ປກສ ເມືອງຫາດຊາຍຟອງ ມ້າງກຸ່ມແກ້ງລັກລົດຈັກ ລາຍໃຫຍ່ 5 ກຸ່ມ

0
871

ອີງຕາມການລາຍງານ ຂອງປ້ອງກັນຄວາມສະຫງົບໃຫ້ຮູ້ວ່າ: ກອງບັນຊາການ ປກສ ເມືອງຫາດຊາຍຟອງ ມ້າງກຸ່ມແກ້ງລັກລົດຈັກລາຍໃຫຍ່ເຊິ່ງມີ 5 ກຸ່ມ, ມີເປົ້າໝາຍລັກຊັບ 14 ຄົນ, ຊື້ຂາຍຊັບຜິດກົດໝາຍ 1 ຄົນ ພ້ອມຂອງກາງປະເພດລົດຈັກອີກ 25 ຄັນ ແລະ ເຈົ້າໜ້າທີ່ໄດ້ຮິບຮ້ອນປະສານຫາເຈົ້າຂອງ ແລະ ໄດ້ມອບຄືນແລ້ວ 8 ຄັນ ປັດຈຸບັນຍັງເຫຼືອ 17 ຄັນ, ເຊິ່ງການມ້າງຄັ້ງລ່າສຸດແມ່ນໃນວັນທີ 7 ພຶດສະພາ 2021 ພາຍຫຼັງພະຍາຍາມໄລ່ລ່າຕິດຕາມ ແລະ ຄັດຈ້ອນເປົ້າໝາຍມາແຕ່ເດືອນ ກັນຍາ 2020 ຫຼັງຈາກໄດ້ຮັບແຈ້ງຈາກຜູ້ເສຍຫາຍ.

ພັທ ສົມເພັດ ນາມມະວົງ ຮັກສາການຫົວໜ້າພະແນກຕໍາຫຼວດ ປກສ ເມືອງຫາດຊາຍຟອງ ນວ ໄດ້ເປີດເຜີຍວ່າ: ການແກ້ໄຂກຸ່ມແກ້ງດັ່ງກ່າວໃນເບື້ອງຕົ້ນໃນວັນທີ 25 ກັນຍາ 2020 ແມ່ນໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງລົງແກ້ໄຂເປົ້າໝາຍລັກຊັບສາມາດກັກຕົວໄດ້ 1 ຄົນຄື: ທ້າວ ຈິດຕະກອນ ອາຍຸ 29 ປີ ຢູ່ບ້ານໜອງໄຮ່ ເມືອງຫາດຊາຍຟອງ ພ້ອມຂອງກາງລົດຈັກ 1 ຄັນ ແລະ ເຈົ້າໜ້າທີ່ໄດ້ຂະຫຍາຍຜົນຫາກຸ່ມແກ້ງທີ່ຮ່ວມຂະບວນການຈຶ່ງສາມາດກັກຕົວເປົ້າໝາຍ ອີກ 14 ຄົນໃນນີ້ມີຊື້ຊັບຜິດກົດໝາຍ 1 ຄົນ ພ້ອມທັງຢຶດຂອງກາງປະເພດລົດຈັກທີ່ພວກກ່ຽວລັກໄປຄືນມາໄດ້ 25 ຄັນ ປະຈຸບັນໄດ້ມອບໃຫ້ເຈົ້າຂອງຊັບແລ້ວ 8 ຄັນສ່ວນທີ່ເຫຼືອ 17 ຄັນ ເຈົ້າໜ້າທີ່ໄດ້ປະກາດຫາເຈົ້າຂອງໃຫ້ເຂົ້າໄປພົວພັນເອົາຢູ່ ພະແນກຕໍາຫຼວດ ປກສ ເມືອງຫາດຊາຍຟອງ ນວ.

ປັດຈຸບັນຄະດີດັ່ງກ່າວເຈົ້າໜ້າທີ່ພວມເລັ່ງຂະຫຍາຍຜົນຫາກຸ່ມແກ້ງທີ່ຮ່ວມຂະບວນການຕື່ມອີກ ເພື່ອນໍາຕົວມາດໍາເນີນຄະດີ ຕາມລະບຽບກົດໝາຍ ຂອງ ສປປ ລາວ.

ພ້ອມດຽວກັນກອງບັນຊາການ ປກສ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ປະກາດຫາເຈົ້າຂອງລົດຈັກ ທີ່ເກັບກູ້ຄືນມາໄດ້ ຈາກຄົນຮ້າຍລັກໄປ ຖ້າຫາກທ່ານໃດ ຖືກຄົນຮ້າຍລັກລົດຈັກໄປໃຫ້ເອົາເອກະສານໄປພົວພັນກວດກາຄວາມຖືກຕ້ອງ ແລະ ຢັ້ງຢືນເອົາລົດຄືນ ຢູ່ພະແນກຕໍາຫຼວດ ກອງບັນຊາການ ປກສ ເມືອງຫາດຊາຍຟອງ ຫຼື ຕິດຕໍ່ ( 020 23327751 ) ຕາມໂມງລັດຖະການ ເຊິ່ງລົດຈັກທີ່ເຈົ້າໜ້າທີ່ເກັບກູ້ຄືນມາໄດ້ ມີທັງໝົດ 17 ຄັນລາຍລະອຽດດັ່ງລຸ່ມນີ້:

LEAVE A REPLY

Please enter your comment!
Please enter your name here