ຈັບກຸມຜູ້ຄ້າຂາຍຢາເສບຕິດ ທີ່ບ້ານຄົກເພີງ ເມືອງສັງທອງ

0
1060

ອີງຕາມການລາຍງານ ຂອງປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ ລາຍງານວັນທີ 2 ກໍລະກົດ 2021 ໃຫ້ຮູ້ວ່າ: ທ້າວໝັ້ນ ແກ້ວມະນີ ອາຍຸ 60 ປີ ອາຊີບເຮັດນາ ບ້ານຄົກເພີງ ເມືອງສັງທອງ ນະຄອນຫຼວງວຽງຈັນ ຖືກເຈົ້າໜ້າທີ່ ປກສ ກຸ່ມຄົກເພີງ ເຂົ້າສະເເດງຕົວຈັບກຸມພາຍຫຼັງໄດ້ຮັບຂໍ້ມູນທີ່ຊັດເຈນຈາກປະຊາຊົນ ແລະ ໃນຂະນະທີ່ທຳການກວດຄົ້ນຕົວຜູ້ກ່ຽວພົບເຫັນຢາບ້າ ຈຳນວນ 405 ເມັດ ໃນຖົງໂສ້ງເຊິ່ງຜູ້ກ່ຽວອ້າງວ່າ ຈະໄປສົ່ງໃຫ້ລູກຄ້າທີ່ລໍຖ້າຢູ່ແຄມຖະໜົນບ້ານດັ່ງກ່າວ.

ພັທ ຄຳຜົງ ໂຊກຄຳແສນ ຫົວໜ້າ ປກສ ກຸ່ມຄົກເພີງ ເມືອງສັງທອງ ໄດ້ໃຫ້ຮູ້ວ່າ: ໃນວັນທີ 1 ມິຖຸນາ 2021 ເວລາປະມານ 19: 21 ນາທີ ພວກເຮົາໄດ້ທຳການຈັບກຸມຜູ້ກ່ຽວ ຕາມການລາຍງານຂອງພົນລະເມືອງດີ ແລະ ຜ່ານການລົງຕິດຕາມຢ່າງໃກ້ຊິດຈາກກຳລັງເຮົາ, ຜ່ານການສອບສວນຂອງເຈົ້າໜ້າທີ່ທ້າວ ໝັ້ນ ແກ້ວມະນີ, ອາຍຸ 60 ປີ ອາຊີບເຮັດນາ ຢູ່ບ້ານຄົກເພີງ ເມືອງສັງທອງ ນວ, ຜູ້ກ່ຽວໄດ້ຮັບສາລະພາບວ່າ ຢາບ້າ 405 ເມັດ ເຈົ້າໜ້າທີ່ກວດພົບເຫັນໃນເວລາຈັບກຸມຢູ່ໃນຖົງໂສ້ງແມ່ນຂອງຕົນເອງແທ້ ທີ່ກະກຽມຈະເອົາມາສົ່ງໃຫ້ລູກຄ້າຢູ່ແຄມຖະໜົນບ້ານຄົກເພີງ ຕາມການນັດໝາຍທາງໂທລະສັບ ແລະ ຜ່ານມາຕົນເອງແມ່ນມີການພົວພັນຊື້-ຂາຍຢາບ້າ ມາຕັ້ງແຕ່ປີ 2017.

ຕໍ່ກັບຄະດີດັ່ງກ່າວເຈົ້າໜ້າທີ່ກຳລັງເລັ່ງສືບສວນ-ສອບສວນເປີດກວ້າງ, ຂະຫຍາຍຜົນຊອກຫາກຸ່ມແກ້ງ, ພັກພວກຂະບວນການມາດຳເນີນຄະດີຕາມລະບຽບກົດໝາຍ ແລະ ເພື່ອເປັນການຕ້ານສະກັດກັ້ນປະກົດການຫຍໍ້ທໍ້ໃຫ້ຫຼຸດລົງໂດຍສະເພາະບັນຫາຢາເສບຕິດ;

ສະນັ້ນ, ກອງບັນຊາການປກສນະຄອນຫຼວງວຽງຈັນຮຽກຮ້ອງມາຍັງພໍ່ແມ່ປະຊາຊົນທຸກຊັ້ນຄົນ, ເວົ້າສະເພາະຊາວ ນະຄອນຫຼວງວຽງຈັນ, ຂໍໃຫ້ທຸກຄົນໃນສັງຄົມຈົ່ງພ້ອມກັນສຶກສາອົບຮົມລູກຫຼານ ຂອງຕົນບໍ່ໃຫ້ໄປພົວພັນນຳຢາເສບຕິດ ຖ້າພົບເຫັນການເຄື່ອນໄຫວທີ່ຜິດຕໍ່ລະບຽບການດຳລົງຊີວິດ ຂອງສັງຄົມອັນນຳໄປສູ່ຄວາມບໍ່ສະຫງົບຂໍໃຫ້ຮີບຮ້ອນລາຍງານເຈົ້າໜ້າທີ່ຢູ່ໃກ້ທ່ານຫຼື ຜ່ານຊ່ອງທາງເບີວອດແອັບ 02028899774 ແລະ ແຈ້ງຜ່ານຊ່ອງທາງເຟສບຸກປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ.

LEAVE A REPLY

Please enter your comment!
Please enter your name here