ກະຊວງ ຜທ ປະກາດການປັບປຸງການຈັດຕັ້ງ ໃຫ້ພະນັກງານເຂົ້າບຳນານ

0
999

ກະຊວງແຜນການ ແລະ ການລົງທຶນ (ຜທ) ໄດ້ປະກາດ ການປັບປຸງການຈັດຕັ້ງ ໃຫ້ພະນັກງານການນຳຂັ້ນສູງອອກພັກການ-ຮັບອຸດໜູນບຳນານ ຈຳນວນ 3 ທ່ານ, ທັງນີ້ກໍເພື່ອຕອບສະໜອງ ແລະ ໃຫ້ສອດຄ່ອງຕາມຄວາມຮ້ອງຕ້ອງການຂອງໜ້າທີ່ວຽກງານໃນຂົງເຂດແຜນການ ແລະ ການລົງທຶນ ໃນປັດຈຸບັນ ກໍຄື ໃນຕໍ່ໜ້າ.

ພິທີປະກາດການປັບປຸງການຈັດຕັ້ງດັ່ງກ່າວ, ໄດ້ຈັດຂຶ້ນໃນວັນທີ 9 ກໍລະກົດ 2021 ພາຍໃຕ້ການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນ ການ ແລະ ການລົງທຶນ, ໂດຍມີຜູ້ຕາງໜ້າຈາກຄະນະຈັດຕັ້ງສູນກາງພັກ, ກະຊວງພາຍໃນ, ພ້ອມດ້ວຍພະນັກງານ-ລັດຖະກອນ ພາຍໃນກະຊວງ ເຂົ້າຮ່ວມ.

ໃນການປະກາດຄັ້ງນີ້, ຜູ້ທີ່ໄດ້ຮັບອະນຸມັດອອກພັກການ-ຮັບອຸດໜູນບຳນານ ໂດຍອີງຕາມດໍາລັດວ່າດ້ວຍການອະນຸມັດໃຫ້ພະນັກງານການນໍາຂັ້ນສູງ ອອກພັກການ-ຮັບອຸດໜູນບໍານານ ສະບັບເລກທີ 382/ນຍ, ລົງວັນທີ 7 ມິຖຸນາ 2021 ແລະ ສະບັບເລກທີ 383/ນຍ, ລົງວັນທີ 7 ມິຖຸນາ 2021 ລວມມີ: ທ່ານ ຄໍາເຜີຍ ແກ້ວກິນນາລີ ຮອງປະທານຄະນະກໍາມະການຮ່ວມມືລາວ-ຫວຽດນາມ, ທ່ານ ແຄນທອງ ສີສຸວົງ ຮອງປະທານຄະນະກໍາມະການຮ່ວມມື ລາວ-ຈີນ ແລະ ທ່ານ ຈໍາປາ ຄໍາສຸກໃສ ຫົວໜ້າຫ້ອງການສົ່ງເສີມ ແລະ ຄຸ້ມຄອງເຂດເສດຖະກິດພິເສດ.

ໂອກາດດັ່ງກ່າວ, ທ່ານ ສອນໄຊ ສີພັນດອນ ໄດ້ຕາງໜ້າໃຫ້ຄະນະບໍລິຫານງານພັກກະຊວງແຜນການ ແລະ ການລົງທຶນ ໃຫ້ກຽດໂອ້ລົມ, ໂດຍໄດ້ຍົກໃຫ້ເຫັນຜົນງານພົ້ນເດັ່ນຂອງບັນດາສະຫາຍເຫລົ່ານີ້ ຕະຫລອດໄລຍະການປະກອບສ່ວນວຽກງານຂອງພັກ ແລະ ລັດໃນໄລຍະຫລາຍສິບປີຜ່ານມາ, ຂະນະດຽວກັນ ຍັງໄດ້ຮຽກຮ້ອງໃຫ້ພະນັກງານ-ສະມາຊິກພັກ ທີ່ໄດ້ເຂົ້າຮ່ວມພິທີ ໄດ້ເອົາໃຈໃສ່ຮໍ່າຮຽນເອົາບົດຮຽນ, ປະສົບການ ແລະ ແບບແຜນການນໍາພາ-ຊີ້ນໍາ ທີ່ພາໃຫ້ມີຜົນສໍາເລັດຕໍ່ໜ້າທີ່ວຽກງານຂອງທັງ 3 ສະຫາຍ ເພື່ອນໍາໃຊ້ເຂົ້າໃນການສືບຕໍ່ປະຕິບັດໜ້າທີ່ວຽກງານ ໂດຍສະເພາະໃນຂົງເຂດວຽກງານການຮ່ວມມື ລະຫວ່າງ ລາວ-ຫວຽດນາມ ແລະ ລາວ-ຈີນ ແລະ ການພັດທະນາເຂດເສດຖະກິດພິເສດໃຫ້ມີຜົນສໍາເລັດສູງຍິ່ງໆຂຶ້ນ.

ພ້ອມກັນນັ້ນ, ທ່ານ ສອນໄຊ ສີພັນດອນ ຍັງໄດ້ຕາງໜ້າໃຫ້ຄະນະບໍລິຫານງານພັກ ກະຊວງແຜນການ ແລະ ການລົງທຶນ ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຂອບໃຈຕໍ່ການທຸ່ມເທເຫື່ອແຮງ, ສະຕິປັນຍາ ໃນການປະຕິບັດໜ້າທີ່ການເມືອງຂອງ 3 ສະຫາຍ ຈົນມີຜົນສໍາເລັດຢ່າງຈົບ ງາມ ແລະ ໄດ້ມອບຂອງທີ່ລະນຶກໃຫ້ 3 ສະຫາຍ ເພື່ອເປັນການສະແດງເຖິງຄວາມຮູ້ບຸນຄຸນ.

ຂ່າວ: ສິງຄຳ

LEAVE A REPLY

Please enter your comment!
Please enter your name here