ຄົ້ນພົບວັດຖຸບູຮານອາຍຸເກົ່າແກ່ 2000 ປີ

0
879

ໃນ​ອາ​ທິດ​ຜ່ານ​ມາ, ບໍ​ລິ​ສັດ ລ້ານ​ຊ້າງ ມີ​ເນ​ໂຣນ​ສ໌ ລິ​ມິ​ເຕັດ (LXML) ບໍ່​ຄຳ-ທອງ​ເຊ​ໂປນ ໄດ້​ຄົ້ນ​ພົບ​ວັດ​ຖຸ​ບູ​ຮານ​ຈຳ​ນວນ​ໜຶ່ງ​ທີ່​ມີ​ອາ​ຍຸ​ເກົ່າ​ແກ່ 2,000 ປີ​ພາຍ​ໃນຂົງ​ເຂດ​ຂອງ​ບໍ່​ຄຳ-ທອງ​ເຊ​ໂປນ. ວັດ​ຖຸ​ບູ​ຮານ​ທີ່​ຄົ້ນ​ພົບ​ລວມ​ມີ ຂວານ​ເຫຼັກ ແລະ ໄຫ​ຂະ​ໜາດ​ໃຫຍ່​ທີ່​ໃຊ້​ເຂົ້າ​ໃນ​ພິ​ທີ​ກຳ​ການ​ຝັງ​ສົບ​ຄັ້ງ​ທີ 2 ໃນ​ໄລ​ຍະ​ທ້າຍ​ຍຸກ​ທອງ​ຕົ້ນ​ຍຸກ​ເຫຼັກ.

ໃນ​ປີ 2008 ກໍ​ໄດ້​ຄົ້ນ​ພົບ​ໄຫ​ທີ່​ຄ້າຍ​ຄື​ໄຫ​ຂະ​ໜາດ​ໃຫຍ່​ດັ່ງ​ກ່າວ ຢູ່​ເຂດ​ທົ່ງ​ນາ​ເງືອກ ເຊິ່ງ ໄດ້​ຖືກ​ສະ​ເໜີ​ເປັນ ສະ​ຖານ​ທີ່​ມໍ​ລະ​ດົກ​ຂອງ​ແຂວງ​ສະ​ຫວັນ​ນະ​ເຂດ.

ນອກ​ນາກ​ນັ້ນ, ທີມ​ງານ​ບູ​ຮານວິທະຍາ​ຂອງ LXML ຍັງ​ໄດ້​ຄົ້ນ​ພົບ​ໄຫ​ເນື້ອ​ແຂງ​ເຊິ່ງ​ໃນ​ໄຫ​ມີ​ຂວານ​ເຫຼັກ, ປອກ​ແຂນ​ທອງ​ ແລະ ໝາກ​ປັດ​ທີ່​ເຮັດ​ດ້ວຍ​ເປືອກ​ຫອຍ ແລະ ກ້າງ​ປາ ທີ່​ມີ​ອາ​ຍຸ​ປະ​ມານ ໄລ​ຍະສະ​ຕະ​ວັດ​ທີ 12; ພ້ອມ​ເຄື່ອງ​ມື​ທັນ​ສະ​ໄໝ​ທີ່​ສັນ​ນິ​ຖານ​ໃນ​ເບື້ອງ​ຕົ້ນ​ວ່າ ມາ​ຈາກ ສະ​ໄໝ​ລ້ານ​ຊ້າງ​ລະ​ຫວ່າງ ສະ​ຕະ​ວັດ​ທີ 17 ເຖິງ 19.

ໃນ​ໄລ​ຍະ​ຕົ້ນ​ປີ​ນີ້, LXML ​ຍັງໄດ້​ຄົ້ນ​ພົບ​ວັດ​ຖະ​ບູ​ຮານ​ອາ​ຍຸ​ເກົ່າ​ແກ່ 6,000 ປີ​ຈາກ ຍຸກ​ຫີນ​ຂັດ ຢູ່​ໃກ້​ບໍ່​ຄຳ-ທອງ​ເຊ​ໂປນ.

ນັບ​ຕັ້ງ​ແຕ່​ເລີ່ມ​ດຳ​ເນີນ​ງານ​ໂຄງ​ການ​ຄຳ-ທອງ​ເຊ​ໂປນ ​ໃນ​ປີ 2003, LXML ໄດ້​ອຸ​ປະ​ຖຳ​ແຜນ​ງານ​ທີ່​ສຳ​ຄັນ​ໃນ​ການ​ອະ​ນຸ​ລັກ​ມໍ​ລະ​ດົກ​ທາງວັດ​ທະ​ນະ​ທຳ​ໃນ​ເມືອງວິ​ລະ​ບູ​ລີ​ ໂດຍ​ການ​ຮ່ວມ​ມື​ກັບ ກະ​ຊວງ​ຖະ​ແຫຼງ​ຂ່າວ, ວັດ​ທະ​ນະ​ທຳ ແລະ ທ່ອງ​ທ່ຽວ ແລະ ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ​ ເພື່ອຮັບ​ປະ​ກັນ​ການ​ອະ​ນຸ​ລັກ​ປະ​ຫວັດ​ສາດ​ລາວ​ສຳ​ລັບ​ຜົນ​ປະ​ໂຫຍດ​ຂອງ​ຄົນ​ຮຸ່ນ​ຕໍ່​ໄປ. ວັດ​ຖະ​ບູ​ຮານ​ຈຳ​ນວນ​ໜຶ່ງ​ແມ່ນ​ໄດ້​ນຳ​ໄປ​ວາງ​ສະ​ແດງ​ຢູ່​ຫໍ​ວັດ​ທະ​ນະ​ທຳ​ເມືອງວິ​ລະ​ບູ​ລີ, ຫໍພິ​ພິດ​ທະ​ພັນ​ແຂວງ​ສະ​ຫວັນ​ນະ​ເຂດ ແລະ ​ຫໍພິ​ພິດ​ທະ​ພັນ​ແຫ່ງ​ຊາດ​ຢູ່​ນະ​ຄອນຫຼວງວຽງ​ຈັນ.

ທ່ານ ສະ​ໝານ ອະ​ເນ​ກາ, ຜູ້​ອຳ​ນວຍ​ການ​ໃຫຍ່​ LXML ໄດ້​ກ່າວ​ວ່າ: “ບໍ​ລິ​ສັດ​ຂອງ​ພວກ​ເຮົາ​ຍົກ​ສູງ​ ການ​ເຄົາ​ລົບ​ນັບ​ຖື​ວັດ​ທະ​ນະ​ທຳ ແລະ ຮີດ​ຄອງ​ປະ​ເພ​ນີ​ຂອງ​ຊຸມ​ຊົນ​ເຈົ້າ​ພາບ​ຂອງ​ພວກ​ເຮົາ​. ຕັ້ງ​ແຕ່​ປີ 2008 ເປັນ​ຕົ້ນ​ມາ, LXML ໄດ້​ລົງ​ທຶນຫຼາຍກວ່າ US$1.5 ລ້ານ ​ເພື່ອ​ສະ​ໜັບ​ສະ​ໜູນ ການ​ອະ​ນຸ​ລັກ​ປະ​ຫວັດ​ສາດ​ລາວ ແລະ ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ສຳ​ລັບ​ຄົນ​ຮຸ່ນ​ຕໍ່​ໄປ.”

ໃນ​ໄລ​ຍ​ຜ່ານ​ມາ ແມ່ນ​ໄດ້​ມີ​ການ​ຄົ້ນ​ພົບ​ວັດ​ຖຸ​ບູ​ຮານ​ສຳ​ຄັນຫຼາຍ​ອັນຢູ່ ບໍ່​ຄຳ-ທອງ​ເຊ​ໂປນ. ພວກ​ເຮົາ​ເຊື່ອ​ວ່າ ການ​ຂຸດ​ຄົ້ນ-ປຸງ​ແຕ່ງ​ແຮ່​ບູຮານ​ໃນ​ຂົງ​ເຂດ​ບໍ່​ຄຳ-ທອງ​ເຊ​ໂປນ​ນີ້ ໄດ້​ສືບ​ຕໍ່​ມາ​ເຖິງ​ປະ​ມານ 1300 ປີ​ກ່ອນ (ປະ​ມານ ຄ​ສ 700) ເຊິ່ງ​ເປັນ​ໄລ​ຍະ​ທີ່ ຜູ້​ຄົນ​ໄດ້​ຂຸດ​ຄົ້ນ​ແຮ່​ທອງ​ທີ່​ອຸ​ດົມ​ສົມ​ບູນ ຢູ່​ເຂດ​ທີ່​ຮູ້​ກັນ​ວ່າ “ເປີ້ນ​ເບົ້າຫຼໍ່” ແລະ “ທົ່ງ​ນາ​ເງືອກ” ແລ້ວ​ນຳ​ໄປ​ປຸງ​ແຕ່ງ ແລະ ແລກ​ປ່ຽນ. ການ​ສັນ​ນິ​ຖານ​ນີ້ ແມ່ນ ມາ​ຈາກ ກາກບອນ​ທີ່​ພົບ​ໃນ​ຝາ​ກະ​ແຕະ​ໄມ້​ໄຜ່ ຈາກ​ຂຸມ​ບໍ່​ແຮ່​ບູ​ຮານ​ໃນ​ຕະ​ກອນ​ຕົມ​ທີ່​ຢູ່​ເລິກ​ໄປ​ຈາກ​ໜ້າ​ດິນ​ (ເລິກ 10 – 40 ແມັດ).

ການ​ຂຸດ​ຄົນ​ບໍ່​ແຮ່ ເປັນ​ປັດ​ໃຈ​ສຳ​ຄັນ​ໃນ​ການ​ພັດ​ທະ​ນາ​ພົນ​ລະ​ເມືອງ ແລະ ສັງ​ຄົມ​ມາ​ແຕ່​ປະ​ຫວັດ​ສາດ. ການ​ຂຸດ​ຄົ້ນ ຍັງ​ຈະ​ດຳ​ເນີນ​ຕໍ່​ໄປ ແລະ ພວກ​ເຮົາ​ຫວັງ​ວ່າ ຈະ​ໄດ້​ເຜີຍ​ແຜ່​ການ​ຄົ້ນ​ພົບ​ອັນ​ໜ້າ​ຕື່ນ​ເຕັ້ນ​ກວ່າ​ເກົ່າ ກ່ຽວ​ກັບ ວັດ​ທະ​ນະ​ທຳ ແລະ ປະ​ຫວັດ​ສາດ​ລາວ.

LEAVE A REPLY

Please enter your comment!
Please enter your name here