ຈັບຫົວໂປ່ກຸ່ມແກ້ງລັກລົດຈັກ ພ້ອມທັງຂາຍພັກພວກອີກ 27 ຄົນ

0
1966

ອີງຕາມການລາຍງານ ຂອງເຈົ້າໜ້າທີ່ ປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ, ຈັບຫົວໂປ່ ອຸ້ຍສ່ຽວປໍ້….ຂາຍພັກພວກອີກ 27 ຄົນ
ໜ່ວຍສະເພາະກິດ ປກສ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ອອກໄລ່ລ້າຈັບກຸມ ກຸ່ມແກ້ງເຄື່ອນໄຫວລັກລົດຈັກ ຢູ່ເຂດເມືອງສີໂຄດຕະບອງ ຢ່າງບໍ່ລົດລະ ພາຍຫຼັງໄດ້ຮັບແຈ້ງຄວາມຈາກຜູ້ຖືກເສຍຫາຍຢ່າງຕໍ່ເນື່ອງ; ຮອດວັນທີ 1 ມີນາ 2021 ສາມາດສະແດງໂຕເຂົ້າຈັບກຸມຫົວໂປ່ໂຕການໄດ້ 1 ຄົນ ຄື: ທ້າວ ອຸ້ຍສ່ຽວປໍ້ ຢູ່ບ້ານໂພນສະຫວາດ ເມືອງສີໂຄດຕະບອງ. ຂະນະທີ່ຜູ້ກ່ຽວໃຫ້ປາກຄໍາ ເຈົ້າໜ້າທີ່ສືບຕໍ່ຂະຫຍາຍຜົນ ສາມາດຈັບກຸ່ມແກ້ງຮ່ວມຂະບວນການອີກ 27 ຄົນ, ໃນນີ້, ມີຜູ້ເຄື່ອນໄຫວລັກລົດຈັກ 13 ຄົນ ແລະ ຜູ້ຮັບຊື້ຂາຍອີກ 15 ຄົນ, ຍິງ 4 ຄົນ.

ພັທ ສອນເພັດ ພິຈິດ ຮອງຫົວໜ້າກອງບັນຊາການ ປກສ ເມືອງສີໂຄດຕະບອງ ໄດ້ເປີດເຜີຍວ່າ: ຕໍ່ກັບສະພາບຄົນຮ້າຍລັກລົດຈັກ ຢູ່ພື້ນທີ່ເມືອງສີໂຄດຕະບອງ ກອງບັນຊາການ ປກສ ເມືອງສີໂຄດຕະບອງ ພວກເຮົາໄດ້ມີການຕິດຕາມຢ່າງຕໍ່ເນື່ອງ ແລະ ໃນທີ່ສຸດກໍ່ສາມາດມ້າງກຸ່ມໃຫຍ່ນີ້ໄດ້ ເຊິ່ງຜ່ານການສອບສວນຂອງເຈົ້າໜ້າທີ່ ປກສ ເມືອງສີໂຄດຕະບອງ ເຫັນວ່າ: ການເຄື່ອນໄຫວລັກຊັບ ແລະ ຊື້ຂາຍຊັບຂອງພົນລະເມືອງທີ່ຜິດກົດໝາຍຂອງກຸ່ມ ທ້າວ ອຸ້ຍສ່ຽວປໍ້ ຍັງມີການພົວພັນກວ້າງຂວາງກັບອີກຫຼາຍກຸ່ມແກ້ງໃນການລັກ ແລະ ຊື້ຂາຍຊັບ ( ລົດຈັກ ), ປັດຈຸບັນນີ້, ເຈົ້າໜ້າທີ່ ປກສ ເມືອງສີໂຄດຕະບອງ ຍັງສືບຕໍ່ເປີດກວ້າງຂະຫຍາຍຜົນໄລ່ຊອກໄລ່ຈັບກຸ່ມແກ້ງພັກພວກຮ່ວມຂະບວນການ ທີ່ມີການພົວພັນເຄື່ອນໄຫວລັກຊັບຂອງພົນລະເມືອງ ໃນພື້ນທີ່ນະຄອນຫຼວງວຽງຈັນ ແລະ ຕ່າງແຂວງມາດໍາເນີນຄະດີຕາມກົດໝາຍ.
ຕໍ່ກັບລົດຈັກທີ່ເກັບກູ້ຄືນມາໄດ້ນັ້ນມີ 28 ຄັນ, ໃນນີ້, ມີລົດຈັກ ຮອນດ້າເວບ 100 ຈໍານວນ 12 ຄັນ, ຄິກໄອ 2 ຄັນ, ເທນ້າ 1 ຄັນ, ໂຊນິກ 1 ຄັນ, ຊີບີອາ 1 ຄັນ, ເອັມເອັດເອັກ 1 ຄັນ, ສະເຕັບ 1 ຄັນ, ສະມາຍ 1 ຄັນ, ເວບລີຟານ 4 ຄັນ, ພີໂນ້ 2 ຄັນ, ຄິກມີໂມຕ້າ 1 ຄັນ ແລະ ສະເກມ 1 ຄັນ ແມ່ນໄດ້ມອບໃຫ້ເຈົ້າຂອງເດີມໃນວັນທີ 8 ກໍລະກົດ 2021 ກ່າວມອບໂດຍ ພັທ ສອນເພັດ ພິຈິດ ຮອງຫົວໜ້າກອງບັນຊາການ ປກສ ເມືອງສີໂຄດຕະບອງ ນວ.

LEAVE A REPLY

Please enter your comment!
Please enter your name here