ອະດີດຜົວ ຍິງເມຍ ແລະ ນ້ອງເມຍເສຍຊີວິດ ຫຼັງຈາກຟັງຄຳຕັດສິນຂອງສານ

0
1527

ເກີດເຫດຄາດຕະກຳທີ່ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ພາໃຫ້ເກີດມີຜູ້ເສຍຊີວິດ 02 ຄົນ ແລະ ບາດເຈັບອີກ 1 ຄົນ ເມື່ອເວລາ 12:15 ນາທີ ຂອງວັນທີ 19 ກໍລະກົດ 2021 ຊາບຊື່ຫຼັງເຈົ້າໜ້າທີ່ໄປເຖີງຈຸດເກີດເຫດຮູ້ວ່າ: ຜູ້ເສຍຊີວິດ ຄື: ນາງ ອັກປະລິນຍາ ເຜົ່າສີວົງສາ ຫຼື ກີ້ ອາຍຸ 26 ປີ ອາຊີບ ຄ້າຂາຍ ແລະ ນາງ ລາລິຕາ ເຜົ່າສີວົງສາ ອາຍຸ 24 ປີ ອາຊີບ ຄ້າຂາຍ ທັງ 2 ເປັນເອື້ອຍນ້ອງກັນ ສ່ວນຜູ້ບາດເຈັບ 01 ຄົນ ຄື: ນາງ ປະກິດ ເຜົ່າສີວົງສາ ອາຍຸ 55 ປີ ອາຊີບ ຄ້າຂາຍ ເປັນແມ່ຂອງຜູ້ເສຍຊີວິດທັງ 2 ແມ່ຜູ້ເສຍຊີວິດຢັ້ງຢືນຜູ້ລົງມືຄາດຕະກຳຄື: ທ້າວ ພຸດທະກອນ ຊາພັກດີ ຫຼື ຕ້ອມ (ຕ່ອຍ) ອາຍຸ 32 ປີ ກຳມະກອນ ຢູ່ບ້ານທົ່ງກາງ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ພາຍຫຼັງກໍເຫດແລ້ວຜູ້ກ່ຽວໄດ້ເອົາໂຕລົບໜີ.

ເຈົ້າໜ້າທີ່ ປກສ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເປີດເຜີຍວ່າ: ພວກເຮົາໄດ້ຮ່ວມກັນລົງສະຖານທີ່ເກີດເຫດ ພາຍຫຼັງໄດ້ຮັບຂໍ້ມູນ ແລະ ຜ່ານການກວດກາ ຊັນນະະສູດ ສະຖານທີ່, ຊາກສົບ ເກັບກຳຂໍ້ມູນໄດ້ເບື້ອງຕົ້ນ ແລະ ຕາມຄຳໃຫ້ການຂອງ ນາງ ປະກິດ (ແມ່ຂອງຜູ້ເສຍຊີວິດ) ໃຫ້ຮູ້ວ່າ ຜູ້ກໍ່ເຫດລົງມືຄັ້ງນີ້ ແມ່ນ ທ້າວ ພຸດທະກອນ ຫຼື ຕ້ອມ ອາດີດເປັນລູກເຂີຍຂອງຕົນ ເຊິ່ງໄດ້ແຕ່ງງານກັບລູກສາວ ນາງ ອັກປະລີນຍາ (ຜູ້ເສຍຊີວິດ) ໃນປີ 2017 ແລະ ມີລູກນຳກັນ 2 ຄົນ (ເພດຊາຍ) ລູກກົກ 3 ປີ ປາຍ ແລະ ລູກຜູ້ທີ່ສອງ 1 ປີ ປາຍ ໃນໄລຍະທັງສອງໃຊ້ຊີວິດເປັນຄູ່ຜົວເມຍ, ຜູ້ເປັນຜົວໄປພົວພັນກັບຢາເສບຕິດ (ເສບຢາ), ຕິດການພະນັນທາງອອນລາຍ ແລະ ເຄີຍມີປາກສຽງໃຊ້ຄວາມຮຸນແຮງກັບເມຍເປັນປະຈຳ (ຕີເມຍ).

ມາຮອດເດືອນ 2 ປີ 2020 ຜູ້ເປັນເມຍທົນຕໍ່ການກະທຳ ຂອງຜົວບໍ່ໄດ້ ຈິ່ງໄດ້ຮ້ອງຟ້ອງຂໍຢ່າຮ້າງ ຢູ່ສານປະຊາຊົນເຂດ 3 ນວ ຕົກມາຮອດ ວັນທີ 19 ກໍລະກົດ 2021 ເວລາປະມານ 8:30 ນາທີ ທັງສອງຄົນພ້ອມດ້ວຍຍາດພີ່ນ້ອງໄດ້ພາກັນໄປຟັງຄຳຕັດສິນຂອງສານກ່ຽວກັບການລ້ຽງດູລູກທັງ 2 ຄົນ, ສານປະຊາຊົນວິນິດໄສ ໃຫ້ນາງ ອັກປະລິນຍາ ຫຼື ກີ້ (ຜູ້ເສຍຊີວິດ) ໄດ້ສິດຄຸ້ມຄອງ ແລະ ລ້ຽງດູລູກທັງ 2 ຄົນ ສ່ວນທ້າວ ພຸດທະກອນ ຫຼື ຕ້ອມ (ຜູ້ເປັນພໍ່) ບໍ່ມີສິດຄຸມຄອງລູກແຕ່ມີພັນທະໃນການລ້ຽງດູຮອດ 18 ປີ,ສາມາດໄປມາຫາສູ່ໄດ້. ຫຼັງຈາກໄດ້ຮັບຟັງຄຳຕັດສິນຂອງສານປະຊາຊົນເຂດສາມແລ້ວ ທັງ 2 ຝ່າຍ ກໍໄດ້ແຍກກັບເຮືອນຂອງໃຜລາວ.

ມາຮອດເວລາ 12:15 ນາທີ ຂອງທີ່ 19 ກໍລະກົດ 2021 (ວັນດຽວກັນ) ໃນຂະນະທີ່ ນາງ ອັກປະລິນຍາ ຫຼື ກີ້ ແລະ ນາງ ລາລິຕາ (ນ້ອງສາວ) ພວມກຳລັງແຕ່ງກີນເຂົ້າທ່ຽງ ຢູ່ເຮືອນ ບ້ານແສງສະຫວ່າງ ໄດ້ມີ ທ້າວ ພຸດທະກອນ (ຜູ້ກໍ່ເຫດ) ເຂົ້າມາໃນເຮືອນ ແລ້ວໃຊ້ປືນສັ້ນ (ບໍ່ຮູ້ຊະນິດ) ຍິງໃສ່ສອງເອື້ອຍນ້ອງຫຼາຍນັດ ເຮັດໃຫ້ທັງສອງເສຍຊີວິດຄາທີ່ ພ້ອມທັງຍິງໃສ່ ນາງ ປະກິດ (ຜູ້ເປັນອາດີດແມ່ເຖົ້າ) ທີ່ພວມກຳລັງໄຂປະຕູຫ້ອງນອນອອກມາ ເຮັດໃຫ້ບາດເຈັບເຈັບເລັກນ້ອຍ ຈາກນັ້ນ ທ້າວ ພຸດທະກອນ ຈຶ່ງໄດ້ເອົາຕົວລົບໜີໄປ.

ຜ່ານການກວດກາສະຖານທີ່ເກີດເຫດ ພົບເຫັນຜູ້ຖືກຍິງຈໍານວນ 3 ຄົນ; ໃນນີ້, ໄດ້ຮັບບາດເຈັບ 1 ຄົນ ຊື່ ນາງ ປາກິດ ແລະ ເສຍຊີວິດອີກ 2 ຄົນຢູ່ໃນເຮືອນຄົວ; ເຈົ້າໜ້າທີ່ ກວດສອບໃນສະຖານທີ່ເກີດເຫດ ພົບເຫັນປອກລູກປືນຂະໜາດ 9 ມມ ຈໍານວນ 18 ປອກ, ພົບເຫັນຫົວລູກປືຈໍານວນ 4 ຫົວ ແລະ ສິ້ນສ່ວນລູກປືນຢູ່ໃນສະຖານທີ່ເກີດເຫດ; ນອກນັ້ນ, ຍັງພົບເຫັນເລົາເກັບສຽງປືນຈໍານວນ 1 ເລົາຢູ່ກ້ອງຕົ້ນມ່ວງໜ້າເຮືອນ.ຜ່ານການກວດກາ, ເຈົ້າໜ້າທີ່ ໃຫ້ຮູ້ວ່າ: ນາງ ກີ້ ມີຮຮອຍຖືກລູກປືນຍິງຈໍານວນ 6 ຮອຍ; ໃນນີ້, ມີຮອຍຖືກຍິງ ເຂົ້າດ້ານງ່ອນຈໍານວນ 1 ນັດ, ຮອຍຖືກຍິງເຂົ້າບໍລິເວນກາງຫຼັງ ຈໍານວນ 2 ນັດ, ຮອຍຖືກຍິງເຂົ້າກົກແຂນເບື້ອງຂວາຈໍານວນ 2 ນັດ ແລະ ຮອຍຖືກຍິງຢູ່ກ້ອງຂີ້ແຮ້ເບື້ອງຂວາ 1 ນັດ; ສ່ວນ ນາງ ລາລິຕາ ( ນ້ອງສາວ ) ມີຮອຍຖືກຍິງຈໍານວນ 2 ຮອຍ ຖືກຍິງເຂົ້າບໍລິເວນກາງຫຼັງ ຈໍານວນ 2 ນັດ ( ລູກປືນຝັງໃນ ).

ປະຈຸບັນ, ເຈົ້າໜ້າທີ່ຕິດຕາມຕົວມາດຳເນີນຄະດີໄດ້ແລ້ວ ໃນມື້ຕໍ່ມາ.

ຂໍສະແດງຄວາມເສຍໃຈມາຍັງຍາດຜູ້ເສຍຊີວິດ ແລະ ຂໍໃຫ້ດວງວິນຍານທັງສອງໄປສູ່ສຸຂະຕິ.

LEAVE A REPLY

Please enter your comment!
Please enter your name here