ຂໍໃຫ້ແຮງງານລາວ ເດີນທາງກັບຄືນປະເທດຢ່າງຖືກຕ້ອງຕາມລະບຽບການ

0
777

ນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ແຮງງານລາວ ເດີນທາງກັບຄືນປະເທດຢ່າງຖືກຕ້ອງຕາມລະບຽບການ

ຕາມ Lao National Radio ລາຍງານ: ທ່ານ ພັນຄໍາ ວິພາວັນ, ນາຍົກລັດຖະມົນຕີ ຮຽກຮ້ອງໃນໂອກາດຖະ ແຫຼງຂ່າວຕໍ່ສື່ມວນຊົນກ່ຽວກັບການສືບຕໍ່ປະຕິບັດມາດຕະການສະກັດກັ້ນ ແລະ ຕ້ານການແຜ່ລະບາດຂອງພະຍາດ ໂຄວິດ-19 ຢູ່ ສປປ ລາວ ໃນວັນທີ 20 ກໍລະກົດ 2021 ທີ່ສໍານັກງານນາຍົກລັດຖະມົນຕີ ວ່າ: ປະຊາຊົນລາວ ກໍ່ຄືຊາວຕ່າງປະເທດ ທີ່ມີຄວາມປະສົງຈະເຂົ້າ-ອອກ ສປປ ລາວ ໃຫ້ປະຕິບັດຖືກຕ້ອງຕາມຂັ້ນຕອນຂອງລະບຽບການ ບໍ່ໃຫ້ລັກລອບເຂົ້າ-ອອກ ຕາມລຳພັງ ເຊິ່ງຈະເປັນການນຳເອົາເຊື້ອພະຍາດໂຄວິດ-19 ເຂົ້າມາແຜ່ລະບາດເປັນວົງກວ້າງຢູ່ ສປປ ລາວ ແລະ ກໍ່ຢູ່ປະເທດເພື່ອນບ້ານເຊັ່ນກັນ ເຊິ່ງຈະເຮັດໃຫ້ຄວບຄຸມໄດ້ຍາກທີ່ສຸດ.

ພິເສດ ຕໍ່ກັບແຮງງານລາວ ທີ່ໄປອອກແຮງງານຢູ່ປະ ເທດໃກ້ຄຽງ ກໍ່ຂໍໃຫ້ປະຕິບັດເຂັ້ມງວດຕາມລະບຽບການ ຂອງປະເທດເພື່ອນບ້ານທີ່ຕົນເອງອາໃສຢູ່ ໃນຂະນະດຽວກັນ ຖ້າຕ້ອງການກັບຄືນ ສປປ ລາວ ເຊິ່ງເປັນບ້ານເກີດເມືອງນອນຂອງຕົນເອງ ກໍ່ໃຫ້ດຳເນີນຢ່າງຖືກຕ້ອງຕາມຂັ້ນຕອນຂອງກົດໝາຍ ເຖິງວ່າເວລາອອກໄປຕ່າງປະເທດ ໄດ້ລັກລອບອອກໄປກໍ່ຕາມ ແຕ່ເວລາກັບເຂົ້າມາ ຂໍໃຫ້ກັບມາຢ່າງຖືກຕ້ອງ ໂດຍໃຫ້ພົວພັນກັບເຈົ້າໜ້າທີ່ສະຖານທູດ, ກົງສູນລາວ ແລະ ເຈົ້າໜ້າທີ່ກ່ຽວຂ້ອງ ແລ້ວເດີນທາງມາຜ່ານດ່ານຕ່າງໆຢ່າງເປັນທາງການ.

ທ່ານ ພັນຄໍາ ວິພາວັນ ກ່າວຕື່ມວ່າ: ລັດຖະບານ ຖືວ່າການເດີນທາງເຂົ້າມາປະເທດຢ່າງຖືກຕ້ອງນັ້ນ ເປັນການກະທຳທີ່ຮັກຊາດ ຮັກບ້ານເກີດເມືອງນອນຂອງຕົນຢ່າງແທ້ຈິງ ແລະ ກົງກັນຂ້າມ ບຸກຄົນໃດຫາກລັກລອບເຂົ້າມາ ຈະແມ່ນດ້ວຍເສັ້ນທາງໃດກໍ່ຕາມ ຖືວ່າເປັນຜູ້ມີຄວາມຜິດຕາມກົດໝາຍ ແລະ ເປັນຜູ້ນຳເອົາຜົນເສຍຫາຍມາໃຫ້ປະ ເທດຊາດ ຊຶ່ງຈະຖືກດຳເນີນຄະດີຕາມກົດໝາຍຂອງ ສປປ ລາວ. ດັ່ງນັ້ນ ຮຽກຮ້ອງໃຫ້ ພໍ່ແມ່ ພີ່ນ້ອງ ສົ່ງຂ່າວຕໍ່ໃຫ້ລູກຫຼານ ແລະ ໝູ່ຄູ່ຂອງຕົນເອງຊາບ ໃຫ້ຈະແຈ້ງ ແລະ ທົ່ວເຖິງ.

LEAVE A REPLY

Please enter your comment!
Please enter your name here