ຊົມເຊີຍ! ປກສ ກຸ່ມ ສີວິໄລ ຈັບຕົວເປົ້າໝາຍລັກລົດຈັກພ້ອມຂອງກາງ

0
966

ພັທ ສັງ ພິມພາ ຫົວໜ້າ ປກສ ກຸ່ມ ສີວິໄລ ເມືອງໄຊທານີ ນວ ໃຫ້ຮູ້ວ່າ: ໃນວັນທີ 1 ກໍລະກົດ 2021, ເວລາ 10:00ໂມງ ເຈົ້າໜ້າທີ່ ປກສ ກຸ່ມໄດ້ເຂົ້າກັກຕົວເປົ້າໝາຍລັກລົດຈັກໄດ້ 1 ຄົນຄື: ທ້າວ ຫາດມູນສັນ ອາຍຸ 39 ປີ, ກຳມະກອນ ຢູ່ບ້ານດົງນາໂຊກໃຕ້ ເມືອງສີໂຄດຕະບອງ ນວ ມາສອບສວນ ພ້ອມສືບຕໍ່ຂະຫຍາຍຜົນ.

ຜ່ານການສອບສວນເບື້ອງຕົນຜູ້ກ່ຽວໄດ້ໃຫ້ຮູ້ວ່າ: ຜ່ານມາຕົນເອງກັບໝູ່ 1 ຄົນໄດ້ເຄື່ອນໄຫວລັກຊັບປະເພດລົດຈັກມາແລ້ວ 1 ຄັ້ງ, ເຊິ່ງຕອນນັ້ນຕົນເອງແມ່ນເປັນຄົນເບິ່ງຕົ້ນທາງໃຫ້ໝູ່ເຂົ້າໄປລັກເອົາລົດຈັກຍີ່ຫໍ້ HONDA WAVE 100 ບໍ່ຈື່ເລກທະບຽນ ແລ້ວໝູ່ຂອງຕົນໄດ້ນຳເອົາລົດຄັນດັ່ງກ່າວໄປຂາຍ ແລະ ເອົາເງິນມາແບ່ງໃຫ້ຕົນ 1000ບາດ(ສະກຸນເງິນບາດໄທ); ມາຮອດວັນທີ 30 ພຶດສະພາ 2021 ເວລາ 13:00 ໂມງ ຕົນກັບໝູ່ໄດ້ອອກເຄື່ອນໄຫວລັກລົດຈັກ ຢູ່ເຂດບ້ານສະພັງມຶກ ເມືອງໄຊທານີ ນວ ເປັນລົດ HONDA Wave 100 ສີແດງ ເລກທະບຽນ ດບ 2619, ພາຍຫຼັງໄດ້ລົດມາແລ້ວແມ່ນໃຫ້ໝູ່ເອົາໄປໄວ້ຢູ່ເຮືອນຜູ້ກ່ຽວບ້ານຕານມີໄຊ ເມືອງໄຊທານີ; ມາຮອດເວລາ 10:00 ໂມງ ຂອງວັນທີ 1 ກໍລະກົດ 2021 ຈຶ່ງຖືກເຈົ້າໜ້າທີ່ເຂົ້າກັກຕົວພ້ອມລົດຈັກ 1 ຄັນ.

ເຈົ້າໜ້າທີ່ໃຫ້ຮູ້ຕື່ມອີກວ່າ: ທ້າວ ຫາດມູນສັນ ແມ່ນພົວພັນເສບຢາເສບຕິດ ແລະ ເຄີຍຖືກເອົາໄປບຳບັດຢູ່ສູນປິ່ນປົວຝຶກວິຊາຊີບຜູ້ຕິດຢາເສບຕິດ ຫ້ອງຕຳຫຼວດ ປກສ ນວ ມາແລ້ວ 1 ຄັ້ງ ໃນປີ 2016-2017 ແຕ່ຜູ້ກ່ຽວແມ່ນບໍ່ຢຸດເຊົາ. ປັດຈຸບັນແມ່ນໄດ້ນຳສົ່ງທ້າວຫາດມູນສັນ ໃຫ້ ປກສ ເມືອງໄຊທານີ ນວ ເພື່ອເປີດກວ້າງຂະຫຍາຍຜົນຊອກຫາກຸ່ມແກ້ງພັກພວກມາດຳເນີນຄະດີຕາມກົດໝາຍ.

ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ຮຽກຮ້ອງມາຍັງພໍ່ແມ່ປະຊາຊົນທຸກຊັ້ນຄົນ ຈົ່ງພ້ອມກັນປະຕິບັດພັນທະຊ່ວຍເຈົ້າໜ້າທີ່ ຖ້າພົບເຫັນມີການກະທຳທີ່ແຕະຕ້ອງເຖີງສາຍພົວພັນສັງຄົມທີ່ກົດໝາຍ ແລະ ລະບຽບການກຳນົດໄວ້ ຂໍໃຫ້ແຈ້ງມາຍັງເບີ Whatsapp: 02028899774 ຫຼື ສົ່ງເຂົ້າທາງຂໍ້ຄວາມ ທາງເຟດບຸກ ປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ.

LEAVE A REPLY

Please enter your comment!
Please enter your name here