ນະຄອນຫຼວງວຽງຈັນ ສືບຕໍ່ປະຕິບັດມາດຕະການໄປອີກ 15 ວັນ

0
3241

ອີງຕາມການຖະແຫຼງຂ່າວ ຈາກຄະນະສະເພາະກິດ ເວລາ 10 ໂມງ ຂອງວັນທີ 4 ກໍລະກົດ 2021, ທ່ານ ນ. ທິບພະກອນ ຈັນທະວົງສາ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ຮອງຫົວໜ້າຄະນະສະເພາະກິດ, ຜູ້ປະຈຳການ, ຫົວໜ້າກອງເລຂາ ກ່ຽວກັບ ການສືບຕໍ່ປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນການລະບາດຂອງພະຍາດ COVID-19

ໂດຍໄດ້ຮັບມອບໝາຍ ຈາກທ່ານ ຮອງນາຍົກລັດຖະມົນຕີ, ຫົວໜ້າຄະນະສະເພາະກິດ, ຂ້າພະເຈົ້າ ຂໍແຈ້ງມາຍັງ ພໍ່ແມ່ພີ່ນ້ອງ ປະຊາຊົນລາວ, ພະນັກງານ, ລັດຖະກອນ, ທະຫານ, ຕໍາຫຼວດ, ຜູ້ປະກອບການ, ຊາວຕ່າງດ້າວ ແລະ ຊາວຕ່າງປະເທດ ທີ່ອາໄສ ຢູ່ ສປປ ລາວ ຊາບທົ່ວເຖິງກັນວ່າ:

ຜ່ານການປະເມີນສະພາບການລະບາດຂອງພະຍາດ COVID-19 ແລະ ການຈັດຕັ້ງປະຕິບັດມາດຕະການຕ່າງໆໃນຄຳສັ່ງຂອງນາຍົກລັດຖະມົນຕີ ເລກທີ 15/ນຍ, ລົງວັນທີ 21 ເມສາ 2021, ແຈ້ງການ ເລກທີ 671/ຫສນຍ, ລົງວັນທີ 19 ມິຖຸນາ 2021 ແລະ ມາດຕະການຕ່າງໆ ທີ່ໄດ້ວາງອອກ ເຫັນວ່າ ພວກເຮົາສາມາດຄວບຄຸມການລະບາດໄດ້ໃນລະດັບໜຶ່ງ, ເຮັດໃຫ້ຕົວເລກຜູ້ຕິດເຊື້ອພາຍໃນປະເທດຫຼຸດລົງ ໂດຍສະເພາະໃນນະຄອນຫຼວງວຽງຈັນ. ແຕ່ເຖິງຢ່າງໃດກໍ່ຕາມ, ບາງປະເທດອ້ອມຂ້າງ ກໍຍັງປະເຊີນໜ້າກັບການລະບາດຮອບໃໝ່, ມີຈຳນວນຜູ້ຕິດເຊື້ອ ແລະ ຜູ້ເສຍຊີວິດ ເພີ່ມຂຶ້ນໃນແຕ່ລະວັນ, ຍິ່ງໄປກວ່ານັ້ນ ຍັງພົບເຫັນສາຍພັນໃໝ່ ທີ່ສາມາດແຜ່ເຊື້ອໄດ້ໄວ ແລະ ປັດຈຸບັນ ກໍພົບຜູ້ຕິດເຊື້ອສາຍພັນເດວຕາ ໃນ ສປປ ລາວ ຊຶ່ງເປັນກໍລະນີນຳເຂົ້າ.

ຕໍ່ສະພາບການດັ່ງກ່າວ ເຫັນວ່າ ປະເທດເຮົາ ຍັງມີຄວາມສ່ຽງ ເນື່ອງຈາກວ່າ ບາງປະເທດໃກ້ຄຽງທີ່ມີການລະບາດໃນຊຸມຊົນ ໄດ້ມີມາດຕະການປິດກິດຈະການໃນບາງແຂວງ ເຮັດໃຫ້ແຮງງານລາວເດີນທາງກັບປະເທດຫຼາຍ. ສະນັ້ນ, ພວກເຮົາ ຕ້ອງສືບຕໍ່ກະກຽມຄວາມພ້ອມຮອບດ້ານເພື່ອຮອງຮັບ ແລະ ຕ້ອງເຝົ້າລະວັງຕາມເຂດຊາຍແດນ ຢ່າງເຂັ້ມງວດ ເພື່ອສະກັດກັ້ນການລັກລອບເຂົ້າເມືອງ.   ພ້ອມກັນນັ້ນ, ເພື່ອຫຼຸດຜ່ອນຜົນກະທົບດ້ານເສດຖະກິດ-ສັງຄົມ ແລະ ບັນລຸຄາດໝາຍໃນການຄວບການລະບາດ ເຮັດໃຫ້ມີຜູ້ຕິດເຊື້ອພະຍາດ COVID-19 ແລະ ຜູ້ເສຍຊີວິດໜ້ອຍທີ່ສຸດ ແລະ ໃຫ້ສັງຄົມ ໄດ້ຫັນໄປສູ່ການດຳລົງຊີວິດປົກກະຕິ ພາຍໃຕ້ເງື່ອນໄຂວິຖີຊີວິດປົກກະຕິໃໝ່ (New Normal)ໄດ້ໄວ ແລະ ທົ່ວເຖິງ, ລັດຖະບານ ຈຳເປັນຕ້ອງໄດ້ສືບຕໍ່ປະຕິບັດບັນດາມາດຕະການທີ່ໄດ້ລະບຸໃນຄຳສັ່ງ ເລກທີ 15/ນຍ, ລົງວັນທີ 21 ເມສາ 2021, ແຈ້ງການ ເລກທີ 671/ຫສນຍ, ລົງວັນທີ 19 ມິຖຸນາ 2021 ແລະ ບັນດາຄໍາແນະນໍາຂອງຄະນະສະເພາະກິດຂັ້ນສູນກາງ ອອກໄປຕື່ມອີກ 15 ວັນ ໂດຍເລີ່ມແຕ່ເວລາ 00:00 ໂມງ ຂອງວັນທີ 05 ກໍລະກົດ ຫາ ເວລາ 24:00 ໂມງ ຂອງວັນທີ 19 ກໍລະກົດ 2021, ພ້ອມທັງ ຜ່ອນຜັນບາງມາດຕະການ ດັ່ງນີ້:

ມາດຕະການສືບຕໍ່ປະຕິບັດ:

  1. ສືບຕໍ່ເພີ່ມທະວີການຊອກຫາຜູ້ຕິດເຊື້ອມາປິ່ນປົວ ໂດຍມີການສົມທົບລະຫວ່າງ ອົງການປົກຄອງທ້ອງຖິ່ນ ກັບບຸກຄະລາກອນທາງການແພດ ແລະ ພາກສ່ວນຕ່າງໆຂອງສັງຄົມ ດ້ວຍຫຼາຍ ວິທີ; ພ້ອມທັງ ເພີ່ມການສັກວັກຊີນແກ່ກຸ່ມເປົ້າໝາຍ ໃຫ້ໄດ້ຕາມຄາດໝາຍ.
  2. ສືບຕໍ່ປິດຮ້ານກິນ-ດື່ມ, ຄາຣາໂອເກະ, ສະຖານບັນເທີງ, ໂຮງສາຍຮູບເງົາ, ຮ້ານສະໜຸກເກີ, ຮ້ານນວດ, ຮ້ານສະປາ, ອິນເຕີເນັດຄາເຟ ແລະ ຮ້ານເກມທຸກປະເພດ ໃນທົ່ວປະເທດ.
  3. ຫ້າມຫຼິ້ນກິລາທີ່ຮ່າງກາຍມີການສຳພັດກັນ ເຊັ່ນ: ບານເຕະ, ຕີມວຍ ແລະ ອື່ນໆ ຢູ່ນະຄອນຫຼວງວຽງຈັນ ຫຼື ແຂວງທີ່ມີການລະບາດໃນຊຸມຊົນ.
  4. ສືບຕໍ່ປິດການຮຽນ-ການສອນ ຢູ່ສະຖານການສຶກສາ ທຸກຊັ້ນ ທຸກສາຍ ຢູ່ນະຄອນຫຼວງວຽງຈັນ ຫຼືແຂວງທີ່ມີການລະບາດໃນຊຸມຊົນ, ຍົກເວັ້ນ ໂຮງຮຽນກິນນອນ.
  5. ສືບຕໍ່ປິດບັນດາໂຮງງານອຸດສາຫະກຳປຸງແຕ່ງ ແລະ ຫົວໜ່ວຍຫັດຖະກຳ ຢູ່ໃນເຂດ ຫຼື ບ້ານທີ່ຖືກກຳນົດເປັນເຂດແດງ, ຍົກເວັ້ນ ໂຮງງານທີ່ພະນັກງານ, ກໍາມະກອນ ໄດ້ສັກວັກຊີນ ຄົບ 02 ເຂັມແລ້ວ, ໂຮງ​ງານ​ທີ່​ມີ​ຫໍ​ພັກ​ຂອງ​ແຮງ​ງານ ​ຢູ່​ໃນ​ບໍ​ລິ​ເວນ​ໂຮງ​ງານ​ຂອງຕົນ, ໂຮງງານຜະລິດສິນຄ້າບໍລິໂພກ, ຢາປົວພະຍາດ, ເຄື່ອງປ້ອງກັນການລະບາດ ແລະ ອຸປະກອນການແພດ ແຕ່ໃຫ້ມີການຄຸ້ມຄອງຕາມມາດຕະການປ້ອງກັນ ທີ່ຄະນະສະເພາະກິດ ວາງອອກ ຢ່າງເຂັ້ມງ​ວດ. ໃນໄລຍະພັກວຽກນີ້, ໃຫ້ຜູ້ປະກອບ ການຂອງບັນດາໂຮງງານ, ຫົວໜ່ວຍການຜະລິດທີ່ປິດ ມີລະບຽບການໃນການຄຸ້ມຄອງແຮງງານຢູ່ໃຕ້ຄວາມຮັບຜິດຊອບຂອງຕົນ ແລະ ປະສານສົມທົບກັບອົງການກ່ຽວຂ້ອງ ເພື່ອປະຕິບັດນະໂຍບາຍ ສະຫວັດດີການ ໃຫ້ແກ່ແຮງງານເຫຼົ່ານັ້ນ ຖືກຕ້ອງ, ຄົບຖ້ວນ ຕາມລະບຽບການ.
  6. ສືບຕໍ່ຫ້າມບຸກຄົນເດີນທາງ ເຂົ້າ-ອອກ ເຂດທີ່ມີການຕິດເຊື້ອ (ເຂດແດງ) ຕາມການກໍານົດ ຂອງຄະນະສະເພາະກິດ ຍົກເວັ້ນ ຜູ້ທີ່ໄດ້ຮັບອະນຸຍາດຈາກອົງການປົກຄອງຂັ້ນທີ່ກ່ຽວຂ້ອງ ດ້ວຍເງື່ອນ ໄຂ ແລະ ເຫດຜົນຈຳເປັນ.
  7. ສືບຕໍ່ຫ້າມຈັດງານລ້ຽງສັງສັນ ຫຼື ຊຸມແຊວທຸກຮູບແບບ ຢູ່ທຸກສະຖານທີ່.
  8. ສືບຕໍ່ເພີ່ມທະວີຄວາມເຂັ້ມງວດໃນການປະຕິບັດບັນດາມາດຕະການປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອ ດ້ວຍການວັດແທກອຸນຫະພູມ, ຮັກສາໄລຍະຫ່າງ ຢ່າງໜ້ອຍ 01 ແມັດ, ໃສ່ຜ້າອັດປາກ-ດັງ, ລ້າງມືດ້ວຍນໍ້າສະອາດ ໃສ່ສະບູ ຫຼື ເຈວລ້າງມື.

ສືບຕໍ່ປະຕິບັດມາດຕະການຜ່ອນຜັນ

  1. ສືບຕໍ່ອະນຸຍາດໃຫ້ເປີດສູນການຄ້າ, ຮ້ານຂາຍຍົກ-ຂາຍຍ່ອຍ, ຮ້ານຊຸບເປີມາເກັດ, ຮ້ານມິນິມາດ, ຕະຫຼາດສົດ, ຕະຫຼາດຂາຍອາຫານ, ຕະຫຼາດກາງຄືນ ໂດຍໃຫ້ປະຕິບັດມາດຕະການປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອ ດ້ວຍການວັດແທກອຸນຫະພູມ, ຮັກສາໄລຍະຫ່າງ ຢ່າງໜ້ອຍ 01 ແມັດ, ໃສ່ຜ້າອັດປາກ-ດັງ, ລ້າງມືດ້ວຍນໍ້າສະອາດ ໃສ່ສະບູ ຫຼື ເຈວລ້າງມື.
  2. ສືບຕໍ່ອະນຸຍາດໃຫ້ຍ່າງອອກກຳລັງກາຍຕາມສະຖານທີ່ຕ່າງໆ ແລະ ຫຼິ້ນກິລາກາງແຈ້ງ ທີ່ຮ່າງກາຍບໍ່ໄດ້ສຳພັດກັນ.
  3. ສືບຕໍ່ອະນຸຍາດໃຫ້ເປີດຮ້ານຕັດຜົມ ແລະ ຮ້ານເສີມສວຍ ຢູ່ນອກເຂດແດງ ແຕ່ບໍ່ໃຫ້ລູກຄ້າແອອັດຢູ່ໃນຮ້ານ ແລະ ໃຫ້ປະຕິບັດມາດຕະການປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອ ຢ່າງເຂັ້ມງວດ.
  4. ສືບຕໍ່ອະນຸຍາດໃຫ້ເປີດຮ້ານອາຫານ, ຮ້ານກາເຟ, ສະຖານທີ່ທ່ອງທ່ຽວ ແລະ ສວນອາຫານ ໂດຍອະນຸຍາດໃຫ້ນັ່ງກິນ-ດື່ມ ໃນສະຖານທີ່ບໍລິການດັ່ງກ່າວໄດ້, ແຕ່ໃຫ້ຈັດບ່ອນນັ່ງໃຫ້ມີໄລຍະຫ່າງ 01 ແມັດ ຂຶ້ນໄປ ທັງບໍ່ໃຫ້ບໍລິການເຄື່ອງດື່ມທີ່ມີທາດເຫຼົ້າທຸກປະເພດ ຢ່າງເດັດຂາດ ແລະ ປະຕິບັດມາດຕະການປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອຢ່າງເຂັ້ມງວດ.
  5. ສືບຕໍ່ອະນຸຍາດໃຫ້ຈັດກອງປະຊຸມ ຢູ່ສະຖານທີ່ນອກເຂດແດງ ແຕ່ຕ້ອງປະຕິບັດຕາມມາດຕະການ ຂອງຄະນະສະເພາະກິດ ວາງອອກຢ່າງເຂັ້ມງວດ ເປັນຕົ້ນ ແທກອຸນຫະພູມ,  ການຮັກສາໄລຍະຫ່າງ ຢ່າງໜ້ອຍ 01 ແມັດ, ໃສ່ຜ້າອັດປາກ-ດັງ, ລ້າງມືດ້ວຍນໍ້າສະອາດ ໃສ່ສະບູ ຫຼື ເຈວລ້າງມື ຄັກແນ່.
  6. ສືບຕໍ່ອະນຸຍາດໃຫ້ນຳໃຊ້ເຮືອຫາປາ ຕາມລຳນໍ້າເຂດຊາຍແດນລະຫວ່າງປະເທດ ໃນໄລຍະເວລາ ແຕ່ 06:00 ໂມງ ຫາ 18:00 ໂມງ ໂດຍໃຫ້ອົງການປົກຄອງທ້ອງຖິ່ນ ສົມທົບກັບ ກໍາລັງ ປກຊ-ປກສ ຢູ່ແຕ່ລະພື້ນທີ່ ອອກລະບຽບການຄຸ້ມຄອງ, ກຳນົດ ຈຳນວນເຮືອຫາປາ ແລ້ວຈຶ່ງອະນຸຍາດ ໂດຍກ່ອນຈະອອກໄປ ກໍຕ້ອງໄດ້ບັນທຶກການປ່ອຍອອກ ແລະ ບັນທຶກການເຂົ້າມາຈອດ, ພ້ອມນັ້ນ ກໍ່ໃຫ້ຕິດຕາມ ກວດກາ ການຈັດຕັ້ງປະຕິບັດ ຢ່າງໃກ້ຊິດ ແລະ ເຂັ້ມງວດ.
  7. ສືບຕໍ່ອະນຸຍາດໃຫ້ເດີນ​ທາງ​​ເຂົ້າ​-ອອກ​ ຢູ່​ພາຍ​ໃນ​ທ້ອງຖິ່ນ ​ທີ່ບໍ່​ມີ​ການ​ລະ​ບ​າດໃນ​ຊຸມ​ຊົນ ໄດ້ປົກ​ກະ​ຕິ.
  8. ສືບຕໍ່ອະນຸຍາດໃຫ້ດຳເນີນການຂົນສົ່ງໂດຍສານ​ທາງບົກ, ທາງນໍ້າ ແລະ ທາງອາກາດ ລະຫວ່າງ​ ແຂວງ​ຕໍ່​ແຂວງ​ທີ່​ບໍ່​ມີ​ການ​ລະ​ບາດໃນຊຸມຊົນໄດ້ ໂດຍບໍ່ໃຫ້ມີການຈຳກັດບໍລິເວນ; ສຳລັບຜູ້ໂດຍສານ ເຂົ້າ-ອອກ ນະຄອນຫຼວງວຽງຈັນ ຫຼື ແຂວງທີ່ມີການລະບາດໃນຊຸມຊົນ  ຕ້ອງແມ່ນຜູ້ທີ່ໄດ້ສັກວັກຊີນ ຄົບ 02 ເຂັມ ໂດຍບໍ່ຕ້ອງຂໍອະນຸຍາດແຂວງປາຍທາງ, ບໍ່ໃຫ້ມີການຈຳກັດບໍລິເວນ ແລະ ຕ້ອງປະຕິບັດຕາມມາດຕະການທີ່ຄະນະສະເພາະກິດ ວາງອອກຢ່າງເຂັ້ມງວດ ເປັນຕົ້ນ ແທກອຸນຫະພູມ,  ການຮັກສາໄລຍະຫ່າງ ຢ່າງໜ້ອຍ 01 ແມັດ, ໃສ່ຜ້າອັດປາກ-ດັງ, ລ້າງມືດ້ວຍນໍ້າສະອາດ ໃສ່ສະບູ ຫຼື ເຈວລ້າງມື ຄັກແນ່. ສຳລັບຄົນຕ່າງປະເທດທີ່ເດີນທາງເຂົ້າ ສປປ ລາວ ມີຈຸດປະສົງເດີນທາງໄປແຂວງອື່ນ ຕ້ອງແຈ້ງໜັງສືເດີນທາງ, ໃບຢັ້ງຢືນການຈຳກັດບໍລິເວນ ຄົບ 14 ວັນ ແລະ ໜັງສືອະນຸຍາດຈາກຄະນະສະເພາະກິດຂັ້ນສູນກາງ ໃຫ້ເຈົ້າໜ້າທີ່ກ່ຽວຂ້ອງ ໂດຍບໍ່ໃຫ້ມີການຈຳກັດບໍລິເວນ ຢູ່ແຂວງປາຍທາງ. ຍົກເວັ້ນຄົນຕ່າງປະເທດທີ່ເຮັດວຽກ ຫຼື ໄດ້ດຳລົງຊີວິດ ຢູ່ ສປປ ລາວ ມາໄລຍະໜຶ່ງແລ້ວ ແມ່ນໃຫ້ປະຕິບັດຄືກັນກັບພົນລະເມືອງລາວ.
  9. ສືບຕໍ່ອະ​ນຸ​ຍາດ​ໃຫ້ຜູ້ຂັບຂີ່ລົດ ແລະ ພະນັກງານຂົນສົ່ງສິນ​ຄ້າ​ ເຂົ້າ​-ອອກ ລະ​ຫວ່າງ ​ແຂວງ​ ຫາ ແຂວງ ແລະ ນະຄອນຫຼວງວຽງຈັນ ຫາ ແຂວງ ສາມາດສົ່ງສິນຄ້າ ເຖິງປາຍທາງໄດ້ ໂດຍບໍ່ຈຳເປັນຕ້ອງຄ່ຽນຖ່າຍສິນຄ້າໃນໄລຍະເດີນທາງຢູ່, ບໍ່​ຕ້ອງກວດ​ຫາ​ເຊື້ອ​ພະຍາດ COVID-19 ແລະ ບໍ່ຈຳກັດບໍລິເວນ ຢູ່ແຂວງປາຍທາງແຕ່ຕ້ອງ​ປະ​ຕິ​ບັດ​ມາດ​ຕະ​ການ​ປ້ອງ​ກັນ​ການ​ຕິດ​ເຊື້ອ ແລະ ແຜ່​ເຊື້ອ​ທີ່​ຄະ​ນະ​ສະ​ເພາະ​ກິດ​ວາງ​ອອກ ຢ່າງເຂັ້ມງວດ. ສຳລັບການຂົນສົ່ງສິນຄ້າລະຫວ່າງປະເທດ ໃຫ້ສືບຕໍ່ຈັດຕັ້ງປະຕິບັດ ຕາມທີ່ໄດ້ເຄີຍປະຕິບັດໃນໄລຍະຜ່ານມາ. ໃນພາກປະຕິບັດຕົວຈິງ ໃຫ້ທຸກພາກສ່ວນກ່ຽວຂ້ອງ ປະຕິບັດເປັນເອກະພາບ ຕາມຄຳແນະນຳ ຂອງຄະນະສະເພາະກິດຂັ້ນສູນກາງ ແລະ ຄຳແນະນຳ ຂອງກະຊວງໂຍທາທິການ ແລະ ຂົນສົ່ງ ເລກທີ 242/ຍທຂ, ລົງວັນທີ 23 ເມສາ 2021.
  10. ໃຫ້ບັນດາກະຊວງ, ອົງການທຽບເທົ່າ, ນະຄອນຫຼວງວຽງຈັນ, ວິສາຫະກິດ ທົ່ວນະຄອນຫຼວງວຽງຈັນ ພິຈາລະນາໃຫ້ພະນັກງານ, ລັດຖະກອນ, ກຳມະກອນຂອງຕົນ ມາປະຈຳການປົກກະຕິ ແຕ່ໃຫ້ມີການວັດແທກອຸນຫະພູມ, ມີເຈວລ້າງມືຢູ່ທາງເຂົ້າ, ໃສ່ຜ້າອັດປາກ-ດັງ, ຮັກສາໄລຍະຫ່າງ, ລ້າງມືດ້ວຍນໍ້າສະອາດ ໃສ່ສະບູ ຫຼື ເຈວລ້າງມື.
  11. ສືບຕໍ່ອະນຸຍາດໃຫ້ເປີດການຮຽນ-ການສອນ ສຳລັບການສຶກສາກ່ອນໄວຮຽນ, ສາມັນສຶກສາ, ອາຊີວະສຶກສາ, ວິທະຍາໄລ ແລະ ການສຶກສາຊັ້ນສູງ ຢູ່ແຂວງທີ່ບໍ່ມີການລະບາດໃນຊຸມຊົນ ໂດຍໄດ້ຮັບອະນຸຍາດຈາກຄະນະສະເພາະກິດຂັ້ນແຂວງ.
  12. ອະນຸຍາດໃຫ້ເປີດຮຽນຄືນປີສຸດທ້າຍ ຂອງອາຊີວະສຶກສາ, ການສຶກສາຄູ, ພະລະ-ສິລະປະສຶກສາ ແລະ ການສຶກສາຊັ້ນສູງ ຢູ່ນະຄອນຫຼວງວຽງຈັນ ໂດຍຕ້ອງປະຕິບັດຕາມມາດຕະການປ້ອງກັນ,     ຄວບຄຸມ ແລະ ການແຜ່ລະບາດຂອງພະຍາດ COVID-19 ຢ່າງເຂັ້ມງວດ.
  13. ອະນຸຍາດໃຫ້ເປີດສູນກິລາໃນຮົ່ມທຸກປະເພດ ຢູ່ແຂວງທີ່ບໍ່ມີການລະບາດໃນຊຸມຊົນ. ສຳລັບຢູ່ນະຄອນ ຫຼວງວຽງຈັນ ໃຫ້ເຈົ້າຂອງກິດຈະການດັ່ງກ່າວ ສະເໜີຂໍອະນຸຍາດ ຈາກຄະນະສະເພາະກິດຂັ້ນສູນກາງ ໂດຍຜ່ານກະຊວງສຶກສາທິການ ແລະ ກິລາ. ສ່ວນແຂວງທີ່ມີການລະບາດໃນຊຸມຊົນ ໃຫ້ສະເໜີຂໍອະນຸຍາດຈາກ ຄະນະສະເພາະກິດຂັ້ນແຂວງ ໂດຍຜ່ານຂະແໜງສຶກສາທິການ ແລະ ກິລາ. ພ້ອມນີ້, ໃຫ້ກຳນົດມາດຕະການໃນການປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອພະຍາດ ຢ່າງເຂັ້ມງວດ, ທັງລົງກວດກາສະຖານທີ່ ກ່ອນອະນຸຍາດ ແລະ ຕິດຕາມການຈັດຕັ້ງປະຕິບັດ ພາຍຫຼັງເປີດບໍລິການ.  

ມອບໃຫ້ກະຊວງ,​ ອົງການທຽບເທົ່າ, ອົງການປົກຄອງທ້ອງຖິ່ນ ແລະ ຄະນະສະເພາະກິດທຸກຂັ້ນ ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດແຈ້ງການສະບັບນີ້ ຢ່າງເດັດຂາດ ແລະ ເຂັ້ມງວດ.

ມາດຕະການທີ່ໄດ້ກ່າວມາທັງໝົດນັ້ນ ໄດ້ກຳນົດໃນແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ເລກທີ 745/ຫສນຍ, ລົງວັນທີ 04 ກໍລະກົດ 2021 ແລະ ມີຜົນສັກສິດ ນັບແຕ່ວັນທີ 05 ຫາ 19 ກໍລະກົດ 2021. ພວກເຮົາ ຈະສືບຕໍ່ປະເມີນສະພາບການ, ທົບທວນ ແລະ ດັດປັບມາດຕະການ ໃຫ້ເໝາະສົມກັບສະພາບຕົວຈິງຕື່ມ, ກໍລະນີມີການປ່ຽນແປງ ລັດຖະບານ ຈະແຈ້ງໃຫ້ຊາບເປັນແຕ່ລະໄລຍະ.

LEAVE A REPLY

Please enter your comment!
Please enter your name here