນຂະນະທີ່ທີ່ຜູ້ກ່ຽວພວມເຄື່ອນໄຫວສົ່ງຢາບ້າ ທີ່ຂົວນໍ້າຮີ້ ເຂດບ້ານປ່າໄລ່ ພ້ອມຂອງກາງ 1,654 ເມັດ.

ຮອດວັນທີ 17 ກໍລະກົດ 2021 ກັກຕົວ ນາງ ບານ ສີບຸນເຮືອງ ບ້ານໜອງປອງ ເມືອງຄໍາເກີດ ແຂວງ ບໍລິຄໍາໄຊ ໄດ້ຢູ່ເຂດບ້ານທ່າບົກ ເມືອງທ່າພະບາດ ພ້ອມຂອງກາງຢາບ້າ 4000 ເມັດ.

LEAVE A REPLY

Please enter your comment!
Please enter your name here