ລາຄາຂາຍຍ່ອຍຊີ້ນລວມ ຢູ່ຕະຫຼາດໃນເມືອງປາກຊັນ ແມ່ນລາຄາບໍ່ເກີນ 40.000ກີບ/ກິໂລ

0
802

ຕາມການລາຍງານຂອງ Midia Laos ໃຫ້ຮູ້ວ່າ: ຄະນະອານຸກໍາມະການຕິດຕາມຄຸ້ມຄອງລາຄາ ແລະ ຄ່າບໍລິການຂັ້ນເມືອງປາກຊັນ ແຂວງບໍລິຄຳໄຊ ໄດ້ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ໄດ້ສຸມໃສ່ຫຼາຍວຽກງານສຳຄັນ ເພື່ອປັບລາຄາຊື້-ຂາຍໝູລົງ ຈາກ 45.000 ເປັນ 40.000 ກີບ ທ່ານ ໄຊຍະສິດ ຈັນທະວົງສາ ຮອງຫົວໜ້າຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງປາກຊັນ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນຂອງແຂວງ ໃນວັນທີ 9 ກໍລະກົດ 2021 ຢູ່ຕະຫຼາດປາກຊັນໃໝ່ ເມືອງປາກຊັນ.

ພາບຈາກ: www.bolikhamxay.gov.la

ໄລຍະຜ່ານມາ ຄະນະອານຸກໍາມະການຕິດຕາມຄຸ້ມຄອງລາຄາ ແລະ ຄ່າບໍລິການຂັ້ນເມືອງ ໄດ້ຈັດກອງປະຊຸມ ຄົ້ນຄວ້າປຶກສາຫາລືກັບພາກສ່ວນທີ່ກ່ຽວຂ້ອງ ກ่ຽວກັບຕົ້ນທືນການລ້ຽງ ແລະ ຄ່າສິ້ນເປືອງການຜະລິດ ຂອງໜ່ວຍງານກະສິກໍາ ແລະ ປ່າໄມ້ເມືອງ, ຄົ້ນຄ້ວາຄ່າສິ້ນເປືອງຢູ່ທ້ອງຕະຫຼາດຈໍານວນໜຶ່ງ ແລະ ໄດ້ຕົກລົງເຫັນດີເປັນເອກະພາບຮັບຮອງຄ່າສິ້ນເປືອງການລ້ຽງ, ຄ່າສິ້ນເປືອງຢູ່ໃນທ້ອງຕະຫຼາດ.

ມາຮອດ ວັນທີ 1 ກໍລະກົດ 2021 ເຫັນດີໃຫ້ປັບລາຄາຊື້-ຂາຍໝູລົງ ລາຍລະອຽດ ມີຄື: ລາຄາຊື້ຂາຍໝູພັນຊີ້ນ (ໝູຢືນ) ຢູ່ໜ້າຟາມຂາຍໃນລາຄາບໍ່ເກີນ 27.000 ກີບ/ກິໂລ, ລາຄາຊື້ຂາຍໝູພັນຊອດ ທີ່ພໍ່ແມ່ປະຊາຊົນລ້ຽງທົ່ວໄປ ລາຄາຂາຍຕໍ່າສຸດບໍ່ໃຫ້ຫຼຸດ 25.000ກີບ/ກິໂລ ແລະ ລາຄາຂາຍຍ່ອຍຊີ້ນລວມ ຢູ່ຕະຫຼາດໃນເມືອງປາກຊັນ ໃຫ້ຂາຍໃນລາຄາບໍ່ເກີນ 40.000ກີບ/ກິໂລ.

ສາເຫດທີ່ພາໃຫ້ລາຄາຂາຍຊີ້ນ ຢູ່ຕະຫຼາດພາຍໃນເມືອງປາກຊັນປັບລົງ ແມ່ນ ຍ້ອນໃນໄລຍະທີ່ພະຍາດໂຄວິດ-19 ກໍາລັງລະບາດ ລັດຖະບານໄດ້ມີນະໂຍບາຍປັບຄ່າໄຟຟ້າລົງໃນອັດ 3% ເຮັດໃຫ້ຕົ້ນທຶນໃນການຜະລິດຂອງຊາວກະສິກອນຫຼຸດລົງ, ລັດຖະບານໄດ້ສະໜອງທຶນກູ້ຢືມເງິນໃນອັດຕາດອກເບ້ຍຕໍ່າ (ກອງທຶນ SME) ໂດຍບວກກັບເງື່ອນໄຂ ເເລະ ເປັນໂອກາດໃນການດໍາລົງຊີວິດຕາມວິຖີຊີວີດແບບໃໝ່ (New Normal) ບັນດາຜູ້ປະກອບການຈໍານວນໜຶ່ງ ໄດ້ປັບສະຖານະພາບການລົງທຶນ ເພື່ອຕອບນະໂຍບາຍໃຫ້ເກີດປະໂຫຍດສູງສຸດ.

ໃນປະຈຸບັນ ຜູ້ປະກອບການລ້ຽງໝູພາຍໃນເມືອງປາກຊັນໄດ້ມີທ່າອ່ຽງ ຂະຫຍາຍຕົວເພີ່ມຂຶ້ນຈາກ 5 ຟາມ ເປັນ 7 ຟາມ ເຊິ່ງເຮັດໃຫ້ມີປະລິມານສາມາດຕອບສະໜອງ ກັບຄວາມຕ້ອງການຂອງຕະຫຼາດພາຍໃນເມືອງປາກຊັນ ແລະ ຜູ້ປະກອບການ ໄດ້ຫັນມາລ້ຽງໝູແມ່ພັນ ເພື່ອຜະລິດລູກລ້ຽງເອງ ແລະ ປະສົມຫົວອາຫານເອງ ເຮັດໃຫ້ຕົ້ນທຶນການຜະລິດໝູນ້ອຍ ແລະ ຫົວອາຫານຫຼຸດລົງ.

ຮອງຫົວໜ້າຫ້ອງການ ອຄ ເມືອງປາກຊັນ ຍັງໄດ້ຮູ້ຕື່ມອີກວ່າ ໃນໄລຍະນີ້ແມ່ນໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເກັບກຳຂໍ້ມູນຕົ້ນທຶນການລ້ຽງ ແລະ ຄ່າສິ້ນເປືອງການຜະລິດ, ຄ່າສິ້ນເປືອງຢູ່ທ້ອງຕະຫຼາດ ປະເພດປານີນ ເພື່ອຈະນຳໄປຄົ້ນຄວ້າ ແລະ ປຶກສາຫາລື ໃນການປັບລາຄາໃນຕໍ່ໜ້າ, ສ່ວນສິນຄ້າອື່ນໆ ຍັງບໍ່ໄດ້ມີການປ່ຽນແປງ ຍັງຄົງໃຫ້ເປັນໄປຕາມກົນໄກຂອງຕະຫຼາດ.

LEAVE A REPLY

Please enter your comment!
Please enter your name here