​ພະ​ແນກ ຖວ​ທ ລົງເຄື່ອນໄຫວ​ເກັບ​ກຳ​ຂໍ້​ມູນ​ແຫຼ່ງ​ທ່ອງ​ທ່ຽວ ເພື່ອກຽມສ້າງສື່ໂຄສະນາ

0
1309

ອີງຕາມການລາຍງານຈາກ ແຟນເພສ ປະຊາຊົນ ໃຫ້ຮູ້ວ່າ: ເພື່ອເປັນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວພາຍໃນແຂວງສາລະວັນ ໃຫ້ມີຍາກາດຟົດຟື້ນ ແລະ ສ້າງຄວາມດຶງດູດສົນໃຈຕໍ່ກັບນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ໃຫ້ນັບມື້ນັບຫຼາຍຂຶ້ນຜ່ານການໂຄສະນາ, ເຜີຍແຜ່ຂໍ້ມູນຂ່າວສານແຫຼ່ງທ່ອງທ່ຽວຕ່າງໆ ທີ່ສຳຄັນ ແລະ ໂດດເດັ່ນໃນແຕ່ລະແຫ່ງ ດ້ວຍຫຼາຍຮູບ ຫຼາຍສີສັນ ເພື່ອເຮັດໃຫ້ນັກທ່ອງທ່ຽວເຂົ້າເຖິງດ້ານຂໍ້ມູນເບື້ອງຕົ້ນໃນການທ່ອງທ່ຽວ ເຊັ່ນ: ຈຸດທີ່ຕັ້ງ, ໄລຍະທາງການເຂົ້າເຖິງ, ດ້ານປະຫວັດຄວາມເປັນມາ.

ທ່ານ ວອນ ເດີນດາວົງ ຮອງຫົວໜ້າຂະແໜງທ່ອງທ່ຽວ ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວ​ທ) ແຂວງ ໃຫ້ສຳພາດເມື່ອບໍ່​ດົນ​ມານີ້ວ່າ: ​ພະ​ແນກ ຖວ​ທ ໄດ້ຈັດ​ຕັ້ງລົງເຄື່ອນໄຫວ​ເກັບ​ກຳ​ຂໍ້​ມູນ​ແຫຼ່ງ​ທ່ອງ​ທ່ຽວ ໄດ້ເລີ່ມຈັດຕັ້ງປະຕິບັດມາແຕ່ວັນທີ 29 ມິຖຸນາ ຫາ ວັນທີ 6 ກໍລະກົດ 2021, ເພື່ອເກັບກຳຂໍ້ມູນຄືນ ດ້ານປະຫວັດຄວາມເປັນມາ, ຈຸດລິເລີ່ມການສ້າງ, ການຄົ້ນພົບ, ການເຂົ້າເຖິງ, ສະພາບບັນຍາກາດການທ່ອງທ່ຽວໃນແຕ່ລະໄລຍະ, ເກັບກຳຮູບພາບ ການປັບປຸງ, ປ່ຽນແປງ ແລະ ພັດທະນາໃນແຕ່ລະໄລຍະ ເປັນຕົ້ນ ເສັ້ນທາງການເຂົ້າເຖິງ, ສິ່ງເອື້ອອຳນວຍຄວາມສະດວກ, ການຄຸ້ມຄອງ, ການປົກປັກຮັກສາ ເພື່ອສ້າງເປັນສື່ໂຄສະນາການທ່ອງທ່ຽວ ເປັນຕົ້ນ ປຶ້ມ, ແຜ່ນພັບ, ບົວຊົວ, ປ້າຍໂຄສະນາແຫຼ່ງທ່ອງທ່ຽວ, ຜ່ານສື່ມວນຊົນແຂວງ ແລະ ສູນກາງ ແນໃສ່ດຶງດູດນັກທ່ອງທ່ຽວ, ທັງເຜີຍແຜ່ຂໍ້ມູນທີ່ສຳຄັນໃຫ້ເຂົາເຈົ້າຮັບຮູ້ຢ່າງກວ້າງຂວາງ.

ໃນໄລຍະທຳອິດໄດ້ເຄື່ອນໄຫວຢູ່ 3 ເມືອງ, 8 ຈຸດ ຄື: ເມືອງເລົ່າງາມ ຢູ່ແຫຼ່ງທ່ອງທ່ຽວ ຖ້ຳເກົ້າຮູພູຕາກເຂົ້າ, ຫັດຖະກຳຕໍ່າແຜ່ນ ບ້ານຫ້ວຍຫູນ, ພຣະເຈົ້າໃຫຍ່ອົງຕື້ ບ້ານໂອກາດ, ພຣະເຈົ້າໃຫຍ່ອົງແສນ ບ້ານຄົງໃຫຍ່ ເມືອງຄົງເຊໂດນ ແລະ ຜະລິດຕະພັນທີ່ມີຊື່ສຽງຂອງເມືອງ ຄື: ປີ້ງໄກ່ນາປົ່ງ-ເຫຼົ້າຂາວເມືອງຄົງ ແລະ ເມືອງວາປີ ແມ່ນຢູ່ວັດພຣະແກ້ວໜອງສອງຫ້ອງ ແລະ ແຫຼ່ງທ່ອງທ່ຽວແກ້ງກຸ-ປາກເສັດ. ໄລຍະທີ 2 ເຄື່ອນໄຫວຢູ່ເມືອງຕຸ້ມລານ, ຕະໂອ້ຍ ແລະ ເມືອງສະໝ້ວຍ ເຊັ່ນ: ຫັດຖະກຳຕໍ່າແຜນ ບ້ານດິນດາກ, ຫັດຖະກຳຕໍ່າແຜ່ນສະຫະພັນແມ່ຍິງເມືອງຕະໂອ້ຍ ແລະ ນ້ຳຕົກຕາດລະຢຶງ, ນ້ຳຕົກຕາດຕັນດຶ ຢູ່ເມືອງສະໝ້ວຍ.

ນອກຈາກຈະສະໜອງໃຫ້ແກ່ການສ້າງສື່ໂຄສະນາການທ່ອງທ່ຽວແລ້ວ, ຍັງເປັນການຮີບໂຮມເອົາຂໍ້ມູນທີ່ສຳຄັນ, ຮັບປະກັນຄວາມຖືກຕ້ອງ, ຊັດເຈນ ຕາມຄວາມເປັນຈິງ ແລະ ຄວາມເປັນເອກະພາບ ​ຊຶ່ງໄດ້ເກັບກຳຕາມແບບຟອມ, ໃຫ້ຂໍ້ມູນຂອງຊາວບ້ານ, ອຳນາດການປົກຄອງບ້ານ ແລະ ເອກະສານຕ່າງໆທີ່ກ່ຽວຂ້ອງ ສັງລວມເປັນຂໍ້ມູນທີ່ສຳຄັນ, ຮີບໂຮມເອົາແຫຼ່ງທ່ອງທ່ຽວໃນແຕ່ລະແຫ່ງ ທີ່ເປັນທ່າແຮງບົ່ມຊ້ອນໃນການພັດທະນາເສດຖະກິດ-ສັງຄົມ ແລະ ເປັນຂໍ້ມູນໃຫ້ແກ່ນັກຮຽນ, ນັກສຶກສາ ໄດ້ຄົ້ນຄວ້າໃນຕໍ່ໜ້າ.

(ພາບ-ຂ່າວ: ວິໄລວອນ ສິດທິໄຊ)

LEAVE A REPLY

Please enter your comment!
Please enter your name here