ສະຫວັນນະເຂດ ເພີ່ມຄວາມເຂັ້ມງວດປ້ອງກັນການລັກລອບເຂົ້າເມືອງແບບຜິດກົດໝາຍ

0
861

ວັນທີ 12 ກໍລະກົດ ແຂວງສະຫວັນນະເຂດ ຍົກລະດັບການປ້ອງກັນການລັກລອບເດີນທາງເຂົ້າເມືອງແບບຜິດກົດໝາຍ ແລະ ການຮັກສາຄວາມສະຫງົບປອດໄພ ພາຍໃນແຂວງ ເນື່ອງຈາກໃນໄລຍະນີ້ ມີແຮງງານລາວເດີນທາງກັບມາຈາກປະເທດໃກ້ຄຽງເປັນຈໍານວນຫລາຍໃນແຕ່ລະວັນ.

ພັນເອກ ສົມໝາຍ ພົມມະຈັນ, ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບແຂວງສະຫວັນນະເຂດ ໃຫ້ສໍາພາດວ່າ: ມາດຕະການທີ່ໄດ້ຈັດຕັ້ງປະຕິບັດ ລວມມີ ການປ້ອງກັນການລັກລອບເດີນທາງເຂົ້າເມືອງແບບຜິດກົດໝາຍຂອງແຮງງານລາວ ແລະ ບຸກຄົນຕ່າງໆ ຈາກປະເທດໃກ້ຄຽງ ຄື: ໄທ ແລະ ຫວຽດນາມ ເນື່ອງຈາກເປັນສອງປະເທດທີ່ມີຊາຍ ແດນຕິດກັບແຂວງສະຫວັນນະເຂດ ໂດຍຮ່ວມກັບທຸກພາກສ່ວນກ່ຽວ ຂ້ອງເວນຍາມຕາມເສັ້ນຊາຍແດນຕະຫລອດ 24 ຊົ່ວໂມງ, ຕິດຕາມການນໍາໃຊ້ເຮືອຫາປາຕາມລໍາແມ່ນໍ້າຂອງຂອງປະຊາຊົນຢ່າງຕໍ່ເນື່ອງ.

ນອກຈາກນີ້ ຍັງໄດ້ປັບປຸງລະບຽບການໃນການຕິດຕາມການເຂົ້າ-ອອກ ດ່ານສາກົນຂົວມິດຕະພາບລາວ-ໄທ ແຫ່ງທີ 2 ໃຫ້ເຂັ້ມງວດກວ່າເກົ່າ, ໃນນີ້ ສະເພາະລົດຂົນສົ່ງສິນຄ້າໃດທີ່ບໍ່ສາມາດຄ່ຽນຖ່າຍສິນຄ້າໄດ້ ແມ່ນມີເຈົ້າໜ້າທີ່ກ່ຽວ ຂ້ອງຕິດຕາມຂະບວນລົດຈົນເຖີງທີ່ໝາຍເພື່ອບໍ່ໃຫ້ຜູ້ຂັບລົດແວະຊະຊາຍໃນລະຫວ່າງທາງການຂົນສົ່ງ. ນອກຈາກນີ້ ໄດ້ເພີ່ມກໍາລັງຮັກສາຄວາມສະ ຫງົບຢູ່ສູນຈໍາກັດບໍລິເວນ ແລະ ສະຖານທີ່ປິ່ນປົວຜູ້ຕິດເຊື້ອພະຍາດໂຄວິດ-19 ທີ່ແຂວງກໍານົດ ເນື່ອງຈາກມີຜູ້ຈຳກັດບໍລິເວນ ແລະ ຜູ້ຕິດເຊື້ອເພີ່ມຂຶ້ນເປັນຈໍາຫລາຍໃນແຕ່ລະວັນ.

ພັນເອກ ສົມໝາຍ ພົມມະຈັນ ໃຫ້ຮູ້ຕື່ມວ່າ: ນັບແຕ່ລັດຖະບານໄດ້ມີນະ ໂຍບາຍຜ່ອນຜັນໃຫ້ປະຊາຊົນສາມາດນໍາມໃຊ້ເຮືອຫາປາຕາມລໍາແມ່ນໍ້າຂອງ ມາຮອດປັດຈຸບັນ ຢູ່ແຂວງສະຫວັນນະເຂດ ມີຜູ້ກະທໍາຜິດດ້ວຍການໃຊ້ເຮືອນ້ອຍໄປຮັບເອົາແຮງງານລາວຈາກໄທລັກລອບກັບຄືນມາລາວໄດ້ 7 ຄົນ ແລະ ຈັບແຮງງານລາວລັກລອບຂີ່ເຮືອນ້ອຍເພື່ອເດີນທາງໄປເຮັດວຽກຢູ່ໄທໄດ້ 5 ຄົນ. ຢ່າງໃດກໍ່ຕາມ ສະເພາະການປ້ອງກັນການລັກລອບເດີນທາງກັບຄືນປະເທດຂອງແຮງງານລາວຢູ່ໄທ ມີ 4 ເມືອງທີ່ຕ້ອງເອົາໃຈໃສ່ເປັນພິເສດ ຄື: ນະຄອນໄກສອນ ພົມວິຫານ, ເມືອງສອງຄອນ, ໄຊບູລີ ແລະ ເມືອງໄຊພູທອງ ເນື່ອງຈາກເປັນເມືອງທີ່ມີຊາຍແດນຕິດກັບປະເທດໄທ.

ຂອບໃຈຂໍ້ມູນຈາກເພຈ : ສື່ເພື່ອສງັຄົມ All in All

LEAVE A REPLY

Please enter your comment!
Please enter your name here