ນາຍົກລັດຖະມົນຕີ ຖະແຫລງກ່ຽວ ກັບການສືບຕໍ່ປະຕິບັດມາດຕະການສະກັດກັ້ນ ແລະ ຕ້ານການລະບາດຂອງພະຍາດ ໂຄວິດ-19 ຢູ່ ສປປ ລາວ

0
1143

ທ່ານນາຍົກລັດຖະມົນຕີ ຖະແຫລງກ່ຽວ ກັບການສືບຕໍ່ປະຕິບັດມາດຕະການສະກັດກັ້ນ ແລະ ຕ້ານການລະບາດຂອງພະຍາດ ໂຄວິດ-19 ຢູ່ ສປປ ລາວ ວັນທີ 20 ກໍລະກົດ 2021.

ພະນັກງານ, ນັກຮົບ, ປະຊາຊົນລາວບັນ ດາເຜົ່າ, ທຸກຊັ້ນຄົນ ຕະຫລອດຮອດຊາວຕ່າງປະເທດ ທີ່ພວມປະຕິບັດໜ້າທີ່ ຢູ່ ສປປ ລາວ ທີ່ນັບຖື ແລະ ຮັກແພງ ທັງຫລາຍ !

ວັນທີ 19 ກໍລະກົດ 2021 ຄະນະສະເພາະກິດສະກັດກັ້ນ ແລະ ຕ້ານການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ມີຖະແຫລງຂ່າວກ່ຽວກັບສະພາບການໃນປະຈຸບັນ ແລະ ບັນດາມາດຕະການ ທີ່ຈະສືບຕໍ່ປະຕິບັດໃນຕໍ່ໍໜ້າ, ມື້ນີ້ຂ້າພະເຈົ້າ ຖານະນາຍົກ ລັດຖະມົນຕີ ຂໍມີຄວາມເຫັນຕື່ມອີກດັ່ງນີ້:

ດັ່ງທີ່ພວກເຮົາໝົດທຸກຄົນ ໄດ້ຮັບຊາບແລ້ວວ່າ ພະຍາດໂຄວິດ-19 ໃນທົ່ວໂລກ ລວມທັງຢູ່ບາງປະເທດເພື່ອນບ້ານໃກ້ຄຽງປະເທດພວກເຮົາ ສືບຕໍ່ແຜ່ລະບາດຢູ່ຊຸມຊົນ ຢ່າງກວ້າງຂວາງ, ຈຳນວນຜູ້ຕິດເຊື້ອ ແລະ ຜູ້ເສຍຊີວິດ ກໍຍັງສືບຕໍ່ເພີ່ມຂຶ້ນໃນແຕ່ລະວັນ, ພ້ອມທັງພົບຫລາຍສາຍພັນໃໝ່ ທີ່ສາມາດແຜ່ເຊື້ອໄດ້ງ່າຍ, ໄວວາ ແລະ ມີຄວາມຮຸນແຮງກວ່າເກົ່າ.

ສຳລັບຢູ່ປະເທດເຮົາ ນັບແຕ່ມີການລະບາດຂອງພະຍາດໂຄວິດ-19 ໃນຕົ້ນປີ 2020, ລັດຖະບານຊຸດທີ VIII ກໍໄດ້ມີຄວາມພະຍາຍາມໃນການແກ້ໄຂໂດຍໄດ້ວາງ ແລະ ຊີ້ນໍາການປະຕິບັດບັນດາມາດຕະການໃນແຕ່ລະໄລຍະ ໃຫ້ສອດຄ່ອງເຮັດໃຫ້ບໍ່ມີຜູ້ຕິດເຊື້ອໃນຊຸມຊົນ ເປັນເວລາ 8 ເດືອນຈົນມາຮອດກາງເດືອນເມສາ 2021 ໄດ້ມີການລະບາດໃນຊຸມຊົນຄັ້ງໃໝ່ທີ່ຮ້າຍແຮງຂຶ້ນ, ລັດຖະບານ ກໍຄື ຄະນະສະເພາະກິດ ແລະ ອົງການປົກ ຄອງທ້ອງຖິ່ນ ໄດ້ສືບຕໍ່ປະຕິບັດບັນດາມາດຕະການໃນໄລຍະຮອບ I ຜ່ານມາ ແລະ ໄດ້ສົມທົບກັບການວາງມາດຕະການໃໝ່ເພີ່ມເຕີມ, ສຸມໃສ່ຊີ້ນໍາການຈັດຕັ້ງປະຕິບັດຕົວຈິງ ຢ່າງໃກ້ຊິດ, ທັງມີການປະເມີນສະພາບການ ແລະ ດັດປັບມາດຕະການຕ່າງໆ ໃຫ້ແທດເໝາະກັບສະພາບຕົວຈິງ ເຊິ່ງໄດ້ສຸມໃສ່ປະຕິບັດມາດຕະການສາມຢ່າງໄປຄຽງຄູ່ກັນ (ມາດຕະການດ້ານການແພດ, ມາດຕະການດ້ານການບໍລິຫານ ແລະ ມາດຕະການດ້ານເສດ ຖະກິດ):

 ມາດຕະການດ້ານການແພດ: ໄດ້ຂະຫຍາຍການເກັບຕົວຢ່າງກວດຫາເຊື້ອ ແລະ ຄົ້ນຫາກໍລະນີຜູ້ຕິດເຊື້ອໃນທ່າບຸກ, ຈັດຕັ້ງທີມງານໂຕ້ຕອບທົ່ວປະເທດ ມີທັງທີມເກັບຕົວ ຢ່າງຄົງທີ່ ແລະ ເຄື່ອນທີ່, ປັບປຸງ ແລະ ຂະຫຍາຍສູນກັກກັນ ແລະ ໂຮງໝໍພາກສະໜາມ, ສຸມໃສ່ປິ່ນປົວຜູ້ຕິດເຊື້ອ, ຕິດຕາມ ແລະ ປະເມີນອາການຄົນເຈັບຢ່າງໃກ້ຊິດ ແລະ ຕໍ່ເນື່ອງ; ໄດ້ເລັ່ງການຈັດຫາວັກຊິນ ແລະ ຈັດຕັ້ງສັກວັກຊິນດັ່ງກ່າວ ໃຫ້ປະຊາຊົນເຮົາໃນກຸ່ມເປົ້າໝາຍໄດ້ດີສົມຄວນ ປັດຈຸບັນໄດ້ສັກສອງເຂັມແລ້ວ 743.949 ຄົນ(ກວມ 10,14%) ແລະ ເຂັມໜຶ່ງແລ້ວ 1.056.672 ຄົນ(ກວມ 14,4%) ຕົວເລກວັນທີ 19 ກໍລະກົດ 2021.

 ມາດຕະການດ້ານການບໍລິຫານ: ໄດ້ປະຕິບັດມາດຕະການປິດການເຂົ້າ-ອອກ ສໍາລັບແຂວງທີ່ມີການລະບາດໃນຊຸມຊົນ; ໄດ້ປິດການເຂົ້າ-ອອກ ໃນບ້ານເຂດແດງ ແລະ ເຝົ້າລະວັງເຂດໃກ້ຄຽງຢ່າງໃກ້ຊິດ, ປິດສະຖານບັນເທີງ, ຮ້ານກິນດື່ມ, ຮ້ານຄາລາໂຄເກະ, ຮ້ານນວດ-ສະປາ ເຊິ່ງເປັນສະຖານທີ່ສ່ຽງຕໍ່ການຕິດເຊື້ອ, ຈັດຕັ້ງກຳລັງລາດຕະເວນຕາມຊາຍແດນ, ໂຄສະນາເຜີຍແຜ່ມາດຕະການຕ່າງໆ ທີ່ລັດຖະບານ ກໍຄື ຄະນະສະເພາະກິດວາງອອກ, ເອົາໃຈໃສ່ສະໜອງຂໍ້ມູນທາງດ້ານການແພດ, ຊີ້ແຈງບັນຫາ ແລະ ແຈ້ງນະ ໂຍບາຍຕ່າງໆໃຫ້ສັງຄົມຮັບຊາບ ຢ່າງເປັນປົກກະຕິ.

 ມາດຕະການດ້ານເສດຖະກິດ: ໄດ້ປະຕິບັດນະໂຍບາຍຍົກເວັ້ນການເກັບອາກອນລາຍໄດ້ສຳລັບຜູ້ທີ່ມີລາຍໄດ້ໜ້ອຍ, ເລື່ອນການຊໍາລະຕົ້ນທຶນ ແລະ ດອກເບ້ຍທະນາຄານ ພ້ອມທັງປ່ອຍເງິນກູ້ບ້ວງໃໝ່ເພີ່ມ, ເລື່ອນການຊໍາລະອາກອນລາຍໄດ້, ອາກອນກຳໄລ ໃຫ້ຜູ້ປະກອບການ, ຍົກເວັ້ນພາສີ-ອາກອນໃນການນໍາເຂົ້າອຸປະກອນການແພດ, ຫລຸດຄ່າໄຟຟ້າ, ນໍ້າປະປາ ແລະ ອື່ນໆ.

ການປະຕິບັດບັນດາມາດຕະການທີ່ກ່າວມາຂ້າງເທິງນັ້ນ ແມ່ນໄດ້ຮັບການສະໜັບສະໜູນ ແລະ ເຂົ້າຮ່ວມຢ່າງຕັ້ງໜ້າຂອງປະຊາຊົນລາວທຸກຊັ້ນຄົນ ກໍຄື ຊາວຕ່າງປະເທດທີ່ດຳລົງຊີວິດຢູ່ລາວ. ພ້ອມກັນນັ້ນ ລັດຖະບານ ແລະ ອົງການປົກຄອງທ້ອງຖິ່ນ ແຕ່ລະຂັ້ນ ຍັງໄດ້ຮັບການປະກອບສ່ວນຊ່ວຍເຫລືອ ທັງທາງກົງ ແລະ ທາງອ້ອມ ຈາກປະຊາຊົນ ຄິດເປັນມູນຄ່າເປັນຈຳນວນຫລວງຫລາຍ. ພິເສດ ແມ່ນປະເທດເພື່ອນມິດຂອງພວກເຮົາ ນັບທັງຢູ່ໃກ້ ແລະ ໄກ ແມ່ນໄດ້ສົ່ງການຊ່ວຍເຫລືອໃຫ້ແກ່ ສປປ ລາວ ຢ່າງທັນການ ເຊັ່ນ: ທີມງານຊ່ຽວຊານແພດໝໍ, ອຸປະກອນການແພດ ແລະ ການຊາວຍເຫລືອດ້ານຢາວັກຊິນ ໃຫ້ແກ່ ສປປ ລາວ.

ສຳຄັນອີກອັນໜຶ່ງ, ຢູ່ຂັ້ນຊຸມຊົນ ພໍ່ແມ່ພີ່ນ້ອງປະຊາຊົນຫລາຍຄົນ ໄດ້ມີຈິດໃຈເອື້ອເຟື້ອເຜື່ອແຜ່ ຊ່ວຍເຫລືອເຊິງກັນ ແລະ ກັນ ເພື່ອບັນເທົາຄວາມຫຍຸ້ງຍາກ ເຊັ່ນ: ຊ່ວຍເຫລືອເບິ່ງແຍງກັນໃນຍາມຫຍຸ້ງຍາກ, ແຈກຢາຍອາຫານນໍ້າດື່ມ, ເຈົ້າໜີ້ໄດ້ຢືດເວລາການຊຳລະໜີ້, ຄ່າເຊົ່າຕ່າງໆ ໃຫ້ແກ່ກັນ ແລະ ອື່ນໆ. ທັງໝົດນັ້ນ ສະແດງໃຫ້ເຫັນເຖິງຄວາມໂອບເອື້ອອາລີສາມັກຄີຮັກແພງ ທັງເປັນນໍ້າໜຶ່ງໃຈດຽວກັນຂອງທົ່ວປວງຊົນລາວທັງຊາດ ໃນການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ທັງເປັນການຢັ້ງຢືນໃຫ້ເຫັນເຖິງ ມູນເຊື້ອດີງາມຂອງປະຊາຊົນລາວບັນດາເຜົ່າ ແລະ ຊັ້ນຄົນຕ່າງໆ ພາຍໃນຊາດລາວເຮົາ.

ຈາກຄວາມພະຍາຍາມໃນການກຳນົດ ແລະ ປະຕິບັດມາດຕະການຕ່າງໆທີ່ສອດຄ່ອງ, ການຮ່ວມມືຈາກທຸກພາກສ່ວນໃນສັງຄົມ ແລະ ການຊ່ວຍເຫລືອຂອງປະເທດເພື່ອນມິດພວກເຮົາສາມາດຈຳກັດໄດ້ ການຕິດເຊື້ອພາຍໃນຊຸມຊົນມີທ່າອ່ຽງຫລຸດລົງ ແລະ ຄວບຄຸມການລະບາດບໍ່ໃຫ້ຂະຫຍາຍເປັນວົງກວ້າງ. ຕົວຢ່າງ: ຢູ່ນະຄອນຫລວງວຽງຈັນ ໃນໄລຍະຕົ້ນໆ ແມ່ນລະບາດຢ່າງຮ້າຍແຮງ ມາຮອດປັດຈຸບັນນີ້ ພວກເຮົາສາມາດຄວບຄຸມໄດ້ ອາທິດກວ່າແລ້ວ, ນະຄອນຫລວງ ບໍ່ມີຜູ້ຕິດເຊື້ອຊຸມຊົນ, ຍົກເວັ້ນໃນວັນທີ 15 ກໍລະກົດ 2021 ມີພຽງ 1 ກໍລະນີທີ່ຕິດເຊື້ອຢູ່ພາຍໃນ ເປັນການຕິດເຊື້ອຂອງແພດຈາກການປິ່ນປົວໃກ້ຊິດກັບຜູ້ຕິດເຊື້ອ.

ສະຫລຸບລວມແລ້ວ ສາມາດຕີລາຄາໄດ້ວ່າ ບັນດາມາດຕະການທີ່ວາງອອກ ໃນຜ່ານມາ ແມ່ນຖືກຕ້ອງ, ທັນການ ແລະ ໄດ້ຮັບການສະໜັບສະໜູນຮ່ວມໄມ້ຮ່ວມມືຈາກປະຊາຊົນເຮົາ ແລະ ປະເທດເພື່ອນມິດ ທີ່ຢູ່ໃກ້ ແລະ ໄກ ຈຶ່ງສາມາດຄວບຄຸມການແຜ່ລະບາດໄດ້ໃນລະດັບດີ ແລະ ເຮັດໃຫ້ປະຊາຊົນ ສາມາດກັບຄືນມາໃຊ້ຊີວິດປົກກະຕິໄດ້ຫລາຍຂຶ້ນ. ໃນນາມລັດຖະບານແຫ່ງ ສປປ ລາວ ຂ້າພະເຈົ້າສະແດງຄວາມຊົມເຊີຍ, ຂອບໃຈ ແລະ ຮູ້ບຸນຄຸນ ຕໍ່ການສະໜັບສະໜູນຊ່ວຍເຫລືອດັ່ງກ່າວ ແລະ ຫວັງວ່າຈະໄດ້ຮັບການຊ່ວຍເຫລືອໃນຂັ້ນຕໍ່ໄປ.

ເຖິງຢ່າງໃດກໍຕາມ ເມື່ອມາຕີລາຄາຢ່າງເລິກເຊິ່ງແລ້ວ ກໍເຫັນວ່າ ຍັງມີຂໍ້ຄົງຄ້າງ ແລະ ສິ່ງທ້າທາຍຈຳນວນໜຶ່ງ ທີ່ຈະຕ້ອງໄດ້ສືບຕໍ່ເອົາໃຈໃສ່ແກ້ໄຂ ເປັນຕົ້ນ:

1) ສະຕິຕື່ນຕົວຮັບຜິດຊອບຂອງຄົນຈຳນວນໜຶ່ງບໍ່ທັນດີ, ຍັງມີປະກົດການລ່ວງລະ ເມີດລະບຽບການທີ່ວາງອອກເຊັ່ນ: ມີການພົບປະກິນດື່ມຊຸມແຊວກັນ, ການເຄື່ອນໄຫວໄປມາ ທີ່ບໍ່ມີການປະຕິບັດມາດຕະການປ້ອງກັນ, ບໍ່ຈິງໃຈລາຍງານສະພາບຄວາມສ່ຽງຂອງການຕິດເຊື້ອຂອງຕົນເອງ ຕໍ່ເຈົ້າໜ້າທີ່ ແລະ ແພດໝໍ, ອັນເປັນເຫດເຮັດໃຫ້ໃນບາງໄລຍະມີການແຜ່ລະບາດ ຂອງພະຍາດໂຄວິດ-19 ຢູ່ຊຸມຊົນ ຫລາຍບໍລິເວນ.

2) ສູນກັກກັນບາງທ້ອງຖິ່ນ ບໍ່ພຽງພໍ ແລະ ມີຂໍ້ຈຳກັດການອຳນວຍຄວາມສະດວກ; ແຮງງານລາວທີ່ເດີນທາງກັບຄືນປະເທດ ຈາກປະເທດເພື່ອນບ້ານໃກ້ຄຽງ ມີຈຳນວນຫລວງ ຫລາຍ ໃນນັ້ນມີຈຳນວນໜຶ່ງລັກລອບເຂົ້າມາແບບຜິດກົດໝາຍ ເຊິ່ງເຮັດໃຫ້ມີຄວາມສ່ຽງສູງ ທີ່ຈະນຳເອົາເຊື້ອພະຍາດ ເຂົ້າມາຕິດຕໍ່ໃສ່ຄອບຄົວ ແລະ ຊຸມຊົນ; ຜູ້ຢູ່ສູນກັກກັນ ຈຳນວນໜຶ່ງ ຍັງພະຍາຍາມລັກໜີອອກຈາກສູນ ກ່ອນຄົບກຳນົດ ເຊິ່ງມີຄວາມສ່ຽງໃນການເກີດການລະບາດໃນຊຸມຊົນ.

3) ເນື່ອງຈາກແຮງງານລາວ ກັບຄືນປະເທດເປັນຈຳນວນຫລວງຫລາຍ ຄືໄດ້ເວົ້າມານັ້ນ ຈິ່ງເຮັດໃຫ້ການຕິດເຊື້ອຈາກການນຳເຂົ້າເພີ່ມຂື້ນໄວ ສະຖານທີ່ຮອງຮັບການປິ່ນປົວ ແລະ ຈຳນວນແພດໝໍມີຈຳກັດ ເຊິ່ງຈະເປັນບັນຫາຫຍຸ້ງຍາກຂື້ນຕື່ມເຊັ່ນ: ແຂວງຈຳປາສັກ, ສະຫວັນນະເຂດ, ຄຳມ່ວນ, ສາລະວັນ, ນະຄອນຫລວງວຽງຈັນ, ບໍ່ແກ້ວ ແລະ ແຂວງອື່ນໆ ຫລາຍກວ່າໝູ່ແມ່ນແຂວງຈຳປາສັກ ແລະ ແຂວງສະຫວັນນະເຂດ ສະເພາະ ແຂວງຈຳປາສັກຢູ່ສູນກັກກັນມີ 1.220 ຄົນ ແລະ ຜູ້ຕິດເຊື້ອທີ່ກຳລັງປິ່ນປົວຢູ່ 632 ກໍລະນີ; ແຂວງສະຫວັນນະເຂດ ຢູ່ສູນກັກກັນມີ 1.674 ຄົນ ແລະ ຜູ້ຕິດເຊື້ອທີ່ກຳລັງປິ່ນປົວຢູ່ 526 ກໍລະນີ, ໃນໄລຍະເວລາຫລັງໆມານີ້ ພວກເຮົາຍັງກວດພົບຜູ້ຕິດເຊື້ອສາຍພັນໃໝ່ ສາຍພັນອານຟາ ແລະ ເດວຕາ ຈາກການນຳເຂົ້າ ເຊິ່ງເປັນສາຍພັນທີ່ແຜ່ເຊື້ອໄວກວ່າແຕ່ກ່ອນ.

ພໍ່ແມ່ ພີ່ນ້ອງ ທີ່ຮັກແພງທັງຫລາຍ,

ດັ່ງທີ່ໄດ້ກ່າວມາແລ້ວນັ້ນ ໃນເວລານີ້, ບັນດາປະເທດໃນໂລກ ລວມທັງ ປະເທດໃກ້ຄຽງ ກໍຄື ປະເທດພວກເຮົາ ຍັງຢູ່ໃນສະພາບການທີ່ມີຄວາມທ້າທາຍ ແລະ ຫລໍ່ແຫລມຫລາຍດ້ານ ທີ່ບໍ່ອາດຈະປະໝາດ, ລະເຫລີງ ແລະ ເຜີຕົວໄດ້ເປັນອັນຂາດ. ພວກເຮົາ ຕ້ອງພ້ອມກັນເພີ່ມທະວີການປ້ອງກັນ, ຄວບຄຸມ ພະຍາດໂຄວິດ-19 ດ້ວຍທຸກມາດຕະການ ແລະ ທຸກກຳລັງແຮງ ຢ່າງເປັນປະຈຳ ເພື່ອບໍ່ໃຫ້ມີການລະບາດເກີດຂຶ້ນໃນຮອບໃໝ່ຢູ່ປະເທດພວກເຮົາ. ສິ່ງສຳຄັນ, ພວກເຮົາຕ້ອງພ້ອມກັນເພີ່ມທະວີຄວາມຮັບຜິດ ຊອບ ຕໍ່ປະເທດຊາດ ແລະ ປະຊາຊົນຂອງພວກເຮົາ ດ້ວຍການຍົກສະຕິລະວັງຕົວ ໃຫ້ສູງກວ່າເກົ່າ ແລະ ເອົາໃຈໃສ່ປະຕິບັດບັນດາມາດຕະການທີ່ລັດຖະບານ ກໍຄື ຄະນະສະເພາະກິດວາງອອກ ໃນແຕ່ລະໄລຍະຢ່າງເຂັ້ມງວດ ແນໃສ່ຫລຸດຜ່ອນຜົນກະທົບດ້ານເສດຖະ ກິດ-ສັງຄົມ ແລະ ເພື່ອໃຫ້ບັນລຸຄາດໝາຍທີ່ວ່າ ໃຫ້ມີຜູ້ຕິດເຊື້ອໜ້ອຍທີ່ສຸດ, ມີຜູ້ເສຍຊີວິດໜ້ອຍທີ່ສຸດ ແລະ ໃຫ້ສັງຄົມ ໄດ້ຫັນໄປສູ່ການດຳລົງຊີວິດປົກກະຕິ ພາຍໃຕ້ເງື່ອນໄຂວິຖີຊີວິດປົກກະຕິໃໝ່ ໄດ້ໄວ ແລະ ທົ່ວເຖິງ. ນັ້ນແມ່ນຄາດໝາຍໃຫຍ່ຂອງລັດຖະບານ. ສະ ນັ້ນ, ຖືໂອກາດນີ້ ຕາງໜ້າໃຫ້ແກ່ພັກ-ລັດຖະບານ ຂ້າພະເຈົ້າ ສະເໜີໃຫ້ພວກເຮົາໝົດທຸກຄົນ ເອົາໃຈໃສ່ຕື່ມບາງດ້ານ ດັ່ງນີ້:

1. ຮຽກຮ້ອງມາຍັງພະນັກງານ, ປະຊາຊົນລາວບັນດາເຜົ່າທຸກຊັ້ນຄົນ ຕະຫລອດຮອດຊາວຕ່າງປະເທດ ທີ່ພວມປະຕິບັດໜ້າທີ່ ຢູ່ ສປປ ລາວ ສືບຕໍ່ເພີ່ມທະວີຄວາມເປັນເຈົ້າການໃນການປະຕິບັດ ບັນດານະໂຍບາຍ ແລະ ມາດຕະການ ທີ່ລັດຖະບານ ກໍຄື ຄະ ນະສະເພາະກິດແຕ່ລະຂັ້ນວາງອອກ ໃນແຕ່ລະໄລຍະໃຫ້ເຂັ້ມງວດ ແລະ ໃຫ້ຖືວ່າວຽກງານດັ່ງກ່າວ ແມ່ນໜ້າທີ່ ແລະ ຄວາມຮັບຜິດຊອບຂອງໝົດທຸກຄົນ ເຊິ່ງປະກອບດ້ວຍມາດຕະການທາງການແພດ, ດ້ານການບໍລິການ ແລະ ດ້ານເສດຖະກິດ ພະຍາຍາມສູງເຮັດແນວໃດໃຫ້ມີຄວາມດຸນດ່ຽງ ຊ່ວຍໜູນກັນລະຫວ່າງ ບັນດາມາດຕະການດັ່ງກ່າວ ແນ ໃສ່ບັນລຸຕາມຄາດໝາຍລວມ ດັ່ງໄດ້ກ່າວໄປແລ້ວຂ້າງເທິງ. ພ້ອມນີ້, ຮຽກຮ້ອງໃຫ້ ທຸກຄົນໃນສັງຄົມ ຈົ່ງຮັບເອົາຂໍ້ມູນຂ່າວສານຢ່າງມີສະຕິ, ໃຫ້ເອົາໃຈໃສ່ຕິດຕາມຂ່າວສານ ຈາກທາງການ, ອັນໃດບໍ່ເຂົ້າໃຈ ຫລື ອັນໃດຍັງມີຄວາມລະແວງສົງໄສ ບໍ່ຈະແຈ້ງແມ່ນໃຫ້ສອບຖາມໂດຍກົງກັບເຈົ້າໜ້າທີ່ ທີ່ຮັບຜິດຊອບ, ບໍ່ໃຫ້ຫລົງເຊື່ອນຳຂ່າວລື, ຂ່າວບິດເບືອນ ທີ່ຈະສ້າງຄວາມແຕກຕື່ນວຸ້ນວາຍສັບສົນ ໃນສັງຄົມ ແລະ ເປັນຊ່ອງວ່າງ ສ້າງຄວາມແຕກແຍກຄວາມສາມັກຄີພາຍໃນ.

2. ສືບຕໍ່ຈັດຫາວັກຊິນ ແລະ ຈັດຕັ້ງສັກໃຫ້ປະຊາຊົນ ໃຫ້ບັນລຸຕາມແຜນການທີ່ກຳນົດໄວ້ ຄື ຢ່າງໜ້ອຍປີ 2021 ນີ້ ໃຫ້ໄດ້ 50% ຂອງພົນລະເມືອງທົ່ວປະເທດ. ປັດຈຸບັນ ໄດ້ສັກໄປແລ້ວສອງເຂັມມີ 743.949 ຄົນ ແລະ ສີດໄປແລ້ວ ເຂັ້ມທີໜຶ່ງ 1.056.672 ຄົນ, ຖ້າບວກທັງສອງປະເພດນີ້ເຂົ້າກັນ ກໍປະມານ 1.800.621 ຄົນ ແລະ ຍັງສືບຕໍ່ສັກຕໍ່ໄປ, ຖ້າສະເລ່ຍຕົວເລກອັນນີ້ ທັງເຂັມໜຶ່ງ ແລະ ເຂັມສອງ ກໍ່ກວມ 25,7% ຂອງພົນລະເມືອງ. ວັກຊິນ ຍັງຈະສືບຕໍ່ຈັດສົ່ງມາອີກ ເປັນໄລຍະໄລຍະ ໂດຍສະເພາະໄລຍະໃກ້ໆນີ້ ມື້ວັນທີ 16 ກໍລະກົດ 2021 ວັກຊິນຈອນສັນແອນຈອນສັນ ກໍໄດ້ມາເຖິງ ສປປ ລາວ ຈຳນວນ 1 ລ້ານໂດສ, ຖ້າພວກເຮົາສັກໝົດ 1 ລ້ານໂດສນີ້ ບວກກັບອັນເກົ່າ ທີ່ສັກຜ່ານມາແລ້ວ ກໍຈະໄດ້ປະມານ 40 ກວ່າເປີເຊັນ ຂອງພົນລະເມືອງ, ຄາດວ່າ ຍັງຈະມີວັກຊິນນຳເຂົ້າມາເປັນໄລຍະໄລຍະ ແລະ ພວກເຮົາຈະສາມາດປະຕິບັດໄດ້ຕາມຄາດໝາຍ. ວັກຊິນທີ່ນຳໃຊ້ຢູ່ປະເທດເຮົາ ມີຫລາຍສະນິດ ເຊັ່ນ: ຊິໂນຟາມ, ສະປຸກນິກ, ແອັສຕຣາຊິເນກາ, ຟາຍເຊີ ແລະ ຈອນສັນແອນຈອນສັນ. ຢືນຢັນອີກວ່າ ທຸກສະນິດລ້ວນແຕ່ດີມີຄຸນນະພາບ, ລັດຖະບານມີນະໂຍບາຍສັກໃຫ້ປະຊາຊົນ ຢ່າງສະເໝີພາບ ຕາມຫລັກວິຊາການແພດ ເຊິ່ງໄດ້ມີເປົ້າໝາຍຕາມອາຍຸກະສຽນ, ຕາມສະພາບສຸຂະພາບຂອງແຕ່ລະຄົນ ແນໃສ່ຮັບປະກັນຄວາມປອດໄພຂອງປະຊາຊົນ.
ໃນເລື່ອງນີ້ຮຽກຮ້ອງໃຫ້ທຸກຄົນ ຕື່ນຕົວສະໝັກໃຈປະຕິບັດຕາມກົດລະບຽບ ແລະ ແຜນການມາດຕະການທາງການແພດ ຫລີກເວັ້ນການແຍ່ງຊິງກັນ ແລະ ສ້າງຄວາມສັບສົນໃນເວລາແຈກຢາຍ ແລະ ໃນເວລາສັກວັກຊີນ ດັ່ງກ່າວ.

ການສັກວັກຊິນ ແມ່ນການສ້າງພູມຕ້ານທານໃນຮ່າງກາຍ ຕາມບົດຮຽນຕົວຈິງຂອງບັນດາປະເທດ ບໍ່ໝາຍຄວາມວ່າໄດ້ສັກຢາແລ້ວຈະບໍ່ຕິດເຊື້ອອີກ, ສັກວັກຊິນແລ້ວກໍຕາມອາດຈະຕິດເຊື້ອໄດ້ອີກ ແຕ່ອາດຈະບໍ່ມີອາການປ່ວຍຮ້າຍແຮງ, ປົວດີໄດ້ໄວ ແລະ ຈຳກັດການເສຍຊີວິດ. ສະນັ້ນ ສັກວັກຊິນແລ້ວ ກໍຍັງຕ້ອງສືບຕໍ່ປະຕິບັດຕາມມາດຕະການພື້ນຖານຂອງການປ້ອງກັນ ເຊັ່ນ: ຮັກສາໄລຍະຫ່າງ, ໃສ່ຜ້າອັດປາກ, ລ້າງມືດ້ວຍເຈວມີທາດເຫລົ້າ ຫລື ສະບູ ແລະ ປະຕິບັດມາດຕະການອື່ນໆ ທີ່ຄະນະສະເພາະກິດວາງອອກ ຢ່າງເປັນປົກກະຕິ.

3. ສືບຕໍ່ໃຫ້ບັນດາແຂວງ ປັບປຸງ ແລະ ຂະຫຍາຍສູນກັກກັນ ແລະ ໂຮງໝໍພາກສະໜາມ ໃຫ້ສາມາດຮອງຮັບໄດ້ການກັບມາຂອງແຮງງານລາວຈາກຕ່າງປະເທດ, ເພີ່ມທະວີມາດຕະການດ້ານການແພດ ແລະ ການບໍລິຫານຄຸ້ມຄອງຢ່າງເຂັ້ມງວດ ເພື່ອບໍ່ໃຫ້ເຊື້ອພະຍາດເລັດລອດແຜ່ລະບາດອອກສູ່ຊຸມຊົນ. ຂໍຮຽກຮ້ອງເຖິງເຈົ້າໜ້າທີ່ ແລະ ຜູ້ທີ່ເຂົ້າກັກຕົວໃນສູນ ກໍຄື ຜູ້ຕິດເຊື້ອ ທີ່ພວມປິ່ນປົວຢູ່ໂຮງໝໍ ຈົ່ງມີຄວາມຮັບຜິດຊອບຕໍ່ຕົນເອງ ຕໍ່ຄອບຄົວ ແລະ ຕໍ່ສັງຄົມ ບໍ່ຝ່າຝືນລະບຽບການ ແລະ ມາດຕະການຕ່າງໆ ທີ່ໄດ້ກຳນົດໄວ້.

4. ຮຽກຮ້ອງມາຍັງປະຊາຊົນລາວ ກໍຄື ຊາວຕ່າງປະເທດ ທີ່ມີຄວາມປະສົງຈະເຂົ້າ-ອອກ ສປປ ລາວ ໃຫ້ປະຕິບັດຖືກຕ້ອງຕາມຂັ້ນຕອນຂອງລະບຽບການ ບໍ່ໃຫ້ລັກລອບເຂົ້າ-ອອກ ຕາມລຳພັງ ເຊິ່ງຈະເປັນການນຳເອົາເຊື້ອພະຍາດໂຄວິດ-19 ເຂົ້າມາແຜ່ລະບາດເປັນວົງກວ້າງຢູ່ ສປປ ລາວ ແລະ ກໍ່ຢູ່ປະເທດເພື່ອນບ້ານເຊັ່ນກັນ ເຊິ່ງຈະເຮັດໃຫ້ຄວບຄຸມໄດ້ຍາກທີ່ສຸດ. ພິເສດ ຕໍ່ກັບແຮງງານລາວ ທີ່ໄປອອກແຮງງານຢູ່ປະເທດໃກ້ຄຽງ ກໍຂໍໃຫ້ປະຕິບັດເຂັ້ມງວດຕາມລະບຽບການ ຂອງປະເທດເພື່ອນບ້ານທີ່ຕົນເອງອາໃສຢູ່ ໃນຂະນະດຽວກັນ ຖ້າຕ້ອງການກັບຄືນ ສປປ ລາວ ເຊິ່ງເປັນບ້ານເກີດເມືອງນອນຂອງຕົນເອງ ກໍໃຫ້ດຳເນີນຢ່າງຖືກຕ້ອງຕາມຂັ້ນຕອນຂອງກົດໝາຍ ເຖິງແມ່ນວ່າເວລາອອກໄປຕ່າງປະເທດ ຈະລັກລອບອອກໄປກໍຕາມ ແຕ່ເວລາກັບເຂົ້າມາ ຂໍໃຫ້ກັບມາຢ່າງຖືກຕ້ອງ ໂດຍໃຫ້ພົວພັນກັບເຈົ້າໜ້າທີ່ສະຖານທູດ, ກົງສູນລາວ ແລະ ເຈົ້າໜ້າທີ່ກ່ຽວຂ້ອງ ແລ້ວເດີນທາງມາຜ່ານດ່ານຕ່າງໆຢ່າງເປັນທາງການ. ລັດຖະບານ ຖືວ່າການເດີນທາງເຂົ້າມາປະເທດຢ່າງຖືກຕ້ອງນັ້ນ ເປັນການກະທຳທີ່ຮັກຊາດ ຮັກບ້ານເກີດເມືອງນອນຂອງຕົນຢ່າງແທ້ຈິງ ແລະ ກົງກັນຂ້າມ ບຸກຄົນໃດຫາກລັກລອບເຂົ້າມາ ຈະແມ່ນດ້ວຍເສັ້ນທາງໃດກໍຕາມ ຖືວ່າເປັນຜູ້ມີຄວາມຜິດຕາມກົດໝາຍ ແລະ ເປັນຜູ້ນຳເອົາຜົນເສຍຫາຍມາໃຫ້ປະເທດຊາດ ເຊິ່ງຈະຖືກດຳເນີນຄະດີຕາມກົດໝາຍຂອງ ສປປ ລາວ. (ເລື່ອງນີ້ ຂ້າພະເຈົ້າ ຂໍຮຽກຮ້ອງໃຫ້ ພໍ່ແມ່ພີ່ນ້ອງ ສົ່ງຂ່າວຕໍ່ໃຫ້ລູກຫລານ ແລະ ໝູ່ຄູ່ຂອງຕົນເອງຊາບ ໃຫ້ຈະແຈ້ງ ແລະ ທົ່ວເຖິງ)

5. ຂໍໃຫ້ປະຊາຊົນລາວທຸກຖ້ວນໜ້າ, ເຈົ້າໜ້າທີ່ທີ່ກ່ຽວຂ້ອງທຸກພາກສ່ວນ ຮັບຮູ້ເຂົ້າໃຈວ່າ ພະຍາດໂຄວິດ-19 ໄດ້ລະບາດຮຸນແຮງໄປຂອບເຂດທົ່ວໂລກ ສ້າງຄວາມເສຍຫາຍຢ່າງໃຫຍ່ຫລວງໃຫ້ແກ່ຊີວິດ ແລະ ເສດຖະກິດ-ຊີວິດການເປັນຢູ່ຂອງປະຊາຊົນ ຢ່າງມະຫາສານ.

ລັດຖະບານ ກໍຄື ປະຊາຊົນທຸກໆປະເທດໃນທົ່ວໂລກ ແມ່ນໄດ້ມີຄວາມພະຍາຍາມສະກັດກັ້ນ ແລະ ຕ້ານສຸດຄວາມສາມາດຂອງຕົນ ແຕ່ກໍຍັງບໍ່ທັນສາມາດຈະດັບມອດມັນໄດ້ເທື່ອ ແລະ ມັນກໍອາດຈະຍັງສືບຕໍ່ຢູ່ຄຸກຄາມມວນມະນຸດພວກເຮົາຕໍ່ໄປ. ສຳລັບປະເທດເຮົາຂ້າພະເຈົ້າເຂົ້າໃຈດີວ່າ ປະຊາຊົນກໍເຊັ່ນດຽວກັນກັບແພດໝໍ ແລະ ເຈົ້າໜ້າທີ່ກ່ຽວຂ້ອງ ລ້ວນແຕ່ມີຄວາມອິດເມື່ອຍຕໍ່ການເຝົ້າລະວັງ ແລະ ປະຕິບັດໜ້າທີ່ຂອງຕົນ ໂດຍສະເພາະ ແມ່ນແພດໝໍ ແລະ ເຈົ້າໜ້າທີ່ກ່ຽວຂ້ອງ ເຊິ່ງໄດ້ເປັນຜູ້ເຮັດໜ້າທີ່ບໍລິການຮັບໃຊ້ ປະຊາຊົນ ໃນການປ້ອງກັນ ແລະ ປິ່ນປົວມາເປັນເວລາ 2 ປີ. ສະນັ້ນ ຂໍຮຽກຮ້ອງໃຫ້ເຫັນອົກເຫັນໃຈເຊິ່ງກັນ ແລະ ກັນ ຂໍໃຫ້ທຸກຄົນຈົ່ງໃຊ້ເຫດຜົນ ໃຊ້ຄວາມອົດທົນ ບໍ່ໃຊ້ອາລົມຕໍ່ກັນ-ປະຊາຊົນກໍຕ້ອງເຫັນໃຈແພດໝໍ ແລະ ເຈົ້າໜ້າທີ່, ເຈົ້າໜ້າທີ່ ກໍຕ້ອງເຂົ້າໃຈ ແລະ ເຫັນໃຈປະຊາຊົນຜູ້ເຈັບປ່ວຍ, ສາມັກຄີຊ່ວຍເຫລືອກັນ ຮ່ວມແຮງກັນ ພ້ອມກັນຜ່ານຜ່າໄປດ້ວຍກັນ, ຈົ່ງພ້ອມກັນປົກປັກຮັກສາມູນເຊື້ອອັນດີງາມຂອງສັງຄົມລາວເຮົາ ເຊິ່ງເປັນສັງຄົມຂອງການໂອບເອື້ອອາລີ ສາມັກຄີຮັກແພງ.

ພໍ່ແມ່ ພີ່ນ້ອງຮ່ວມຊາດ ທີ່ຮັກແພງທັງຫລາຍ,
ອີກເທື່ອໜຶ່ງ ຂ້າພະເຈົ້າ ຂໍຢືນຢັນວ່າ: ລັດຖະບານ ຈະສືບຕໍ່ເຝົ້າລະວັງ, ຕິດຕາມ, ປະເມີນສະຖານະການທຸກໆໄລຍະ ເພື່ອປັບປຸງປ່ຽນແປງມາດຕະການ ຕາມສະພາບຕົວຈິງ ຢ່າງສົມເຫດສົມຜົນ ລວມທັງການຈັດຫາ ແລະ ສັກວັກຊິນໃຫ້ແກ່ພໍ່ແມ່ປະຊາຊົນ ໃນກຸ່ມເປົ້າໝາຍຕ່າງໆ ໃຫ້ໄດ້ຕາມຄາດໝາຍ ເພື່ອຜົນປະໂຫຍດສູງສຸດຂອງປະຊາຊົນລາວບັນດາເຜົ່າ.

ສຸດທ້າຍນີ້, ຂ້າພະເຈົ້າ ຂໍຢ້ຳຕື່ມອີກເທື່ອໜຶ່ງວ່າ ບັນດາມາດຕະການ ທີ່ລັດຖະບານ ກໍຄື ຄະນະສະເພາະກິດວາງອອກນັ້ນ ຈະມີປະສິດທິພາບ ແລະ ປະສິດທິຜົນໄດ້ ແມ່ນຂຶ້ນກັບການຮ່ວມໄມ້ຮ່ວມມື ແລະ ຄວາມເປັນເຈົ້າການໃນການປະຕິບັດຢ່າງເຂັ້ມງວດ ຂອງທຸກຄົນໃນສັງຄົມ, ລຳພັງແຕ່ລັດຖະບານ ກໍຄືຄະນະສະເພາະກິດ, ແພດໝໍ ແລະ ເຈົ້າໜ້າທີ່ກ່ຽວຂ້ອງ ແມ່ນບໍ່ສາມາດປະສົບຜົນສຳເລັດໄດ້.

ສະນັ້ນ, ຂ້າພະເຈົ້າ ຈຶ່ງຂໍຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນ ແລະ ທຸກພາກສ່ວນໃນສັງຄົມ ຈົ່ງສືບຕໍ່ຮ່ວມແຮງຮ່ວມໃຈກັນ, ປະກອບ ສ່ວນເຂົ້າໃນວຽກງານປ້ອງກັນ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ເພື່ອແນ ໃສ່ເຮັດໃຫ້ປະເທດຊາດ ແລະ ພວກເຮົາທຸກຄົນ ພ້ອມກັນຜ່ານຜ່າວິກິດນີ້ໄປດ້ວຍກັນ ຢ່າງຕະຫລອດປອດໄພ.

LEAVE A REPLY

Please enter your comment!
Please enter your name here