ປະຫວັດການເຄື່ອນໄຫວຜູ້ຕິດເຊື້ອ ຢູ່ແຂວງວຽງຈັນ

0
1376

ອີງຕາມ ແຟນເພສ ໂພນໂຮງວັນນີ ເຊິ່ງໄດ້ລາຍງານ ໃນວັນທີ 2 ກໍລະກົດທີ່ຜ່ານມາ ວ່າ: ແຂວງວຽງຈັນ ມີຜູ້ຕິດເຊື້ອໃໝ່ 5 ຄົນ, ລວມຕິດເຊື້ອສະສົມໃນແຂວງ ແມ່ນ 29 ຄົນ, ກຳລັງປິ່ນປົວ 29 ຄົນ ແລະ ຍັງບໍ່ມີຜູ້ປິ່ນປົວຫາຍດີ. ເຊິ່ງປະຫວັດຜູ້ຕິດເຊື້ອໃໝ່ 5 ຄົນ ມີ ດັ່ງນີ້:

ຜູ້ທີ 1 ກໍລະນີຢືນຢັນທີ 2149, ເພດຍິງ ອາຍຸ 18 ປີ, ສັນຊາດລາວ, ອາຊີບ ນັກຮຽນ ທີ່ ໂຮງຮຽນໂຊກໄຊ, ບ້ານໃໝ່, ເມືອງໂພນໂຮງ, ແຂວງວຽງຈັນ ມີປະຫວັດສຳຜັດໃກ້ຊິດນຳຜູ້ຕິດເຊື້ອ (ເປັນລູກຂອງກໍລະນີ 2054 ແລະ 2053, ໝູ່ຮ່ວມຫ້ອງ 2085 ແລະ 2106), ຜູ້ກ່ຽວບໍ່ມີພະຍາດປະຈຳໂຕ, ເລີ່ມປ່ວຍ ວັນທີ 22-28/06/2021 ມີອາການ ໄຂ້ ແລະ ຄຳແຫ້ງ, ຍັງບໍ່ໄດ້ສັກວັກຊີນປ້ອງກັນໂຄວິດ-19, ວັນທີ 1/07/2021 ໄປເກັບຕົວຢ່າງ ຢູ່ ບ້ານໃໝ່, ເມືອງໂພນໂຮງ, ແຂວງວຽງຈັນ ແລະ ຜົນກວດພົບເຊື້ອ.

– ການເຄື່ອນໄຫວຜູ້ກ່ຽວ

  • ວັນທີ 12-13/06/2021 ໄປວັງວຽງກັບຄອບຄົວ ກໍລະນີ 2054 ແລະ 2053
  • ວັນທີ 4-24/06/2021 ຜູ້ກ່ຽວໄປໂຮງຮຽນໂຊກໄຊ ທຸກມື້
  • ວັນທີ 25/6/2021 ເວລາ 9-10 ໂມງ ໄປຮ້ານເຂົ້າປຽກນາງເງິນ
  • ວັນທີ 26-27/06/2021 ຢູ່ເຮືອນກິນເຂົ້າກັບຄອບຄົວ
  • ວັນທີ 28/06/2021 ໄປເກັບຕົວຢ່າງ
  • ວັນທີ 29/06/2021 ຢູ່ເຮືອນບໍ່ໄດ້ໄປໃສ່
  • ວັນທີ 30/06/2021 ໄດ້ໄປເກັບຕົວຢ່າງຢູ່ໂຮງຮຽນ ປະຖົມບຸນບ້ານໃໝ່

ຜູ້ທີ 2 ກໍລະນີຢືນຢັນທີ 2150, ເພດຍິງ, ອາຍຸ 23 ປີ, ສັນຊາດລາວ, ອາຊີບ ຄ້າຂາຍ, ຢູ່ ຕະຫຼາດດາວວຽງ, ແຕ່ຜູ້ກ່ຽວບໍ່ໄດ້ໄປຮ້ານ ເພາະມີຄົນຂາຍໃຫ້, ບ້ານໃໝ່, ເມືອງໂພນໂຮງ, ແຂວງວຽງຈັນ, ມີປະຫວັດສຳຜັດໃກ້ຊິດນຳຜູ້ຕິດເຊື້ອ (ຄົນໃນຄອບຄົວຜູ້ຕິດເຊື້ອ), ຜູ້ກ່ຽວບໍ່ມີອາການຫຍັງ, ໄດ້ສັກວັກຊີນຄົບ 2 ເຂັມ (ສັກເຂັ້ມ 2 ວັນທີ 10/06/2021), ວັນທີ 1/07/2021 ໄປເກັບຕົວຢ່າງ ຢູ່ ບ້ານໃໝ່, ເມືອງໂພນໂຮງ, ແຂວງວຽງຈັນ ແລະ ຜົນກວດພົບເຊື້ອ.

-ການເຄື່ອນໄຫວຜູ້ກ່ຽວ

  • ວັນທີ 12-13/6/2021 ໄປວັງວຽງນໍາຄອບຄົວກໍລະນີ 2055 ແລະ ໄດ້ພັກຢູ່ອິນເຕີໂຊນ
  • ວັນທີ 20/6/2021 ຜູ້ກ່ຽວໄດ້ໄປຊື້ເຄື່ອງ ຢູ່ ນະຄອນຫຼວງວຽງຈັນ ຊື່ ຮ້ານເຈມາກ ຢູ່ສາຂາໂພນຕ້ອງ ໄປຊື້ແລ້ວກັບ.
  • ວັນທີ 21-24/6/2021 ນອນຢູ່ເຮືອນບໍ່ໄດ້ໄປໃສ
  • ວັນທີ 24-25/6/2021 ໄດ້ຮັບຂ່າວຈາກເອຶ້ອຍທີ່ຢູ່ໃກ້ຊິດກັບຜູ້ຕິດເຊື້ອ
  • ວັນທີ 26/6/2021 ໄດ້ໄປຕັດເຄື່ອງຢູ່ນະຄອນຫຼວງວຽງຈັນ ຮ້ານຢູ່ ວົງວຽນທາງຂຶ້ນໄປ ຮ້ານເຈມາກ, ຮ້ານຄົນຫວຽດ, ຈາກນັ້ນ ໄປຝາກເຄື່ອງຢູ່ຮຸ່ງອາລຸນ ແລະ ໄປຮ້ານເອັມເຄສາຂາ ອຸມົງຢູ່ໃກ້ກັບໂຮງຮຽນສີຖານແລ້ວກັບເຮືອນ.
  • ວັນທີ 28-29/6/2021 ຢູ່ເຮືອນ ແລະ ໄດ້ໄປເກັບຕົວຢ່າງຢູ່ ໂຮງຮຽນປະຖົມສົມບູນ ບ້ານໃໝ່
  • ວັນທີ 1/7/2021 ຢູ່ເຮືອນບໍ່ໄດ້ໄປໃສ

ຜູ້ທີ 3 ກໍລະນີຢັ້ງຢຶນຕິດເຊື້ອ 2151, ເພດຍິງ, ອາຍຸ 1 ປີ 2 ເດືອນ, ສັນຊາດລາວ, ບ້ານໃໝ່, ເມືອງໂພນໂຮງ, ແຂວງວຽງຈັນ (ເປັນລູກສາວ ກໍລະນີ 2150), ຜູ້ກ່ຽວບໍ່ມີອາການຫຍັງ, ວັນທີ 1 ກໍລະກົດ 2021 ໄປເກັບຕົວຢ່າງ ຢູ່ບ້ານໃໝ່, ເມືອງໂພນໂຮງ, ແຂວງວຽງຈັນ ແລະ ຜົນກວດພົບເຊື້ອ. ໄດ້ເກັບຕົວຢ່າງມາກວດກາເຊື້ອພະຍາດໂຄວິດ-19, ວັນທີ 1/07/2021 ໄປເກັບຕົວຢ່າງ ຢູ່ ບ້ານໃໝ່, ເມືອງໂພນໂຮງ, ແຂວງວຽງຈັນ ແລະ ຜົນກວດພົບເຊື້ອ.

ຜູ້ທີ 4 ກໍລະນີຢັ້ງຢຶນຕິດເຊື້ອ 2152, ເພດຊາຍ, ອາຍຸ 3 ປີ, ສັນຊາດລາວ, ບ້ານໃໝ່, ເມືອງໂພນໂຮງ, ແຂວງວຽງຈັນ, ມີປະຫວັດສຳຜັດໃກ້ຊິດນຳຜູ້ຕິດເຊື້ອ (ຄົນໃນຄອບຄົວຜູ້ຕິດເຊື້ອ, ເປັນກຸ່ມສຳຜັດໃກ້ຊິດ (C1) 2054, 2053, 2149 ແລະ 2103), ຜູ້ກ່ຽວບໍ່ມີອາການຫຍັງ, ວັນທີ 1/07/2021 ໄປເກັບຕົວຢ່າງ ຢູ່ ບ້ານໃໝ່, ເມືອງໂພນໂຮງ, ແຂວງວຽງຈັນ ແລະ ຜົນກວດພົບເຊື້ອ.

-ການເຄື່ອນໄຫວຂອງຜູ້ກ່ຽວ

  • ວັນທີ 12-13/6/2021  ໄປວັງວຽກັບຄອບຄົວກໍລະນີ 2054 ແລະ ກໍລະນີ
  • ວັນທີ 13-27/06/2021 ຢູ່ເຮືອນບໍ່ໄດ້ໄປໃສ
  • ວັນທີ 29/06/2021 ຢູ່ເຮືອນບໍ່ໄດ້ໄປໃສ

ຜູ້ທີ 5, ກໍລະນີຢັ້ງຢືນຕິດເຊື້ອ 2153 ເພດຍິງ ອາຍຸ 15 ປີ, ອາຊີບນັກຮຽນ ຢູ່ໂຮງຮຽນ ມ.ຕົ້ນ ສີເກີດ (ບໍ່ໄດ້ໄປໂຮງຮຽນຫຼາຍເດືອນແລ້ວ), ບ້ານໃໝ່ , ເມືອງໂພນໂຮງ, ຜູ້ກ່ຽວເປັນກຸ່ມຜູ້ສຳຜັດໃກ້ສິດ (C1) 2054, 2053, 2103, 2149 ແລະ 2152, ບໍ່ມີອາການຫຍັງ, ບໍ່ໄດ້ສັກວັກຊີນປ້ອງກັນໂຄວິດ-19, ວັນທີ 1/07/2021 ໄປເກັບຕົວຢ່າງ ຢູ່ ບ້ານໃໝ່, ເມືອງໂພນໂຮງ, ແຂວງວຽງຈັນ ແລະ ຜົນກວດພົບເຊື້ອ.

-ການເຄື່ອນໄຫວຂອງຜູ້ກ່ຽວ

  • ວັນທີ 12-13/6/2021  ໄປວັງວຽກັບຄອບຄົວກໍລະນີ 2053, 2054, 2103, 2149 ແລະ ກໍລະນີ 2152
  • ວັນທີ 13-27/06/2021 ຢູ່ເຮືອນບໍ່ໄດ້ໄປໃສ
  • ວັນທີ 28/6/2021 ໄປເກັບຕົວຢ່າງ
  • ວັນທີ 29/6/2021 ຢູ່ເຮືອນບໍ່ໄດ້ໄປໃສ
  • ວັນທີ 30/6/2021 ໄປເກັບຕົວຢ່າງ  ຢູ່ ບ້ານໃໝ່
  • ວັນທີ 1/7/2021 ຢູ່ເຮຶອນບໍໄດ້ໄປໃສ

ທັງໝົດກໍາລັງຮັບການປິ່ນປົວ ຈາກແພດໝໍ

LEAVE A REPLY

Please enter your comment!
Please enter your name here